ຂ່າວພາຍໃນປະເທດ

ທ່ານ​ຮອງ​ນາຍົກ ດຣ. ທອງ​ລຸນ​ ສີ​ສຸ​ລິດ
ສຳ​ເລັດ​ການ​ຢ້ຽມຢາມ​ ອາກຊັງ​ຕິນ ແລະ ​ເປຣູ

*(ຂປລ): ພາຍຫຼັງ​ຢ້ຽມຢາມ​ເຮັດ​ວຽກ​ທີ່​ປະ​ເທດ ເ​ບຣຊີ​ນ ​ແລ້ວ ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ , ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ
ຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ ​ໄດ້​ສືບຕໍ່​ຢ້ຽມຢາມປະ​ເທດ ອາກຊັງ​ຕິນ ແລະ ​ເປຣູ ຕາມລຳດັບ ແຕ່​ວັນ​ທີ26-30 ສິງຫາ 2007.​ໃນ​ໄລຍະ​ຢ້ຽມຢາມ​ປະ​ເທດ ອາກຊັງ​ຕິນ ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ​ໄດ້​ພົບ​ປະ​ກັບ ທ່ານ ຊອກ​ອັງຣີ​ເກ ​ໄຕ​ອານາ (Gorge Enrique TAIANA) ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ ອາກຊັງ​ຕິນ ຊຶ່ງ​ໄດ້​ປຶກສາ​ ແລະ​ ເຫັນ ​ພ້ອມ​ນຳກັນ​ ທີ່​ຈະ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ​ ການ​ຮ່ວມ​ມື​ອັນ​ດີ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ແຕກ​ດອກ​ອອກ​ຜົນ​ຍິ່ງຂຶ້ນ​ໃນ​ອະນາ
ຄົດ, ​ໃນ​ນັ້ນ ທ່ານ ຮອງ​ນາຍົກລັດຖະມົນຕີ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ລັດ ຖະບານ ອາກຊັງ​ຕິນ ພາຍ​ໄດ້​ການ​ນໍ​າພາ​ຂອງ​ທ່ານ ​ແນ​ດສະ​ຕໍ ກຽກສະ​ແນ (Nestor Kirchnev), ປະທານາ ທິບໍດີ ອາກຊັງ​ຕິນ ທີ່​ໄດ້​ສືບ​ທອດ​ອຸດົມ​ການເປ​ຮອນ ໃນ​ການ​ຢືດຫມັ້ນ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ ​ເພື່ອ​ການ​ພັດທະນາ​ການ​ແກ້​ໄຂ​ບັນຫາ​ເສດຖະກິດ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ແລະ​ ເພື່ອ​ຄວາມ​ຍຸ​ຕິ​ທຳ​ໃນ​ສັງຄົມ, ສອງ​ຝ່າຍ​ໄດ້​ເຫັນ​ດີ ຈະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ທີ່​ເປັນ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ​ເຊັ່ນ: ດ້ານ​ພະລັງງານ​ໄຟຟ້າ​ນ້ຳຕົກ, ກະສິກຳ, ບໍ່​ແຮ່, ​ເຫັນ​ດີ​ຟື້ນຟູ​ການ​ປະຕິບັດ​ຈິດ​ໃຈ​ສັນຍາ​ເສດຖະກິດ-ການ​ຄ້າ ລະຫວ່າງ​ສອງ​ປະ​ເທດ ທີ່​ໄດ້​ເຊັນ​ກັນ​ແລ້ວ​ໃນ​ປີ 2002 ​ແລະ ​ເຫັນ​ດີ​ກ້າວ​ໄປ​ເຖິງການ​ສ້າງຕັ້ງກົນ​ໄກ​ຮ່ວມ​ມື​ລະ ຫວ່າງ​ສອງ​ປະ​ເທດ ​ລາວ-ອາກຊັງ​ຕນ. ການ​ເຊັນ​ບົດ​ບັນທຶກຄວາມ​ຊົງ​ຈຳ​ການ​ຮ່ວ​ມມື​ ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ ​ລາວ-ອາກຊັງ​ຕິນ ຈະໃຫ້​ມີ​ການ​ສືບຕໍ່​ປະສານ​ງານ​ກັນ​ລະອຽດ​ຕື່ມ​ຕາມ​ສາຍ​ການ​ທູດ.
