ໂທລະເລກອວຍພອນ
*(ຂປລ): ໃນວັນທີ 04 ກັນຍາ 2007 ນີ້ ບັນດາຜູ້ນຳພັກ-ລັດ ສສ ຫວຽດນາມ ຊຶ່ງປະກອບມີ ສະຫາຍ ນົງ ດຶກ ແມັງ ເລຂາ ທິການ ໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ແລະ ສະຫາຍ ຫງວຽນ ມິງ ຈຽດ, ປະທານປະເທດ ແຫ່ງ ສສ. ຫວຽດນາມໄດ້ສົ່ງຄຳອວຍພອນເຖິງ ບັນດາຜູ້ນຳລາວ ຊຶ່ງມີ ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ທອງສິງ ທຳມະວົງ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະຫາຍ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບ 45 ປີ. ໃນນາມພັກກອມມູນິດ ຫວຽດນາມ, ລັດ, ສະພາແຫ່ງຊາດ, ລັດຖະບານ, ປະຊາຊົນ ຫວຽດນາມ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ແລະ ພອນໄຊອັນປະເສີດ ມາຍັງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າອ້າຍນ້ອງທຸກຖ້ວນໜ້າ.ປະຊາຊົນ ຫວຽດນາມ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ມີເພື່ອນມິດບ້ານໃກ້ເຮືອນຄຽງ ທີ່ສະໜິດສະໜົມ ທັງເປັນສະຫາຍ, ທັງເປັນອ້າຍນ້ອງ ທີ່ຍາມໃດກໍມີຄວາມເຂົ້າອົກເຂົ້າໃຈກັນ, ຮ່ວມທຸກຮ່ວມສຸກນຳກັນ “ເຂົ້າເມັດຫັກ ຜັກເສັ້ນດຽວ ກໍແບ່ງປັນກັນ” ແລະ ຍາມໃດກໍຄຽງບ່າຄຽງໄຫລ່ກັນ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງປະຊາຊົນທັງສອງຊາດ ຕະຫລອດໄລຍະປະຫວັດສາດ ທີ່ຜ່ານມາ. ຕະຫລອດໄລຍະ 45 ປີຜ່ານມາ, ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ສາຍພົວພັນ ລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນ ສອງຊາດ ໄດ້ຮັບການຂະຫຍາຍຕົວຢ່າງຈົບງາມ, ພິເສດ ແມ່ນການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃນຊຸມປີມໍ່ໆມານີ້, ໂດຍສະເພາະ ໃນຂົງເຂດການຮ່ວມມື ໃນຂະແໜງການລົງທຶນ ແລະ ການຄ້າ ໄດ້ຮັບການສ້າງຕັ້ງປະຕິບັດຢ່າງມີປະສິດທິຜົນ ອັນເປັນການປະກອບສ່ວນຢ່າງສຳຄັນ ເຂົ້າໃນການພັດທະນາເສດຖະກິດສັງຄົມຢູ່ແຕ່ລະປະເທດ ແລະ ຈະໄດ້ຮັບການເສີມຂະຫຍາຍໃຫ້ຂຶ້ນສູ່ຍອດສູງອັນໃຫມ່ ແລະ ມີປະສິດທິຜົນກວ່າເກົ່າ ເພື່ອນຳເອົາຜົນປະໂຫຍຈົວຈິງມາສູ່ປະຊາຊົນສອງຊາດ ໃຫ້ເພີ່ມຂຶ້ນເລື້ອຍໆ, ປະກອບສ່ວນຢ່າງບໍ່ຢຸດຢັ້ງ ເຂົ້າໃນການຍົກຖານະບົດບາດ ແລະ ອິດທິພົນຊື່ສຽງຂອງປະເທດພວກເຮົາເຂົ້າໃນເວທີສາກົນ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ ໃນພາກພື້ນ ແລະ ໃນໂລກ.ໃນໂອກາດດຽວກັນນີ້, ສະຫາຍ ຟາມ ຢາ ຄຽມ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສສ ຫວຽດນາມ ກໍໄດ້ສົ່ງຄຳອວຍພອນເຖິງ ສະຫາຍ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ./.
ກັບສາລະບານ