ຜູ້ປະຈຳການລັດຖະບານຕ້ອນຮັບທູດກູບາອຳລາ
*(ຂປລ): ຕອນບ່າຍວັນທີ 3 ກັນຍາ 2007. ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ໄດ້ຕ້ອນຮັບ ທ່ານ ເອດົວໂດ ວາລີໂດ ກາເຊຍ, ເອກອັກຄະລັດຖະທູດ ແຫ່ງສາທາສະນະລັດ ກູບາ ປະຈຳ ສປປ ລາວ ເຂົ້າຢ້ຽມຂ່ຳນັບອຳລາໃນໂອກາດສຳເລັດໜ້າທີ່ປະຈຳການຢູ່ ສປປ ລາວ. ທ່ານຜູ້ປະຈຳການລັດຖະບານ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດການປະຕິບັດໜ້າທີ່ການທູດ ຂອງທ່ານ ເອລົວໂດ ວາລີໂດ ຕະຫລອດໄລຍະສາມປີກ່ວາ ຊຶ່ງໄດ້ປະກອບສ່ວນເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຊ່ວຍເຫລືອລະຫວ່າງສອງປະເທດ ລາວ - ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ທ່ານ ເອດົວໂດ ວາລີໂດ ກາເຊຍ ຍັງມີບົດບາດ ແລະ ການປະກອບສ່ວນອັນສຳຄັນ ໃນການຊຸກຍູ້ການຮ່ວມມື ດ້ານກິລາ, ການແພດ ລະຫວ່າງສອງປະເທດ ໃຫ້ມີໝາກຜົນອັນໃໝ່, ຝ່າຍກູບາໄດ້ສົ່ງແພດຫມໍ 3 ທ່ານ, ສົ່ງຄູຝຶກມວຍສາກົນມາປະຈຳຢູ່ລາວ ແລະ ນັກມວຍລາວ 2 ຄົນໄປຝຶກຊ້ອມຢູ່ກູບາ ສາມາດເຮັດໃຫ້ວົງການກິລາມວຍ ປະສົບຜົນສຳເລັດໃນລະດັບດີສົມຄວນ. ທ່ານຜູ້ປະຈຳການລັດຖະບານ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານໃຫມ່ອັນມີກຽດ ຂອງທ່ານດ້ວຍ./.
ກັບສາລະບານ