ຂ່າວພາຍໃນປະເທດ

​ຍີ່​ປຸ່ນ​​ຊ່ວຍ​ເຫລືອ​​ລາວ ກະ​ກຽມ​​ເປັນ​ເຈົ້າ​ພາບ​ຈັດ​ກິ​ລາ​ຊີ​ເກມ​ປີ2009

*(ຂ​ປ​ລ) ລັດຖະບານຍີ່ປຸ່ນ ຕົກລົງໃຫ້ການຊ່ວຍເຫລືອລ້າສຳລັບ ໂຄງ​ການ​ກໍ່​ສ້າງ​ສູນ​ກິ​ລາ ບູ​ໂດ​ ລາວ -​ ຍີ່​ປຸ່ນ, ມູນ​ຄ່າ 400ລ້ານ
ເຢັນແລະ ໂຄງ​ການ​ຊ່ວຍ​ເຫລືອນອກ​ໂຄງ​ການ Non-​Project, ມູນ​ຄ່າ 1.200 ລ້ານ​ເຢັນ ຊຶ່ງ ກາ​ນຊ່ວຍ​ເຫລືອ​ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຍີ່​ປຸ່ນ ຄັ້ງ​ນີ້ ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ ເຂົ້າ​ໃນ​ ການ​ກະ​ກຽມ​ເປັນ​ເຈົ້າ​ພາບ​ໃນ​ການ​ຈັດ​ກິ​ລາ​ຊີ​ເກມ ຂອງ ​ສ​ປ​ປ​ລາວ ໃນ​ປີ 2009. ພ້ອມ​ນັ້ນ ກໍ່​ຍັງ​ເປັນ​ການ​ປະ​ກອບ​ສ່ວນເຂົ້າ​ໃນ​ການ​ພັດ​ທະ​ນາ​ພື້ນ​ຖານໂຄງ​ລ່າງເສດ​ຖະ​ກິດ, ການ​ພັດ​ທະ​ນາ​ທາງ​ດ້ານ​​ກະ​ສິ​ກຳ, ຊົນ​ນະ​ບົດ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ ແລະ ສາ​ທາ​ລະ​ນະ​ສຸກ​ຂອງ​ສ​ປ​ປ​ລາວ ອີກ​ດ້ວຍ.
ໃນ​ຕອນ​ບ່າຍ​ຂອງວັນ​ທີ 31 ສິງ​ຫາ 2007 ຢູ່​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດໄດ້​ຈັດ​ພິ​ທີ​ລົງ​ນາມ​ໃນ​ເອ​ກະ​ສານ​ແລກ​ປ່ຽນ ເພື່ອ​ຮັບ​ເອົາ​ການ​ຊ່ວຍ​ເຫລືອ​ລ້າ ຈາກ​ລັດ​ຖະ​ບານ​ຍີ່​ປຸ່ນ ສຳ​ລັບ 2 ໂຄງ​ການ​ຄື:
1. ໂຄງ​ການ​ກໍ່​ສ້າງ​ສູນ​ກິ​ລາ ບູ​ໂດ​ ລາວ -​ ຍີ່​ປຸ່ນ, ມູນ​ຄ່າ 400 ລ້ານເຢັນ
2. ໂຄງ​ການ​ຊ່ວຍ​ເຫລືອນອກ​ໂຄງ​ການ Non-​Project, ມູນ​ຄ່າ 1.200 ລ້ານ​ເຢັນ
ທ່ານ ບຸນ​ເກີດ ສັງ​ສົມ​ສັກ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ ກະ​ຊວງ​ການ​ຕ່າງ​ປະ​ເທດ, ຕາງ​ຫນ້າ​ໃຫ້​ລັດ​ຖະບານ ແຫ່ງ ສ​ປ​ປ​ລາວ ​ລົງ​ນາມໃນ​ເອ​ກະ​ສານ​ແລກ​ປ່ຽນຄັ້ງ​ນີ້ ຮ່ວມກັບ ທ່ານ ມາ​ໂກ​ໂຕະ ກັດ​ຊຶ​ຣະ ເອກ​ອັກ​ຄະ​ຣາ​ຊະ​ທູດ ຍີ່​ປຸ່ນ​ປະ​ຈຳ​ລາວ ຕາງ​ຫນ້າ​ໃຫ້​ລັດ​ຖະ​ບານ​ຍີ່​ປຸ່ນ.
ໃນ​ໂອ​ກາດ​ນີ້ ​​ທ່ານ ​ບຸນ​ເກີດ ​ສັງ​ສົມ​ສັກ ໄດ້​ຕາງ​ຫນ້າ​ໃຫ້​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວ ສະ​ແດງ​ຄວາມ​ຂອບ​ໃຈ ຢ່າງ​ຈິງ​ໃຈ​ໄປ​ຍັງ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຍີ່​ປຸ່ນ ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫລື່ອ​ອັນລ້ຳ​ຄ່າ ແລະ​ ຢຶນ​ຢັນ​ວ່າ ຈະ​ນຳ​ໃຊ້ ທຶນ​ດັ່ງ​ກ່າວ​ໃຫ້​ເກີດ​ຜົນ​ປະ​ໂຫຍດ ຕາມ​ຈຸດ​ປະ​ສົງ​ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຍີ່​ປຸ່ນ./

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446