ມໍລະດົກແຫ່ງຊາດ ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດສັງຄົມ
*(ຂປລ): ວຽກງານມໍລະດົກແຫ່ງຊາດ ນັບມື້ນັບມີບົດບາດ ແລະ ຄວາມສຳຄັນໃນການປະກອບສ່ວນ ເຂົ້າໃນການພັດທະນາ ເສດ ຖະກິດ-ສັງຄົມ ຂອງປະເທດຊາດ ໂດຍສະເພາະ ແມ່ນການປະກອບສ່ວນເຂົ້າໃນການລົບລ້າງຄວາມທຸກຍາກຢູ່ໃນປະເທດເຮົາ ໃຫ້ໄດ້ຮັບຜົນດີເປັນກ້າວໆ.ທ່ານ ໝູນແກ້ວ ອໍລະບູນ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ ແລະ ວັດຖະນະທຳ, ປະທານຄະນະກຳມະການຄຸ້ມຄອງມໍລະດົກວັດທະນະທຳ ປະຫວັດສາດ ແລະ ທຳມະຊາດ ແຫ່ງຊາດ ໄດ້ກ່າວຕໍ່ກອງປະຊຸມຄະນະກຳມະການຄຸ້ມຄອງມໍລະດົກວັດທະນະທຳ ປະຫວັດສາດ ແລະ ທຳມະຊາດ ແຫ່ງຊາດ ທີ່ຈັດຂຶ້ນໃນວັນທີ 4 ກັນຍາ 2007 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງບົດບາດ ແລະ ຄວາມສຳຄັນຂອງຄຸນຄ່າມໍລະດົກແຫ່ງຊາດ ຕໍ່ເສດຖະກິດ ໂດຍເຫັນໄດ້ຈາກການປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງ ແລະ ມີຄ່າສູງຂອງບັນດາທ່ານໃນຄະນະກຳມະການດັ່ງກ່າວ ຈາກບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງທີ່ເຂົ້າຮ່ວມ ຊຶ່ງຈະເປັນກຳລັງແຮງທາງສະຕິປັນຍາ ແລະ ເປັນຂໍ້ມູນວິທະຍາ ສາດ ເພື່ອເປັນພື້ນຖານໃຫ້ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ນຳໄປສຶກສາພິຈາລະນາ ແລະ ນຳສະເໜີເປັນທິດທາງ ແລະ ເປັນແຜນການຂໍອະນຸມັດ ຈາກລັດຖະບານ ໄປຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ແນວທາງນະໂຍບາຍຂອງພັກ-ລັດ ວ່າດ້ວຍການປົກປັກຮັກສາ ແລະ ເສີມຂະຫຍາຍທີ່ຕັ້ງພາລະບົດບາດ ຕໍ່ທຸລະກິດການ ທ່ອງທ່ຽວຢູ່ປະເທດເຮົາ, ດັ່ງນັ້ນ ຕ້ອງເພີ່ມທະວີວຽກງານອະນຸລັກມໍລະດົກ ແລະ ນຳໃຊ້ໃຫ້ມີຄຸນຄ່າ ພ້ອມສຶກ ສາອົບຮົມນ້ຳໃຈຮັກຊາດ ຄຽງຄູ່ກັນນີ້ ຕ້ອງປະກອບສ່ວນໂດຍກົງ ເຂົ້າໃສ່ວຽກງານເສດຖະກິດແຫ່ງຊາດ. ເດືອນກັນຍາ 2007 ແມ່ນເດືອນສຸດທ້າຍ ຂອງການປະຕິບັດແຜນງົບປະມານສົກປີ 2006-2007 (1/10/2007) ແລະ ຈະເປັນການເລີ່ມຕົ້ນແຜນງົບປະມານສົກປີ 2007-2008 ຊຶ່ງກອງປະຊຸມມື້ນີ້ ຈິ່ງເປັນການທວນຄືນວຽກງານໃນສົກງົບປະມານປີຜ່ານມາ ເພື່ອເປັນບ່ອນອີງໃນການສືບຕໍ່ແຜນງົບປະມານຕໍ່ໄປ ໃຫ້ໄດ້ຮັບຜົນສຳເລັດ ແລະ ມີປະສິດທິຜົນກວ່າເກົ່າ, ພ້ອມທັງຄົ້ນຄ້ວາພິຈາລະນາປັບປຸງພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງຄະນະກຳມະການ ແລະ ຄົ້ນຄ້ວາບັນຫາຕ່າງໆ ກ່ຽວກັບການຄຸ້ມຄອງມໍລະດົກ ວັດທະນະ ທຳ, ປະຫັວດສາດ ແລະ ທຳມະຊາດ ແຫ່ງຊາດ ໃນຂອບເຂດທົ່ວປະເທດ./.
ກັບສາລະບານ