ລາວ ກຽມພ້ອມເປັນເຈົ້າພາບກອງປະຊຸມລັດຖະມົນຕີ ຟຣັງໂກໂຟນີ
*(ຂປລ): ຄະນະຜູ້ແທນບັນດາປະເທດ ທີ່ໃຊ້ພາສາຝຣັ່ງ ຫລື ຟຣັງໂກໂຟນີ ຈາກ 60 ກວ່າປະເທດ ໃນ 5 ທະວີບ ທົ່ວໂລກ ຈະມາຮ່ວມກອງປະຊຸມລັດຖະມົນຕີ ຟຣັງໂກໂຟນີ ຄັ້ງທີ 23 ຊຶ່ງຈະຈັດຂຶ້ນທີ່ນະຄອນຫລວງວຽງຈັນ ລະຫວ່າງວັນທີ 20-21 ພະຈິກ 2007 ໂດຍແມ່ນ ສປປ ລາວ ຮັບກຽດເປັນເຈົ້າພາບ ເພື່ອເຕົ້າໂຮມເອົາບັນດາປະເທດທີ່ໃຊ້ພາສາຝຣັ່ງ ໃຫ້ມີການຮ່ວມມືນຳກັນ ທາງດ້ານການສຶກສາ-ວັດທະນະທຳ, ສື່ມວນຊົນ, ເຕັກໂນໂລຊີ ຂ່າວສານ, ກົດໝາຍ, ເສດຖະກິດ-ການເມືອງ, ພະລັງງານ, ສິ່ງແວດລ້ອມ, ແລະ ອື່ນໆ. ກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການລະດັບຊາດ ເພື່ອກະກຽມການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ຟຣັງໂກໂຟນີ ໄດ້ຈັດຂຶ້ນໃນວັນທີ 4 ກັນຍາ 2007 ນີ້ ໂດຍການເປັນປະທານຂອງ ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນປະທານຄະນະກຳມະການລະດັບຊາດ ເພື່ອກະກຽມການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີດັ່ງກ່າວ ທ່ານໄດ້ຮຽກຮ້ອງມາຍັງບັນດາອະນຸກຳມະການທັງຫມົດທີ່ກ່ຽວຂ້ອງ ໃຫ້ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ກອງປະຊຸມໄດ້ຮັບຜົນສຳເລັດຢ່າງສະຫງ່າງາມ. ທ່ານປະທານກອງປະຊຸມ ຍັງໄດ້ຊົມເຊີຍທຸກພາກສ່ວນທີ່ໄດ້ເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ໃນການກະກຽມ ແລະ ໄດ້ສະເໜີໃຫ້ສືບຕໍ່ດຳເນີນວຽກງານຂອງຕົນຕໍ່ໄປ, ເພາະວ່າ ການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຟຣັງໂກໂຟນີ ຄັ້ງທີ 23 ນີ້ ເປັນກຽດອັນສູງສົ່ງ ແລະ ມີຄວາມໝາຍປະຫວັດສາດ ສຳລັບ ສປປ ລາວ ກໍຄືຂົງເຂດອາຊີອາຄະເນ ເຊິ່ງບໍ່ເຄີຍມີມາຈັກເທື່ອ ທີ່ຈະໄດ້ຮັບຄະນະຜູ້ແທນ ຈາກ 60 ກວ່າປະເທດ ໃນ 5 ທະວີບທົ່ວໂລກ ມາປະຊຸມຢູ່ນະຄອນຫລວງວຽງຈັນ. ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການລາຍງານ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານ ຂອງແຕ່ລະອະນຸກຳມະການ ຕາມພາລະໜ້າທີ່ໆຖືກມອບໝາຍ ແລະ ແຜນວຽກງານຈະປະຕິບັດໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ແກ່ຜົນສຳເລັດ ຂອງກອງປະຊຸມ ລັດຖະມົນຕີ ຟຣັງໂກໂຟນີ ຊຶ່ງມາຮອດປະຈຸບັນ ອົງການໄດ້ປະກອບດ້ວຍສະມາຊິກຖາວອນ 55 ປະເທດ ແລະ 13 ປະເທດ ສັງເກດການ. ສປປ ລາວ ໄດ້ເຂົ້າເປັນສະມາຊິກຖາວອນ ໃນປີ 1991 ພາຍຫລັງເປັນປະເທດສັງເກດການນັບແຕ່ປີ 1986 ເປັນຕົ້ນມາ ແລະ ໄດ້ມີການຈັດກອງປະຊຸມລັດຖະມົນຕີ ຟຣັງໂກໂຟນີ ຂຶ້ນທຸກໆປີ, ລະຫວ່າງກາງຂອງກອງປະຊຸມສຸດຍອດ ທີ່ຈັດຂຶ້ນທຸກໆສອງປີ ເພື່ອທົບທວນຄືນ ມະຕິຕົກລົງຂອງກອງປະຊຸມສຸດຍອດ. ອົງການຟຣັງໂກໂຟນີສາກົນ ໄດ້ຖືກສ້າງຕັ້ງຂຶ້ນໃນວັນທີ 20 ມີນາ 1970 ໂດຍ ລັດຖະບານຂອງ 22 ປະເທດ ເພື່ອເຕົ້າໂຮມເອົາບັນດາປະເທດ ທີ່ໃຊ້ພາສາຝຣັ່ງນຳກັນ ໃຫ້ມີການຮ່ວມມືດ້ານການສຶກສາ, ການຝຶກອົບຮົມວິຊາຊີບ ແລະ ເຕັກນິກ, ດ້ານວັດທະນະທຳ, ສື່ມວນຊົນ, ເຕັກໂນໂລຊີ ຂ່າວສານ, ດ້ານເສດຖະກິດການເມືອງ, ພະລັງງານ ແລະ ສິ່ງແວດລ້ອມ, ການສ້າງຄວາມເຂັ້ມແຂງໃຫ້ແກ່ລັດ ດ້ານກົດໝາຍ ແລະ ອື່ນໆ./.
ກັບສາລະບານ