ປະທານສະພາຢ້ຽມຊົມຮ້ານວາງສະແດງສິນຄ້າລາວ-ຫວຽດນາມ
*(ຂປລ): ທ່ານ ທອງສິງ ທຳມະວົງ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຊົມ ຮ້ານວາງສະແດງສິນຄ້າ ລາວ-ຫວຽດນາມ ຢູ່ສູນການຄ້າລາວ-ໄອເຕັກ ໃນວັນທີ 3 ກັນຍາ 2007ນີ້, ຮ່ວມຕິດຕາມໃນຄັ້ງນີ້ ມີທ່ານ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ ພ້ອມດ້ວຍພະນັກງານຂັ້ນສູງຈຳນວນໜຶ່ງ.ງານວາງສະແດງສິນຄ້າ ຈັດຂຶ້ນແຕ່ວັນ ທີ 30 ສິງຫາ ແລະ ຈະດຳເນີນໄປຮອດວັນທີ 5 ກັນຍາ 2007, ປະກອບມີລອ໋ກວາງສະແດງທັງ 300 ລອ໋ກ, ໃນນັ້ນລາວມີ 216 ລອ໋ກ ແລະ ແຍກປະເພດຄື: ອຸດສາຫະກຳປຸງແຕ່ງອາຫານ ເຄື່ອງດື່ມ ແລະ ຢາປົວພະຍາດມີ 18 ຫົວໜ່ວຍ, ອຸດສາຫະກຳຕັດຫຍິບ 14 ຫົວໜ່ວຍ, ອຸດສາຫະກຳເຄື່ອງໃຊ້ສອຍໃນຄົວເຮືອນ ແລະ ທົ່ວໄປ 53 ຫົວໜ່ວຍ, ເຄື່ອງຫັດຖະກຳແຜ່ນແພ, ຜ້າໄຫມ, ແກະສະຫລັກໄມ້, ເຄື່ອງເງິນ 25 ຫົວໜ່ວຍ, ຮ້ານຊີດີແຜ່ນເພັງລາວ ແລະ ເຄື່ອງໃຊ້ສອຍທົ່ວໄປ 13 ຫົວໜ່ວຍ, ທະນາຄານ 1 ແຫ່ງ 2 ລອ໋ກ, ຮ້ານອາຫານ 7 ຫົວໜ່ວຍ 10 ລອ໋ກ, ສສ ຫວຽດນາມ ມີ 65 ບໍລິສັດ ຈຳນວນ 69 ລອ໋ກ, ປະເພດອຸດສາຫະກຳອາໄລ່ລົດຈັກ ແລະ ແຜ່ນແພເຄື່ອງຫັດຖະກຳ 30 ບໍລິສັດ, ຢາປົວພະຍາດ ແລະ ອຸປະກອນການແພດ 15 ບໍລິສັດ, ອຸດສາຫະກຳວັດສະດຸກໍ່ສ້າງ 11 ບໍລິສັດ, ອຸດສາຫະກຳອາຫານ 9 ບໍລິສັດ, ສະແດງຮູບພາບ 30 ຫ້ອງລວມມູນຄ່າ ຂອງສິນຄ້າມາວາງສະແດງ ແລະ ຂາຍໃນງານຄັ້ງນີ້ ເທົ່າກັບ 1.730 ລ້ານກີບ ຫລືປະມານ 173 ພັນໂດລາສະຫະລັດ. ຈາກນັ້ນທ່ານປະທານຍັງໄດ້ຊົມການວາງສະແດງຮູບພາບ ການຮ່ວມມືສອງຊາດ ລາວ-ຫວຽດນາມ./.
ກັບສາລະບານ