ຂ່າວພາຍໃນປະເທດ

ລາວ-​ເຢຍລະ​ມັນ ເພີ່ມທະວີການພົວພັນວຽກງານສະພາ

*(ຂປລ) : ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ລາວ, ນຳໂດຍທ່ານ ດາວ​ອນ ຫວ່າງ​ວິຈິດ ຮອງ​ຫົວໜ້າກຳ ມາ​ທິການ​ກົດໝາຍ​ ຂອງສະ
ພາແຫ່ງຊາດ ໄດ້​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ລັດຖະສະພາ​ເຢຍລະ​ມັນ, ນຳໂດຍ​ ທ່ານ ​ແຮນມຸດ ​ໂກ​ນິສ​ເຮົ້າ (Helmut Konigshaus)​ ຕາງໜ້າກຳມາ​ທິການ​ຊ່ວຍ​ເຫຼື​ອ ​ແລະ ​ຮ່ວມ​ມື​ພັດທະນາ ໃນ​ວັນ​ທີ 28 ສິງຫາ​ຜ່ານມານີ້ ຢູ່ທີ່ສະພາ​ແຫ່ງ​ຊາດ​, ນະຄອນຫຼວງວຽງຈັນ. ການ​ພົບ​ປະ​ສອງຝ່າຍ​ຄັ້ງ​ນີ້ ​ແມ່ນ​ແນໃສ່​ແລກປ່ຽນ​ບົດ​ຮຽນ ກ່ຽວ​ກັບ​ການ​ເຮັດ​ວຽກ​ ແລະ ປະສານ ງານລະຫວ່າງ​ພັກ ​ແລະ ​ລັດຖະສະພາ, ການ​ຮ່ວມ​ມື​ຊ່ວຍ​ເຫຼືອລະຫວ່າງ​ ​ສະພາ​ແຫ່ງຊາດລາວ ​ແລະ ​ລັດຖະ ສະພາ​​ເຢຍລະ​ມັນ​​. ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ສະ​ເໜີໃຫ້ຝ່າຍ​ເຢຍລະ​ມັນ​ພິຈະລະນາການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​​ແກ່​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ ​ເພື່ອ​ແນໃສ່ເຮັດໃຫ້ ສະພາແຫ່ງຊາດສາມາດ ປະຕິ ບັດບົດ​ບາດ ​ຕິດ​ຕາມ​ກວດ​ກາ​, ການ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍ ​ແລະ​ ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ. ນອກ​ນັ້ນ​ ​ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ ກ່ຽວ​ກັບ​ການ​ສະໜັບສະໜູນ ​ເຊິ່ງກັນ ​ແລະ​ ກັນ ໃນເວທີສາກົນ. ໃນການພົບປະຄັ້ງນີ້ ຄະນະຜູ້ແທນເຢຍລະມັນ ຍັງໄດ້ແຈ້ງໃຫ້ຝ່າຍລາວຊາບວ່າ: ຢູ່ປະເທດ ເຢຍລະ ມັນ ສະມາຄົມມິດຕະພາບລາວ-ເຢຍລະມັນ ກໍໄດ້ຮັບການສ້າງຕັ້ງຂຶ້ນ ເຊັ່ນດຽວກັນ ເພື່ອແນໃສ່ຊຸກຍູ້ ແລະ ສົ່ງ ເສີມສາຍພົວພັນມິດຕະພາບ ການຮ່ວມມື ລະຫ່ສາງສອງຊາດ. ການຢ້ຽມຢາມຂອງ​ຄະນະ​ຜູ້​ແທນ ​ລັດຖະສະ ພາ​ເຢຍລະ​ມັນຄັ້ງນີ້ ແມ່ນການປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງສະພາ ກໍຄືປະຊາຊົນສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ./.





ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446