ຂ່າວພາຍໃນປະເທດ

ນາຍົກລັດຖະມົນຕີ ສຳ​ເລັດ​ການ​ເຂົ້າ​ຮ່ວມ​
ສະຫລອງວັນປະກາດ​ເອກະລາດມາ​ເລ​ເຊຍ

*(ຂປລ): ພະນະທ່ານ ບົວ​ສອນ ບຸບຜາ​ວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້​ເດີນທາງ​ກັບ​ຄືນ​ປະ​ເທດ ດ້ວຍ​
ຄວາມ​ສະຫວັດດີ​ພາບ ​ໃນ​ວັນ​ທີ 1 ກັນຍາ 2007 ນີ້ ພາຍຫລັງທີ່ໄດ້ສຳເລັດການ​ເຂົ້າ​ຮ່ວມພິທີສະ​ເຫລີ​ມສະຫຼອງ ​ວັນປະກາດ​ເອກະລາດຂອງມາ​ເລ​ເຊຍຄົບຮອບ 50 ປີ (1957-2007) ຊຶ່ງ​ໄດ້​ຈັດ​​ຂຶ້ນໃນ​ວັນ​ທີ 31 ສິງຫາຜ່ານມານີ້ ທີ່​ນະຄອນຫລວງ ກົວ​ລາ​ລຳ​ເປີ ຕາມຄຳ​ເຊີນ ຂອງ​ພະນະ ທ່ານ ດາ​ໂຕະ ​ເສຣິ ອັບ​ດູ​ນລາ ອາຣມັດ ບາ​ດາ​ວີ ນາຍົກລັດຖະມົນຕີ​ ແຫ່ງ ​ມາ​ເລ​ເຊຍ.​ ໃນ​ໄລຍະເຂົ້າຮ່ວມງານດັ່ງກ່າວ ພະນະທ່ານ ບົວ​ສອນ ບຸບຜາ​ວັນ ໄດ້​ເຄື່ອນ​ໄຫວ​ຮ່ວມ​ກັບບັນດາ​ປະມຸກ​ລັດ ​ແລະ​ ຫົວໜ້າ​ຄະນະ​ລັດຖະບານ​ຈາກ 17 ປະ​ເທດ ​ເປັນຕົ້ນ​ແມ່ນ​ໄດ້​ເຂົ້າ​ຮ່ວມຊົມ ​ການ​ເດີນ​ສວນສະ ໜາມ ທີ່​ຈັດ​ຂຶ້ນຢູ່​ສະໜາມ​ຫລວງ​ເອກະລາດ (​ເມີ​ດິກາ), ​ເຂົ້າ​ຮ່ວມ​ງານ​ລ້ຽງ​ນ້ຳ​ຊາ ຈັດ​ໂດຍ​ເຈົ້າ​ຊິວິດ​ແຫ່ງ​ມາ​ເລ​ເຊຍ ​ເພື່ອ​ເປັນ​ກຽດ​ແກ່​ຄະນະ​ຜູ້​ແທນ​ຕ່າງປະ​ເທດ ​ແລະ ​ໄດ້​ເຂົ້າ​ຮ່ວມ​ຊົມ​ພິທີ​ສະ​ເຫລີ​ມສະຫລອງ​ອັນ​ຍິ່ງ​ໃຫຍ່ ຢູ່​ສະໜາມກິລາ​ເມີ​ດິກາ.
ພິທີ​ສະ​ເຫລີ​ມສະຫລອງ​ວັນ​ເອກະລາດ ຄົບຮອບ 50 ປີ ຂອງ​ປະ​ເທດ​ມາ​ເລ​ເຊຍ ​ໄດ້​ຈັດ​ຂຶ້ນຢ່າງ​ໃຫຍ່​ໂຕ​ມະ​ໂຫລານ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ມວນ​ຊົນ ຢ່າງ​ຫລວງຫລາຍ ​ເຊິ່ງ​ເປັນ​ການສະ​ແດງ​ອອກ​ເຖິງ​ຄວາມ ​ເປັນ​ໜຶ່ງ​ອັນ​ດຽວ ​ແລະ​ ຄວາມ​ປອງ​ດອງ​ຂອງ​ປະຊາຊົນ ທີ່​ປະກອບ​ດ້ວຍ​ຫລາຍ​ເຊື້ອຊາດ, ສາສະໜາ ​ແລະ​ ມີ​ຄວາມ​ມຸ້ງ​ໝັ້ນພັດທະນາ​ປະ​ເທດ ສູ່​ຄວາມ​ຈະ​ເລີ​ນວັດທະນາ. ການສະ​ເຫລີ​ມສະຫລອງ ຍັງ​ເປັນ​ການສະ​ແດງ​ອອກ​ເຖິງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ຕໍ່​ຜົນສຳ​ເລັດ​ອັນ​ຍິງ​ໃຫຍ່​ໃນ 50 ປີຜ່ານມາ ພາຍ​ໃຕ້​ການ​ນຳພາ ຂອງ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ 5 ທ່ານ ນັບ​ແຕ່​ປີ 1957 ເປັນຕົ້ນ​ມາ​ຈົນ​ເຖິງ​ປະຈຸ​ບັນ ຊຶ່ງ​ເຮັດ​ໃຫ້​ມາ​ເລ​ເຊຍ​ໄດ້​ຮັບ​ການ​ພັດທະນາ ຈາກ​ການ​ເປັນ​ປະ​ເທດ​ກະສິກຳ​ຫລ້າຫລັງ ກາຍມາ​ເປັນ​ປະ​ເທດກະສິກຳ-ອຸດສາຫະກຳ​ພັດທະນາ​ຢ່າງ​ວ່ອງ​ໄວ./.

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446