ເລີ່ມແລ້ວສົກຮຽນໃໝ່ 2007-2008 ໃນຂອບເຂດທົ່ວປະເທດ
*(ຂປລ): ໃນຕອນເຊົ້າວັນທີ 3 ກັນຍາ 2007 ເປັນມື້ໄຂສົກຮຽນໃໝ່ 2007-2008 ຊຶ່ງປົກກະຕິແລ້ວແມ່ນວັນທີ 1 ກັນຍາ ຂອງ ທຸກທປີເປັນມື້ໄຂສົກຮຽນໃໝ່ ໂດຍປີນີ້ກົງກັບວັນເສົາ, ສະນັ້ນ ຢູ່ບັນດາໂຮງຮຽນ ແລະ ສະຖາບັນການສຶກສາທຸກຊັ້ນທຸກສາຍ ທັງພາກລັດ ແລະ ເອກະຊົນ ຈິ່ງໄດ້ພ້ອມກັນເອົາວັນທີ 3 ກັນຍາ 2007ນີ້ ເປັນມື້ໄຂສົກຮຽນໃໝ່ຢ່າງເປັນທາງການ ໃນຂອບເຂດທົ່ວປະເທດ ຊຶ່ງສົກຮຽນ 2007-2008 ນີ້ ມີໂຮງ ຮຽນປະຖົມສຶກສາມີ 8.740 ແຫ່ງ ມີຫ້ອງຮຽນທັງໝົດ 28.363 ຫ້ອງ ແລະ ມັດທະຍົມສຶກສາມີທັງໝົດ 1.009 ແຫ່ງ ແລະ ຫ້ອງຮຽນມີ 8.392 ແຫ່ງ. ຕອນເຊົ້າວັນດຽວກັນ ຢູ່ໂຮງຮຽນມັດທະຍົມສົມບູນວຽງຈັນ (ມສ ວຽງຈັນ) ໄດ້ໄຂສົກຮຽນໃໝ່ 2007 -2008 ຂຶ້ນຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະ ຄອນຫລວງວຽງຈັນ ຊຶ່ງມີຫົວໜ້າພະແນກສຶກສານະຄອນຫລວງວຽງຈັນ, ອຳນວຍການ ມສ ວຽງຈັນ ພ້ອມດ້ວຍຄູອາຈານ, ນັກຮຽນ-ນັກສຶກສາ ຕະຫລອດຮອດຜູ້ປົກຄອງນັກຮຽນ ເຂົ້າຮ່ວມຢ່າງຫລວງຫລາຍ. ທ່ານ ດຣ. ສິນລະວົງ ຄຸດໄພທູນ ໄດ້ໃຫ້ກຽດຂຶ້ນກ່າວໄຂສົກຮຽນໃໝ່ຄັ້ງນີ້ວ່າ: ຈົ່ງພ້ອມກັນສືບຕໍ່ສຶກ ສາອົບຮົມແນວຄິດ, ຍົກລະດັບທາງດ້ານການເມືອງ, ສະຕິຊາດອັນສູງສົ່ງໃຫ້ແກ່ຄູອາຈານ ແລະ ນັກຮຽນທັງໝົດ ເພື່ອໃຫ້ທຸກຄົນເຊື່ອມຊຶມ ຕໍ່ແນວທາງນະໂຍບາຍຂອງພັກ, ປະຕິບັດຄຳສັ່ງ ແລະ ລະບຽບກົດໝາຍຂອງລັດ, ຕີຕ້ານແນວຄິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ. ພ້ອມນັ້ນຕ້ອງໄດ້ເລັ່ງໃສ່ສ້າງນັກຮຽນ ໃຫ້ບັນລຸ 5 ທັດສະ ນະຂອງການສຶກສາໄລຍະໃໝ່ຄື: ຄຸນສົມບັດສຶກສາ, ປັນຍາສຶກສາ, ກຳມະສຶກສາ, ພາລະສຶກສາ ແລະ ສີລະປະສຶກສາ, ເອົາໃຈໃສ່ປັບປຸງ ຍົກລະດັບຄວາມສາມາດດ້ານວິຊາການ, ຍົກຄຸນນະພາບດ້ານການສິດສອນ-ຮ່ຳ ຮຽນ ໃນທຸກຊັ້ນຮຽນ ແລະ ທຸກສາຍໃຫ້ມີປະສິດທິຜົນສູງ ພ້ອມທັງເພີ່ມທະວີການພົວພັນ ແລະ ການປະສານງານຮ່ວມມື, ຂໍການອຸປະຖຳຈາກຜູ້ປົກຄອງ, ຊຸມຊົນ, ສະມາຄົມພໍແມ່ນັກຮຽນ, ບັນດາອົງການຈັດຕັ້ງສາກົນ, ບໍລິສັດຫ້າງຮ້ານ ຕະຫລອດຮອດບັນດານັກທຸລິກິດ ເພື່ອບູລະນະສ້ອມແປງ ເຮັດໃຫ້ໂຮງຮຽນກາຍເປັນໂຮງ ຮຽນແບບຢ່າງຮອບດ້ານ. ອາຈານ ຄຳຊ້ອຍ ວົງສຳພັນ ຮອງອຳນວຍການ ມສ ວຽງຈັນ ຂຶ້ນຜ່ານແຜນພັດທະນາການຮຽນ- ການສອນ ປະຈຳສົກປີ 2007-2008 ຄັ້ງນີ້ໃຫ້ຮູ້ວ່າ: ສືບຕໍ່ສ້າງໂຮງຮຽນໃຫ້ກາຍເປັນໂຮງຮຽນແບບຢ່າງຮອບ ດ້ານ ຂອງນະຄອນຫລວງວຽງຈັນ, ສູ້ຊົນຕົວເລກຄາດໝາຍ ໃນສົກຮຽນໃໝ່ນີ້ ເຊັ່ນວ່າ: ຄູດີເດັ່ນປະເພດໜຶ່ງ ໃຫ້ໄດ້ 75% ຂຶ້ນໄປ, ອັດຕາສ່ວນການຄ້າງຫ້ອງບໍ່ໃຫ້ເກີນ 0,50%, ອັດຕາການປະລະໂຮງຮຽນ ບໍ່ໃຫ້ເກີນ 0,45%, ອັດຕານັກຮຽນບໍ່ມີເງື່ອນໄຂສອບບໍ່ໃຫ້ເກີນ 0,25%, ອັດຕານັກຮຽນໂຈະບໍ່ໃຫ້ເກີນ 0,30%, ການເລື່ອນຂັ້ນໃຫ້ບັນລຸ 98%, ການສອບເສັງນັກຮຽນເກັ່ງສືບຕໍ່ສູ້ຊົນໃຫ້ໄດ້ 1 ໃນທຸກວິຊາ ທັງ ມ6 ແລະ ມ3 ໃນຂັ້ນນະ ຄອນຫລວງວຽງຈັນ ແລະ ທົ່ວປະເທດ, ສູ້ຊົນສ້າງໃຫ້ເປັນໂຮງຮຽນປອດຢາເສບຕິດ 100% ແລະ ໃຫ້ມີສ່ວນຮ່ວມຢ່າງຕັ້ງໜ້າ ຂອງຄູອາຈານ ແລະ ນັກຮຽນ ເຮັດໃຫ້ກິດຈະກຳຕ່າງໆເດັ່ນທຸກປະເພດ. ຄຽງຄູ່ກັນນີ້ ຕ້ອງເພີ່ມທະວີບົດບາດການນຳພາ ຂອງຄະນະວິຊາການ ໃນການປະຕິບັດໂຄງການຫລັກສູດ, ການສິດສອນ, ການຮ່ວມໂມງສອນ, ການນິເທດພາຍໃນພາຍນອກ, ການປະເມີນໃຫ້ຄວາມຊັດເຈນຖືກຕ້ອງຕາມຫລັກການ, ເອົາໃຈໃສ່ບຳລຸງຄູຄະນິດສາດ ແລະ ເຄມີສາດ, ເອົາໃຈໃສ່ປັບປຸງວິທີການສິດສອນ ໂດຍເອົານັກຮຽນເປັນໃຈກາງ ນຳໃຊ້ສື່ການຮຽນ-ການສອນທີ່ທັນສະໄໝ ເຊັ່ນ: ເທັບ, ວິດີໂອ ແລະ ຄອມພິວເຕີ. ນອກນີ້ຍັງຕ້ອງສືບຕໍ່ພົວພັນ ສະມາຄົມພໍແມ່ນັກຮຽນລະດັບຫ້ອງ, ລະດັບຂັ້ນ ແລະ ລະດັບໂຮງຮຽນໃຫ້ມີປະສິດພາບສູງກວ່າເກົ່າ./
ກັບສາລະບານ