ຊົມເຊີຍວັນຊາດ ອູສເບກິສຖານ ແລະ ສະໂລວັກ
*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ, ພະນະທ່ານ ບົວ ສອນ ບຸບຜາວັນ, ນາ ຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງ ປະເທດແຫ່ງ ສປປ ລາວ ຕ່າງກໍໄດ້ສະແດງຄວາມຊົມເຊີຍເຖິງ ຄູ່ຮ່ວມຕຳແຫນ່ງ ທີ່ປະເທດສາທາລະນະລັດອູສເບກິສຖານຄື: ພະນະທ່ານ ອິສລອມ ກາຣີໂມບ, ປະທານາທິ ບໍດີ, ພະນະທ່ານ ເຊບກັດ ມີຣຊູຢາເຢບ, ນາຍົກລັດຖະມົນຕີ ແລະ ພະນະທ່ານວະລາດີເມຍຣ ໂນຣົບ ລັດຖະມົນຕີວ່າການກະຊວງການ ຕ່າງປະເທດແຫ່ງ ສາທາລະນະລັດອູສເບກິສຖານໃນໂອກາດວັນຊາດຂອງປະເທດດັ່ງກ່າວ ຊຶ່ງແຕ່ລະທ່ານ ໄດ້ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ພ້ອມທັງສະແດງຄວາມຫວັງວ່າ: ສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະ ຫວ່າງ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະ ນະລັດ ອູສເບກິສຖານ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງສອງຊາດ ແລະ ເພື່ອສັນຕິພາບໂລກ. ໄລຍະດຽວກັນນີ້ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ, ພະນະ ທ່ານ ບົວສອນ ບຸບຜາ ວັນ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງການ ຕ່າງປະ ເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຊົມເຊີຍເຖິງ ພະນະທ່ານ ອີວານ ກາສປາໂລວິກຊ, ປະທາ ນາທິບໍດີ, ພະນະທ່ານ ໂຣເບີດ ຟີກໂກ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ແຈນ ກູບິດ ໃນໂອກາດວັນຊາດ ຂອງປະເທດດັ່ງກ່າວ ຊຶ່ງແຕ່ລະທ່ານ ໄດ້ສົ່ງຄຳຊົມເຊີຍອັນອົບອຸນ ແລະ ພອນໄຊອັນປະເສີດ ພ້ອມທັງສະແດງ ຄວາມຫວັງວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລະຫວ່າງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະໂລວັກ ຈະໄດ້ຮັບການເສີມຂະຫຍາຍຢ່າງມີຜົນສຳເລັດ ເພື່ອຜົນ ປະໂຫຍດຂອງສອງຊາດ ແລະ ເພື່ອສັນຕິພາບໂລກ./.
ກັບສາລະບານ