ທູດມາເລເຊຍ ສະຫລອງວັນປະກາດ ເອກະລາດຄົບຮອບ 50 ປີ ທີ່ວຽງຈັນ
*(ຂປລ): ທ່ານ ໄຊນອນ ອາບີດິນ ອາມັດ (Zainal Abidin Ahmad) ເອກອັກຄະຣາຊະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະເທດ ມາເລເຊຍ ປະຈຳລາວ ໄດ້ຈັດງານລ້ຽງ ໃນວັນທີ 4 ກັນຍາ 2007 ນີ້ ໃນໂອ ກາດສະເຫລີມສະຫລອງວັນປະກາດ ເອກະລາດຂອງມາເລເຊຍ ຄົບຮອບ 50 ປີ (31/8/1957 - 31/8/2007) ທີ່ ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ ໂດຍມີ ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກ ລັດຖະ ມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ມີບັນດາລັດຖະມົນຕີວ່າການ-ຊ່ວຍວ່າການ, ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍພະນັກງານຂັ້ນສູງ ຈາກຫລາຍພາກສ່ວນເຂົ້າຮ່ວມ. ປະເທດມາເລເຊຍ ໄດ້ສະເຫລີມສະຫລອງວັນເອກະລາດ ຢ່າງຄຶກຄື້ນ ຊຶ່ງສະແດງໃຫ້ເຫັນເຖິງຄວາມເອກອ້າງທະນົງໃຈ ຕໍ່ຜົນສຳເລັດອັນຍິ່ງໃຫຍ່ ໃນໄລຍະ 50 ປີຜ່ານມາ, ທັງເປັນການສະແດງອອກເຖິງຄວາມເປັນໜຶ່ງອັນດຽວ ແລະ ຄວາມປອງດອງຂອງປະຊາຊົນ ທີ່ປະກອບດ້ວຍຫລາຍເຊື້ອຊາດ, ສາສະໜາ ແລະ ມີຄວາມມຸ້ງໝັ້ນພັດທະນາປະເທດ ສູ່ຄວາມຈະເລີນວັດທະນາ./.
ກັບສາລະບານ