ຂ່າວພາຍໃນປະເທດ

ກະຊວງ​ສຶກສາມ​ອບຄູ​ ແລະ ​ອຸປະກອນ​ກາ​ນຮຽນການ​ສອນ​ໃຫ້​ບ້ານ ຜາ​ຫລັກ

*(ຂປລ): ກະຊວງ​ສຶກສາ​ທິການ ຮ່ວມ​ກັບ​ ພະ​ແນ​ກສຶກສາ​ແຂວງ ວຽງ​ຈັນ​ ໄດ້​ມອບ ​ຄູ​ສອນ ແລະ ອຸປະ​ກອນ​ການ​ຮຽນ​ການ​ສອນ ໃຫ້​ບ້ານ​ພັດທະນາ​ຜາ​ຫລັກ ​ເມືອງ​ກາສີ ແຂວງວຽງຈັນ, ທັງນີ້ ກໍເພື່ອຕອບ​ສະຫນອງ​ຕາມ​ແນວທາງ​ນະ​ໂຍບາຍຂອງ​ ພັກ- ລັດຖະບານ ໃນ​ການ​ພັດທະນາ​ວຽກ​ງານ​ການ ສຶກສາ ​ເຮັດ​ໃຫ້​ປະຊາຊົນລາວ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ສາມາດ​ອ່ານ​ອອກ ຂຽນ​ໄດ້ ແລະ​ຈົບ​ການ​ສຶກສາຂັ້ນພື້ນຖານ ໂດຍ​ສະ​ເພາະ​ແມ່ນ ລູກ​ຫລານ​ຂອງປະຊາຊົນ​ລາວ ບັນດາ​ເຜົ່າ​ທີ່​ດຳລົງ​ຊີວິດ​ຢູ່​ເຂດ​ຫາງ​ໄກ​ສອກຫລີກ.​ໃນ​ໂອກາດ​ສົກຮຽນ​ໃຫມ່​ປີ 2007- 2008 ​ນີ້.
ບ້ານ​ພັດທະນາ​ຜາ​ຫລັກ ​ແມ່ນ​ບ້ານ​ສ້າງ​ຕັ້ງຂື້ນ​ໃຫມ່ ປະຈຸ​ບັນ​ມີ 11 ຫລັງຄາ​ເຮືອນ ມີ​ປະຊາກອນ​ທັງ​ຫມົດ 66 ຄົນ, ​ໃນ​ນັ້ນມີ​ເດັກນ້ອຍ​ໃນ​ເກນ​ອາຍຸ​ເຂົ້າຮຽນ 20 ກວ່າ​ຄົນ. ເຂົາ​ເຈົ້າ​ເຫລົ່ານີ້​ ແມ່ນ​ປະຊາ​ຊົນ​ລາວ​ເຜົ່າ​ມົ້ງ ທີ່​ຖືກ​ຕົວະຍົວະ​ຫລອກ​ລວງ ​ໃຫ້​ຂ້າມ​​ໄປ​ຢູ່ ບ້ານ ຫ້ວຍນ້ຳຂາວ ​ແຂວງ ​ເພັດ​ສະບູ​ນ, ປະ​ເທດ​ໄທ ແລະ​ ລັດຖະບານລາວ​ເຮົາ​ໄດ້​ຮັບ​ເອົາ​ຄືນ​ມາ ​ເມື່ອ​ກາງ​ປີ 2007 ທີ່​ຜ່ານ​ມານີ້.ທ່ານ ສຸລິສັກ ອາສາ​ກິດ​ຕິຄຸນ, ເຈົ້າ​ເມືອງໆ​ກາສີ ໄດ້​ກ່າວລະຫວ່າງການພົບປະໂອ​້ລົມພໍ່ແມ່ ປະຊາຊົນໃນໂອກາດມອບອຸປະກອນການຮຽນ ພ້ອມທັງ​ກ່າວ​ວ່າ: ພັກ- ລັດຖະບານ ເວລາ​ໃດ​ກໍ​ເປັນ​ຫ່ວງ​ເປັນ​ໄຍ​ ແລະ ​ໃຫ້​ຄວາມສະ​ເຫມີ​ພາບ ​ແກ່​ປະຊາຊົນ​ບັນດາ​ເຜົ່າ ຢ່າງ​ທົ່ວ​ເຖິງ ​ໂດຍ​ສະ​ເພາະ ​ແມ​່ນດ້ານ​ການ​ສຶກສາ, ການ​ທີ່​ກະຊວງ​ສຶກສາທິການ​ໄດ້​ນຳ​ເອົາ​ຄູ ແລະ​ ອຸປະກອນ​ການ​ຮຽນ​ການ​ສອນມາ​ມອບ​ໃຫ້​ແກ່​ພໍ່ - ແມ່ ປະຊາ ຊົນ ບ້ານ​ພັດທະນາ​ຜາຫລັກ​ນີ້ຖື​ໄດ້​ວ່າ ​ເປັນ​ບາດກ້າວ​ທຳ​ອິດ​ທີ່​ລູກ​ຫລານ​ຈະ​ໄດ້​ມີ​ໂອກາດ​ເຂົ້າ​ຮຽນ ແລະຈະ​ກາຍ​ເປັນຊັບພະຍາກອນ​ທີ່​ດີ​ຂອງ​ປະ​ເທດ​ຊາດ​ໃນ​ອະນາຄົດ ເພື່ອ​ປະກອບສ່ວນ​ເຂົ້າໃນພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ຕໍ່​ໄປ.
