ຂ່າວພາຍໃນປະເທດ

ເພີ່ມຄວາມຮັບຮູ້ເຂົ້າໃຈ ຕໍ່​ ວຽກ​ງານ​ສາສະຫນາ-ຊົນ​ເຜົ່າ-ຊັ້ນຄົນ

*(ຂປລ): ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ ໄດ້​ຈັດຕັ້ງ​ການຍົກລະດັບຄວາມຮູ້ຄວາມເຂົ້າໃຈຕໍ່​ວຽກ​ງານ​ສາສະຫນາ, ຊົນ​ເຜົ່າ ​ແລະ​ຊັ້ນ
ຄົນໂດຍ​ທ່ານຕົງ​ເຢີ​ທໍ ,ຮອງ​ປະທານ​ຜູ້​ປະຈຳການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດໃຫ້ກຽດເປັນປະທານຊຶ່ງມີບັນດາ​ທ່ານຮອງ​ປະທານ, ຫົວຫນ້າ​ກົມ, ຕົວແທນສາສະຫນາທີ່ມີການຈັດຕັ້ງຖືກຕ້ອງຢູ່ລາວ ​ແນວ​ລາວ​ສ້າງ​ຊາດ ແລະ ປກສ ຂັ້ນ​ແຂວງ, ຂັ້ນ​ເມືອງ​ ໃນ​ທົ່ວ​ນະຄອນຫລວງ ​ແລະ ​ແຂວງ​ວຽງ​ຈັນ ​ເຂົ້າ​ຮ່ວມ​ຈຳນວນ 70 ກວ່າຄົນ ແລະ ພະສົງ 5 ອົງ.​
ການຍົກລະດັບທີ່ຈັດຂຶ້ນໃນຮູບແບບການຝຶກອົບຮົມຄັ້ງນີ້ ໄດ້ດຳ​ເນີນເປັນເວລາ 2 ວັນ (28-29/8/2007)​ ໂດຍຜູ້​ເຂົ້າ​ຮ່ວມ​ໄດ້​ຮຽນຮ້​ູ ແລະ ​ເຊື່ອມ​ຊຶມ 3 ເນື້ອ​ໃນ​ເອກະສານ​ ວຽກ​ງານ​ສາສະຫນາ ​ເຊິ່ງມາ​ຮອດ​ປະຈຸ​ບັນ ຢູ່​ປະ​ເທດ​ລາວ​ມີ 4 ສາສະຫນາ ທີ່​ໄດ້​ມີ​ການຈັດຕັ້ງທີ່​ຖືກຕ້ອງ, ​ເອກະສານ​ຄວາມ​ຮູ້​ພື້ນຖານ ​ກ່ຽວ​ກັບ​ວຽກງານ​ຊົນ​ເຜົ່າ ​ໂດຍສັງລວມວ່າ: ​ປະຈຸ​ບັນປະ​ເທດ​ລາວ​ມີ 49 ​ຊົນ​ເຜົ່າ ​ແລະ​ ​ເອກະ​ສານ​ພາລະ​ບົດບາດ ຄວາມ​ສຳຄັນ ຂອງ​ຊັ້ນຄົນ ​ແລະ​ ອົງການ​ຈັດຕັ້ງສັງຄົມ, ພ້ອມ​ກັນນັ້ນ ສຳ​ມະ​ນາກ​ອນຍັງ​ໄດ້​ຜັດປ່ຽນ​ກັນ​ຂຶ້ນປະກອບ​ຄຳ​ຄິດ ຄຳ​ເຫັນ ຢ່າງ​ກົງ​ໄປ​ກົງ​ມາ​ແລະ ​ເລິກ​ເຊິ່ງ ເພື່ອ​​ເຮັດ​ໃຫ້​ພະ​ນັກ​ງານ, ນັກບວດ, ສາສະ​ນິກະ​ຊົນ, ສາສະຫນາ​ຕ່າງໆ, ຕົວ​ແທນ​ຊົນ​ເຜົ່າ​ຕ່າງໆ ແລະ​ ຕົວ​ແທນ​ຊັ້ນຄົນຕ່າງໆ ​ໄດ້​ເພີ່ມ​ຄວາມ​ຮັບ​ຮູ້ ຄວາມ​ເຂົ້າ​ໃຈ​ ຕໍ່​ວຽກ​ງານ​ສາສະຫນາ, ວຽກ​ງານ​ຊົນ​ເຜົ່າ ແລະ​ ວຽກ​ງານ​ຊັ້ນຄົນ ​ເຊິ່ງພັກ-ລັດ​​ ຍາມ​ໃດກໍ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ ຕໍ່​ປະຊາຊົນ​ລາວທຸກ​ຊົນ​ເຜົ່າ, ທຸກ​ສາສະຫນາ ​ແລະ ຊັ້ນຄົນທຸກເພດ​ໄວ ​ເພາະວຽກ​ນີ້​ເປັນ​ວຽກ​ທີ່​ລະອຽດ​ອ່ອນ ​ແລະ ​ມີ​ຄວາມ​ສຳຄັນ​ຫລາຍ, ພັກ- ລັດ ​ກໍ​ຄື​ສູນ​ກາງ​ແນວ​ລາວ​ສ້າ​ງຊາດ​ ໄດ້​ເອົາ​ໃຈ​ໃສ່ ໃນ​ການ​ຄຸ້ມ​ຄອງ ​ແລະ​ ປົກ​ປ້ອງ, ການ​ຊີ້ນຳ​ນຳພາ ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ ​ແລະ ​ການຈັດຕັ້ງປະຕິບັດ ​ໃຫ້​ຖືກຕ້ອງ​ສອດຄ່ອງ​ກັບ​ລະບຽບ​ກົດຫມາຍ ​ແລະ​ແນວ ທາງ​ນະ​ໂຍບາຍ ຂອງ​ພັກ ແລະ ລັດ.
