ຄະນະຜູ້ແທນສະພາແຫ່ງຊາດລາວເດີນທາງທັດສະນະສຶກສາທີ່ກຳປູເຈຍ
*(ຂປລ) ຄະນະຜູ້ແທນສະພາແຫ່ງຊາດ ສປປ ລາວ ນຳໂດຍ ທ່ານ ນາງປານີ ຢາທໍ່ຕູ້, ຮອງປະທານສະພາແຫ່ງຊາດ ລາວ ໄດ້ເດີນທາງໄປທັດສະນະສຶກສາ ແລະ ຖອດຖອນບົດຮຽນ ກ່ຽວກັບການຄົ້ນຄ້ວາຄ່າທຳນຽມ ແລະ ຄ່າບໍລິການດ້ານມໍລະດົກ ເຂົ້າໃສ່ຮ່າງ ລັດຖະບັນຍັດຂອງປະທານ ປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ສະບັບປັບປຸງໃໝ່ ຢູ່ ລາຊະອານາຈັກກຳປູເຈຍ, ໃນລະຫວ່າງວັນທີ 3 ເຖິງວັນທີ 7 ກັນຍາ 2007 ນີ້. ເປົ້າຫມາຍສຳຄັນຂອງການແລກປ່ຽນແລະ ຖອດຖອນບົດຮຽນເທື່ອນີ້ພື່ອແລກປ່ຽນ ແລະລົງເລິກຖອດຖອນບົດຮຽນຕົວຈິງກ່ຽວກັບຂັ້ນຕອນໃນການກະກຽມສ້າງ, ການປັບປຸງກົດໝາຍ ແລະ ການສ້າງນິຕິກຳຕ່າງໆ;ແລກປ່ຽນບົດຮຽນກ່ຽວກັບການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳຕ່າງ, ໃນນັ້ນຈະລົງເລິກກ່ຽວກັບບັນດາກົດໝາຍໃນຂົງເຂດການລົງທຶນ, ກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ກົດໝາຍມໍລະດົກ ແລະ ກົດໝາຍອື່ນໆ ຊຶ່ງເຫັນວ່າບົດຮຽນດັ່ງກ່າວ ລາຊະອານາຈັກກຳປູເຈຍສາມາດຈັດຕັ້ງປະຕິບັດ, ຄຸ້ມຄອງ ແລະສາມາດດຶງດູດນັກລົງທືນຢູ່ພາຍໃນ ແລະ ຕ່າງປະເທດໄດ້ດີ; ແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງກົດໝາຍ, ດຳລັດວ່າດ້ວຍມໍລະດົກ ແລະ ການສ້າງນິຕິກຳຕ່າງໆເພື່ອຄຸ້ມຄອງບູຮານສະຖານ; ປູສະນິຍະສະຖານ; ການເກັບຄ່າທຳທຽມ-ຄ່າບໍລິການຕ່າງໆ; ການສ້າງກອງທຶນບູລະນະ; ການປົກປັກຮັກສາ, ການຂຶ້ນທະບຽນ ແລະ ກຳນົດມໍລະດົກແຫ່ງຊາດ, ມໍລະດົກໂລກ ແລະ ມໍລະດົກທີ່ເປັນກຳມະສິດຂອງບຸກຄົນ. ແລະ ແລກປ່ຽນບົດຮຽນກ່ຽວກັບການເຄື່ອນ ໄຫວປະຕິບັດພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງກຳມາທິການບັນດາເຜົ່າ ເປັນຕົ້ນ ການຕິດຕາມກວດກາ ແລະ ການຈັດຕັ້ງປະຕິບັດ ຍະໂຍບາຍ ຕ່າງໆຕໍ່ຊົນເຜົ່າ.ຄະນະຜູ້ແທນສະພາແຫ່ງຊາດ ມີກຳນົດຢູ່ທັດສະນະສຶກສາທີ່ຣາຊະອານາຈັກກຳປູເຈຍ5 ວັນ ຄືແຕ່ວັນທີ 3- 7 ກັນຍາ 2007 ນີ້.
ກັບສາລະບານ