ທ່ານ​ຮອງ​ນາຍົກລັດຖະມົນຕີ​ ໄດ້​ແຈ້ງ​ການ​ສະໜັບສະໜູນ​ຂອງ ສປປ ລາວ ຕໍ່ການ​ສະຫມັກ​ຂອງ ອາກຊັງ​ຕິນ ​ໃນ​ຄະນະ​ກຳມະການ​ວ່າ​ດ້ວຍ ສິດທິ​ເດັກ ສຳລັບ​ສົກ​ປີ 2007-2010 ຕາມ​ການສະ​ເໜີ​ຂອງ ອາກ ຊັງ​ຕິນ ແລະ ​ໄດ້​ເຊື້ອ​ເຊີນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດອາກຊັງ​ຕິນ ມາ​ຢ້ຽມຢາມ ສປປ ລາວ ​ແລະ​ ໄດ້​ຮັບ​ການ​ຕອບ​ຮັບ​ເປັນ​ຢ່າງ​ດີ​ ຄາດ​ວ່າ​ຈະ​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ​ໃນ​ຕົ້ນ​ປີ 2008.
​ ທ່ານ​ຮອງ​ນາຍົກລັດຖະມົນຕີ ຍັງ​ໄດ້​ໄປ​ວາງ​ພວງມາລາ ທີ່​ອານຸສາ​ວະລີ​ວິລະ​ຊົນ​ແຫ່ງຊາດ ​ແລະ​ ໄປ​ຢ້ຽມຢາມ​ສະ​ຖາ​ບັນ​ກະສິກຳ-ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ​ ເພື່ອ​ແລກປ່ຽນ ​ແລະ​ ຖອດ​ຖອນ​ບົດ​ຮຽນ​ດ້ານ​ການ​ວິ​ໄຈ, ຄົ້ນ​ຄົ້ວ​ດ້ານກະ​ສິກຳ ຂອງ​ອາກຊັງ​ຕິນ.ສຳລັບ​ການ​ຢ້ຽມຢາມ​ປະ​ເທດ​ເປຣູ ແຕ່​ວັນ​ທີ 28-29 ສີ​ງຫາ 2007 ນັ້ນ ທ່ານ​ຮອງ​ນາຍົກລັດຖະມົນຕີ ດຣ. ທອງລຸນ ສີສຸລິດ ກໍໄດ້​ພົບ​ປະ​ກັບ​ທ່ານ ​ໂຈ​ເຊ ​ກາ​ຊີ​ອາ ບີ​ໂລ​ເອນ​ເດ (Jose Gacia Belaunde), ລັດຖະມົນ​ຕີວ່າ​ການ​ກະຊວງ​ການ​ຕ່າ​ງປະ​ເທດ​ເປຣູ. ໃນ​ໂອກາດ​ການ​ພົບ​ປະ​ດັ່ງກ່າວ ທ່ານ ຮອງ​ນາຍົກລັດຖະມົນຕີ ໄດ້​ສະ​ແດງ​ຄວາມ​ຫ່ວງ​ໃຍ ​ແລະ ​ເສົ້າ​ສະຫຼົດ​ໃຈ​ອີກ​ເທື່ອ​ໜຶ່ງ ຕໍ່​ເຫດການ​ອັນ​ຮ້າຍ​ແຮງ​ຂອງ​ແຜ່ນ​ດິນ​ໄຫວ ຢູ່​ພາກ​ໃຕ້​ຂອງ​ປະ​ເທດ​ເປຣູ ​ແລະ ​ເຊື່ອ​ຫມັ້ນວ່າ​: ສະພາບ​ການ​ຫຍຸ້ງຍາກ​ຕ່າງ​ໆ ຈະ​ກັບ​ຄືນ​ຄວາມ​ເປັນ​ປົກກະຕິ​ຢ່າງ​ໄວວາ​ແນ່ນ​ອນ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ ໄດ້​ສະ​ແດງຄວາມ​ຂອບ​ໃຈ ​ແລະ ​ຮູ້​ບຸນຄຸນ ຕໍ່​ປະ​ເທດ​ເປຣູ ຊຶ່ງ​ໃນ​ປະຫວັດສາດ​ຜ່ານ​ມາ ພາຍຫຼັງ​ສົງຄາມ​ໂລກ​ຄັ້ງທີ​ສອງ ​ເປຣູໄດ້​ຊ່ວຍ​ປົກ​ປອ້ງອະທິປະ​ໄຕ​ແຫ່ງ​ຊາດ​ລາວ ​ໃນ​ການ​ໄກ່​ເກ່ຍບັນຫາ​ດີ​ນ​ແດນ ລະຫວ່າງ​ ລາວ-ສະຫຍາມ (​ໂດຍ​ສະ​ເພາະ​ແມ່ນ​ອະທິປະ​ໄຕ​ໃນ 2 ແຂວງ​ຂອງ​ລາວ: ​ໄຊ​ຍະ​ບູລີ ​ແລະ ​ຈຳປາ​ສັກ). ນອກ​ນັ້ນ ສອງ​ຝ່າຍ​ກໍ່​ໄດ້​ຢືນຢັ້ນນຳ​ກັນ ຈະ​ຮ່ວມ​ກັນ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ໃຫ້​ແໜ້ນ​ແຟ້ນຍິ່ງໆຂຶ້ນ​ໃນ​ອະນາຄົດ ​ໂດຍ​ຝ່າຍ​ເປຣູ ຈະ​ຊຸກຍູ້​ອຳນວຍ​ຄວາມ​ສະດວກ​ໃຫ້​ນັກ​ລົງ​ທືນ ກໍ່​ຄື​ພາກ​ສວນ​ທຸລະ​ກິດ​ ມາ​ລົງ​ທືນຢູ່​ລາວ​ໃນ​ຂະ​ແໜງ​ການ​ຕ່າງໆ ​ເປັນຕົ້ນ ຂະ​ແໜງ​ກະສິກຳ​ປຸງ​ແຕ່ງ, ຈະ​ພິຈາລະນາ​ກໍ່ສ້າງ​ພະນັກງານ​ການ​ທູດ​ໃຫ້​ແກ່​ລາວ ​ແລະ ຈະ​ສະໜັບ​ສະ​ໜຸນ​ລາວ ​ໃນ​ການ​ເຂົ້າ​ເປັນ​ສະມາ​ຊິກ​ຂອງ​ອົງການ ​ຄ້າ​​ໂລກ ຫຼື ອົງການ APEC ໃນ​ອະນາຄົດ. ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ຂໍ້​ຕົກລົງ ​ວ່າ​ດ້ວຍ​ການ​ປົກປ້ອງ​ລິ​ຂະ​ສິດ​ຊັບ​ສິນ​ທາງ​ປັນຍາ ​ແລະ ຂໍ້​ຕົກລົງ ​ວ່າ​ດ້ວຍການ​ສ້າງ​ຕັ້ງຄະນະ​ກຳມາ​ທິການ​ຮ່ວມ​ມື​ລາວ-​ເປຣູ. ນອກຈາກ​ນັ້ນ ຄະນະ​ຜູ້​ແທນ​ລາວ ຍັງໄດ້​ແລກປ່ຽນ ​ຖອດ​ຖອນ ບົດຮຽນ​ດ້ານ​ການ​ຄ້າ-ການ​ລົງ​ທຶນ ກັບ​ເຈົ້າ​ໜ້າ​ທີ່​ການ​ຄ້າ ​ແລະ ການ​ລົງ​ທຶນຕ່າງປະ​ເທດ​ຂອງ​ເປຣູຕື່ມ​ອີກ ​ເພື່ອ​ຊອກ​ຊ່ອງ​ທາງ​​ທີ່​ຈະ​ຊຸກຍູ້​ການ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງ​ທຶນ ລະຫວ່າງສອງ​ປະ​ເທດ​ໃຫ້​ເກີດ​ດອກ​ອອກ​ຜົນ​ຍິ່ງຂຶ້ນ./.


ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446