ທ່ານ ຢົງ​ເຊີ ຮອງ​ຫົວຫນ້າ​ພະ​ແນ​ກສຶກສາ​ແຂວງ​ ວຽງຈັນ ກໍໄດ້ກ່າວ​​ວ່າ: ພົນລະ​ເມືອງ​ລາວ​ທຸກ​ຄົນ​ ທຸກ​ຊົນ​ຊາດ ຊົນ​ເຜົ່າ ​ແມ່ນ​ມີ​ສິດສະ​ເຫມີ​ພາບ ທຸກ​ຄົນ​ມີ​ໂອກາດ​ໄດ້​ຮັບ​ການ​ສຶກສາ​ເທົ່າ​ທຽມ​ກັນ, ຄົນ​ມົ້ງພວກ​ເຮົາ ຫລາຍ​ຄົນ​ຈົບ​ການ​ສຶກສາຂັ້ນສູງ ​ແລະ ​ໄດ້​ດຳລົງ​ຕຳ​ແຫນ່​ງທີ່​ສຳຄັນ​ຫລາຍໆ​ທ່ານ. ດັ່ງນັ້ນ ຈຶ່ຶງຮຽກ​ຮ້ອງ​ໃຫ້ ພໍ່​ແມ່​ ປະຊາຊົນຈົ່ງ​ເອົາ​ໃຈ​ໃສ່​ຊຸກຍູ້​ສົ່ງ​ເສີມ ​ໃຫ້​ລູກຫລນ​ຂອງ​ຕົນ​ໄດ້​ເຂົ້າ​ຮຽນ, ມີ​ການ​ສຶກສາ​ເທົ່າ​ນັ້ນ ຈຶ່ງສາມາດຊ່ວຍໃຫ້​ທຸກ​ຄົນ​ຫລຸດ​ພົ້ນ​ອອກ​ຈາກ​ການ​ຕົວະ​ຍົວະ​ຫລອກ​ລວງ, ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ແລະ​ ​ປະກອບສ່ວນເຂົ້າໃນ​ການ​ພັດທະນາ​ປະ​ເທດ​ໃຫ້​ຈະ​ເລີ​ນກ້າວຫນ້າ​ໄປ​ໄດ້.
ນາງ ມົວ​ຊົງ ຊຶ່ງແມ່ນຄູ​ອາສາ​ສະຫມັກ​ ກໍໄດ້​ກ່າວ​ວ່າ: ນາງ​ມີ​ຄວາມ​ຮູ້ສຶກ​ດີ​ໃຈ​ທີ່​ສຸດ​ທີ່​ໄດ້​ມີ​ໂອກາດ ມາ​ຮັບ​ໃຊ້​ສິດ​ສອນ​ລູກ​ຫລານ​ຂອງ​ປະຊາ​ຊົນ​ເຜົ່າ​ມົ້ງ ​ເຊິ່ງ​ແມ່ນ​ເຜົ່າ​ດຽວ​ກັນ ເຖິງ​ແມ່ນ​ວ່າຈະ​ພົບ​ຄວາມ​ຫຍຸ້ງ ຍາກ​ ແນວ​ໃດ​ກໍ​ຕາມ ນາງ​ຈະ​ອົດທົນ​ຜ່ານ​ຜ່າ​ເພື່ອ​ອະ​ນາ​ຄົດ​ອັນ​ຍາວ​ໄກ ຂອງ​ລູກ​ຫລານ.
ອຸປະກອນ​ການ​ຮຽນ - ການ​ສອນ ​ທີ່​ນຳ​ມາ​ມອບ​ຄັ້ງນີ້ ແມ່ນ​ການ​ປະກອບ​ສ່ວນ​ຂອງມູນ​ນິທິ​ສົ່ງ​ເສີມ​ການ​ສຶກສາ. ນອກ​ນັ້ນ, ຂັ້ນເທິງຍັງ​​ໄດ້​ສະຫນອງ​ອຸປະກອນ​ຮັບສັນຍານ​ດາວ​ທຽມ ​ເພື່ອ​ໃຫ້​ພະນັກງານ​ພໍ່ - ແມ່ປະຊາຊົນ​ບ້ານ​ບ້ານ​ພັດທະນາ​ຜາ​ຫລັກ ​ໄດ້​ມີ​ໂອກາດ​ເບິ່ງ​ໂທລະພາບ ​ ແລະ ​ຮັບ​ຂໍ້ມູນ​ຂ່າວສານ​ ກ່ຽວ​ກັບການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົປະຕິວັດ​ລາວໃນ​ແຕ່ລະ​ໄລຍະອີກດ້ວຍ./.




ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446