ຂ່າວພາຍໃນປະເທດ

ລາວ​-ຫວຽດນາມເພີ່ມທະວີເປີດກວ້າງການພົວພັນການຄ້ານຳກັນ

*(ຂ​ປ​ລ): ລາວ​ ​​ແລະຫຽວດນາມ ໄດ້ວາງເປົ້າຫມາຍມູນຄ່າການຄ້າ ລະຫວ່າງສອງປະເທດ ໃຫ້ໄດ້ 1 ຕື້ ໂດລາສະຫະລັດ ໃນປີ 2010 ແລະ 2 ຕື້ໂດລາສະຫະລັດ ໃນປີ 2015 ແນໃສ່ເພີ່ມທະວີການພົວພັນ ການຄ້າ ລະຫວ່າງສອງປະເທດ ໃຫ້ຫລາຍຂື້ນ
ເລື້ອຍໃນຕໍ່ໜ້າ.ເພື່ອບັນລຸເປົ້າຫມາຍດັ່ງກ່າວສອງກະຊວງອຸດສາຫະກຳແລະການຄ້າກຳລັງດຳເນີນການຄົ້ນຄ້ວາໂຄງ
ການພັດທະນາການຄ້າລາວ ​​ -ຫວຽດນາມ ໃນໄລຍະ ປີ 2008- 2015 ເພື່ອນຳສະເໜີຕໍ່ລັດຖະບານ ສອງປະເທດພິຈາລະນາ
ໃນເດືອນ ຕຸລາ 2007, ແນ່ນອນ ຜູ້ຂັບ ເຄື່ອນຕົ້ນຕໍຂອງໂຄງການດັ່ງກ່າວ ແມ່ນພາກທຸລະກິດຂອງສອງປະເທດ ຈຶ່ງຈະສາມາດບັນລຸໄດ້ ຕາມ ເປົ້າ ຫມາຍທີ່ວາງໄວ້ນັ້ນ. ບັນດານັກທຸລະກິດ ລາວ ແລະ ຫວຽດນາມ ໄດ້ດຳເນີນການພົບປະປຶກສາຫາລື ແລະ ສົນທະນາກັນ ໃນລະຫວ່າງການຈັດກອງປະຊຸມ ໃນ​ຕອນ​ເຊົ້າ​ວັນ​ທີ 31 ສິງຫາ 2007. ທີ່​ສູນ​ການ​ຄ້າ​ລາວ​-ໄອ​ເຕັກ ນະ​ຄອນ​ຫລວງວຽງ​ຈັນ ຊຶ່ງມີ​ທ່ານ ດ​ຣ. ນາມ ວິ​ຍະ​ເກດ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ທ່ານ ເລ ຫວງ ກວນ ປະ​ທານ​ຄະ​ນະ​ກຳ​ມະ​ການ ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ, ທ່ານ​ຮອງ​ເຈົ້າ​ຄອງ​ນະ​ຄອນ​ຫລວງວຽງ​ຈັນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສະ​ຫະ​ກຳ ແລ​ະ ການ​ຄ້າ ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ນັກ​ທຸ​ລະ​ກິດ ລາວ-​ຫວຽດ​ນາມ ​ເຂົ້າ​ຮ່ວມ​.ລາວ ແລະ ຫວຽດນາມໄດ້ເຊັນສັນຍາການຄ້ານຳກັນ ໃນປີ 1998 ເພື່ອສົ່ງເສີມ ແລະເອື້ອອຳນວຍ ແກ່ການພົວພັນການຄ້າ.ໃນວັນທີ 28 ກໍລະກົດ 2005 ສອງຝ່າຍໄດ້ຮ່ວມລົງນາມ ຂໍ້ຕົກລົງລະຫວ່າງ ສອງ ກະຊວງການຄ້າກ່ຽວ
ກັບ ການໃຫ້ບູລິມະສິດອັດຕາພາສີຂາເຂົ້າ ຊຶ່ງກັນ ແລະ ກັນ ສຳລັບສິນຄ້າຂອງ ສປປ ລາວ ແລະຫວຽດນາມ ແລະໄດ້ປັບປຸງເພີ່ມເຕີມໃນວັນທີ 19/12/2006.ການຈັດຕັ້ງປະຕິບັດຂໍ້ຕົກລົງ ຂອງສອງກະຊວງການຄ້າດັ່ງກ່າວ ໄດ້ເຮັດໃຫ້ນັກທຸລະກິດ ຂອງສອງ ປະເທດ ມີຄວາມກະຕືລືລົ້ນ ໃນການຊອກຫາຄູ່ຄ້າ ແລະ ຄ້າຂາຍຮ່ວມກັນ. ນອກຈາກຫົວໜ່ວຍທຸລະກິດ ທີ່ເຄີຍຄ້າ ຂາຍຮ່ວມກັນແລ້ວ ຍັງເກີດມີໜໍ່ແໜງທຸລະກິດໃໝ່ຂື້ນເລື້ອຍໆ ໃນປີ 2006 ມູນຄ່າການຄ້າ ລະຫວ່າງ ສອງປະເທດບັນລຸໄດ້ 260 ລ້ານໂດລາສະຫະລັດ ເພີ່ມຂື້ນ 83% ເມື່ອທຽບໃສ່ປີ 2004 ແລະ ສະເພາະໃນ 4 ເດືອນຕົ້ນປີ 2007 ບັນລຸໄດ້ 92,3 ລ້ານ ໂດລາສະຫະລັດ ເພີ່ມຂື້ນ 21,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2006 ./

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446