ຂ່າວພາຍໃນປະເທດ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຕ້ອນ​ຮັບທູດຕ່າງປະເທດ

*(ຂ​ປ​ລ) ໃນ​ຕອນ​ເຊົ້າ​ວັນ​ທີ 3 ກັນ​ຍາ​ນີ້ ທີ່​ຫໍ​ສະ​ພາ​ແຫ່ງ​​ຊາດ, ທ່ານ ທອງ​ສິງ ທຳ​ມະ​ວົງ, ປະ​ທານ​ສະ​ພາ​ ແຫ່ງ​ຊາດລ​າວໄດ້​ຕ້ອນ​ ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ ຂອງ ທ່ານ ປັກ ໂມງ​ກູ, ເອກ​ອັກ​ຄະ​ລັດ​ຖະ​ທູດ ວິສາມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ​ປ​ປ ເກົາ​ຫລີ ປະ​ຈຳ ສ​ປ​ປ ລາວ ເພື່ອສະແດງຄວາມ ຍິນດີ ຕໍ່ຜົນການ​ຢ້ຽມຢາມ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ປະ​ຊາ​ທິ​ປະ​ໄຕ ເກົາ​ຫລີ ຂອງທ່ານປະ​ ທານ​ສະ​ພາ​ແຫ່ງ​ຊາດລາວ ພ້ອມດ້ວຍຄະນະ ໃນລະ ຫວ່າງ​ວັນ​ທີ 31 ກໍ​ລະ​ກົດ ເຖິງວັນ​ທີ 4 ສິງ​ຫາ​ນີ້ ຕາມ​ຄຳ​ເຊີນ​ຂອງ ທ່ານ ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ແຫ່ງ ສ​ປ​ປ ເກົາ​ຫລີ ຊຶ່ງເປັນການເພີ່ມ​ທະ​ວີ , ເສີມ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ນຳ​ກັນ​ໂດຍ​ສະ​ເພາະ​ແມ່ນ​ສ​ືບ​ຕໍ່​ແລກ​ປ່ຽນ​ບົດ​ຮຽນ​ລະ​ຫວ່າງ​ສອງ​ອົງ​ການ​ນິ​ຕິ​ບັດ​ຍັດ​ຂອງ​ສອງ​ປະ​ເທດ​ອີກ​ດ້ວຍ.
ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ ທ່ານ ທອງ​ສີງ ທຳ​ມະ​ວົງ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ອຳ​ລາ ຂອງ ທ່ານ ມາ​ໂກ​ໂຕະ ກັດ​ຊຶ​ຣະ (MAKOTO KATSURA), ເອກ​ອັກ​ຄະ​ລາຊະ​ທູດ ວິສາມັນ ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ປະ​ເທດ​ຍີ່​ປຸ່ນ ປະ​ຈຳ​ສ​ປ​ປ ລາວ ພາຍ​ຫລັງ​ທີ່​ໄດ້​ສຳ​ເລັດ​ໜ້າ​ທີ່​ການ​ທູດ ເປັນ​ເວ​ລາ 3 ປີ​ .
ທ່ານ ທອງ​ສິງ ທຳ​ມະ​ວົງ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີ​ລາ​ສູງ​ຕໍ່​ການປະຕິບັດຫນ້າທີ່ການທູດ ຂອງທ່ານ ທູດ ຕະຫລອດໄລຍະການປະຕິບັດວຽກງານການທູດ ເພື່ອ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ການຮ່ວມມື ແລະ ​ຊ່ວຍ​ເຫລືອ ລະຫວ່າງ ລາວ ແລະ ຍີ່ປຸ່ນໃຫ້ ນັບມື້​ແຕກດອກ​ຜົນ​ຍິ່ງໆ​ຂຶ້ນ.
ທ່ານ ປະ​ທານ​ສະ​ພາ​ແຫ່ງ​ຊາດກໍ​ໄດ້​ຖືໂອ​ກາດອວຍ​ພອນ​ໃຫ້​ທ່ານ​ທູດ​ຈົ່ງ​ເດີນ​ທາງ​ກັບ​ຄືນ​ປະ​ເທດ​ດ້ວຍ​ຄວາມ​ສະ​ຫວັດພາບ ແລະ ປະສົບຜົນສຳເລັດໃນຫນ້າທີ່ວຽກງານໃຫມ່ຂອງທ່ານ./.

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446