ຂ່າວພາຍໃນປະເທດ

ຄະ​ນະ​ຜູ້​ແທນ​ອົງ​ການກວດ​ກາແຫ່ງ​​ລັດລາວ-​ຫວຽດນາມ​
ຖອດ​ຖອນ​ບົດຮ​ຽນ​ດ້ານກວດ​ກາ​ນຳ​ກັນ

*(ຂ​ປ​ລ): ທ່ານ ອາ​ຊາງ ລາວ​ລີ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ປະ​ທານ​ອົງ​ ການກວດ
ກ​າ​ແຫ່ງ​ລັດ ໄດ້ນຳພາຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດ ນາມ ແຕ່​ວັນ​ທີ 4-10 ກັນຍາ 2007ນີ້ ຕາມຄຳເຊີນຂອງຄະ​ນະ​ກວດ​ກາ​ລັດ​ຖະ​ບ​ານ ຫວຽດ​ນາມ ເພື່ອແລກ​ປ່ຽນ​ບົດຮຽນດ້ານການກວດ​ກາ​ລັດ, ການ​ສະ​ກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫລວງ, ຄຳ​ຮ້ອງ​ຟ້ອງ​ພົນ​ລະ​ເມືອງ, ແລກ​ປ່ຽນ​ການ​ແຈ້ງ​ຊັບ​ສິນຂອງ​ພະ​ນັກ​ງານ ແລະ ຮ່ວມ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ການ​ຮ່ວມ​ມື 2007-​2012 ​ນຳ​ກັນ.
ຝນໄລຍະເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມຄັ້ງນີ້ ຄະ​ນະ​ຜູ້​ແທນກວດ​ກາ​ລາວ​ ຍັງຈະ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ ບັນດາຜູ້​ນຳ​ຂັ້ນ​ສູງ​ຂອງ​​ລັດ​ຖະ​ບານ ສ​ສ​ ຫວຽດນາມ, ​ແລກ​ປ່ຽນ​ບົດ​ຮຽນ ກັບ​ຄະ​ນະ​ກວດ​ກາ​ລັດ ນະ​ຄອນ​ໂຮ່​ຈິ​ມິນ ແລະ ແຂວງ​ບາ​ເຣຍ-​ວຸງ​ເຕົາ ແນໃສ່​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື ແລະ​ ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ ລະ​ຫວ່າງ ສອງ​ພັກ, ສອງ​ລັດ ກໍ່​ຄື​ສອງ​ຄະ​ນະ​ກວດ​ກາ ລາວ -​ ຫວຽດ​ນາມ ​ໃຫ້​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ​.
ພິທີສົ່ງຄະນະຢ່າງເປັນທາງການ ໄດ້ມີຂຶ້ນ ໃນຕອນແລງວັນທີ 4 ກັນຍາ 2007 ນີ້ ທີ່ຫ້ອງການຄະນະ ກວດກາສູນກາງ ຊຶ່ງມີທ່ານ ຈັນສຸກ ບຸນປະຈິດ ຮອງປະທານຄະນະກຳມະການກວດກາສູນກາງ, ທ່ານ ຫງວຽນ ຮຸ່ຍກວາງ ເອກອັກຄະລັດຖະທູດ ວິສາມານຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມປະຈຳລາວ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ./.

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446