ລັດຖະມົນຕີປ້ອງກັນຄວາມສະຫງົບ ຊີ້ນຳວຽກງານຢູ່ແຂວງຫຼວງນ້ຳທາ
*(ຂປລ): ທ່ານ ທອງບັນ ແສງອາພອນ, ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ລົງ ຊີ້ນຳວຽກງານ ປກສ.ຢູ່ແຂວງຫຼວງນ້ຳທາ ໃນວັນທີ 28 ສີງຫານີ້ ຊຶ່ງໃນລະຫວ່າງການເຄື່ອນໄຫວນີ້ ກໍ່ໄດ້ຮັບຟັງການລາຍງານ ສະພາບການຕ່າງໆພາຍໃນ ແຂວງ ຈາກ ພັນໂທ ແສງດາໄລ ບົວອາພອນ, ຮອງຫົວໜ້າກອງບັນຊາການ ປ.ກ.ສ. ແຂວງ ໃຫ້ຊາບ ເປັນຕົ້ນວຽກງານ ປ.ກ.ສ.ກຸ່ມບ້ານ ໄດ້ມີຄວາມເປັນລະບຽບຮຽບຮ້ອຍ , ປະຊາຊົນເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ -ລັດ , ຮູ້ຈັກນັບຖືລະບຽບກົດຫມາຍບ້ານເມືອງຫຼາຍຂື້ນ , ແຕ່ຍັງມີປະກົດການຫຍໍ້ທໍ້ທີ່ເກີດຂື້ນກັບຊາວໜຸ່ມ ປະກົດການເລົ່ານີ້ໄດ້ຮັບການແກ້ໄຂດີຂື້ນກ່ວາເກົ່າ.ທ່ານ ທອງບັນ ແສງອາພອນ ໄດ້ໃຫ້ທິດຊີ້ນຳ ຕໍ່ຄະນະພັກ, ພະນັກງານ ປ.ກ.ສ ແຂວງ ຫລວງນ້ຳທາ ໂດຍໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນໃນປະຈຸບັນ ເປັນຕົ້ນພວກອິດທິປໍລະປັກ ແລະ ກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍ ລະບອບໃຫມ່ຂອງພວກເຮົາ ແລະ ທ່ານ ຍັງໄດ້ເນັ້ນໜັກຕື່ມ ໃຫ້ ຄະນະກອງບັນຊາການຈົ່ງພ້ອມກັນເອົາໃຈໃສ່ຊີ້ນຳໆພາໃນທຸກຂົງເຂດວຽກງານ ວິຊາສະເພາະ , ວຽກງານການເມືອງແນວຄິດໃຫ້ມີຄວາມເປັນເອກະພາບພາຍໃນມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະກັນໃຫ້ໜັກແໜ້ນ. ພ້ອມນັ້ນ ທ່ານລັດຖະມົນຕີ ປ້ອງກັນຄວາມສະຫງົບພ້ອມດ້ວຍຄະນະຍັງໄດ້ ເຄື່ອນໄຫວຢ້ຽມຢາມ ເຂດພັດທະນາບໍ່ແຕນແດນຄຳ ແລະ ໄດ້ຮັບຟັງການລາຍງານການພັດທະນາເສດຖະກິດ ຈາກຫົວໜ້າບໍລິສັດ ພັດທະນາເສດຖະກິດບໍ່ແຕນແດນຄຳ ໃຫ້ຊາບບາງຈຸດສຳຄັນໃນການພັດທະນາວຽກງານດັ່ງກ່າວ./.
ກັບສາລະບານ