ທ່ານ ຕົງ​ເຢີ​ທໍ ໄດ້ກ່າວ​ເນັ້ນບາງ​ຕອນສຳຄັນ​ວ່າ: ປະ​ເທດ​ລາວ​ ເປັນ​ປະ​ເທດ​ຫນຶ່ງ ທີ່​ຕົກ​ເປັນ​ຫົວ​ເມືອງ​ຂຶ້ນ​ ຂອງຈັກກະພັດ​ຕ່າງ​ດ້າວມາ​ຫລາຍ​ເຊັ່ນ​ຄົນ. ຈົນ​ມາ​ເຖິງ​ວັນ​ທີ 2 ທັນວາ 1975 ຈຶ່ງ​ສາມາດ​ສະຖາປະນາ ​ເປັນ​ປະ​ເທດ ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໂດຍ​ສັນຕິ​ວິທີ​ແບບ​ບໍ່​ມີ​ການ​ນອງ​ເລືອດ ​ແລະ ​ບໍ່​ມີ​ສຽງ​ປືນ​ແຕກ ທັງ​ຫມົດ​ນັ້ນ ​ແມ່ນ​ຍ້ອນ​ແນວທາງ​ການ​ນຳພາ ຂອງ​ພັກ​ ທີ່ຖືກຕ້ອງ ແລະ​ ເປັນ​ທຳ, ​ຍ້ອນ​ມີ​ກຳລັງ​ແຮງ​ສັງ​ລວມ ຂອງ​ປະຊາຊົນ​ລາວບັນດາ​ເຜົ່າ, ສາສະຫນາ ​ແລະ ​ຊັ້ນຄົນ ທຸກ​ເພດ​ໄວ ​ໄດ້​ຮ່ວມ​ແຮງ​ຮວມ​ໃຈ​ກັນ​ລຸກຂຶ້ນຢຶດອຳນາດມາ​ມື. ມາ​ຮອດ​ປະຈຸ​ບັນນີ້ ​ເປັນ​ເວລາ 30 ກວ່າ​ປີ​ ທີ່​ລາວ​ເຮົາ ໄດ້​ຮັບ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ​ແຕ່​ອິດ​ທິກຳລັງ​ປໍ​ລະ​ປັກ ​ຍັງ​ຫາ​ທຸກ​ວິທີ ເພື່ອ​ຫວັງ​ມ້າງ​ເພ​ທຳລາຍ​ລະບອບ​ໃຫມ່ ດ້ວຍ​ຫລາຍ​ຮູບ​ການ. ສະນັ້ນ ​ໃຫ້​ທຸກ​ສາສະຫນາ, ຊົນ​ເຜົ່າ ​ແລະ​ ຊັ້ນຄົນ ​ເພດ​ໄວ ຈົ່ງ​ພ້ອມພຽງ​ກັນ ຕ້ານ​ກົນອຸບາຍ​ດັ່ງກ່າວ ​ເດີນ​ຕາມ​ແນວທາງ​ຂອງ​ພັກ-ລັດ, ພ້ອມ​ກັນ​ເຕົ້າ​ໂຮມ ຄວາມ​ສາມັກຄີ​ປອງ​ດອງ​ໃຫ້​ເປັນ​ປຶກ​ແຜ່ນ​ແຫນ້ນຫນາ ພາຍ​ໃຕ້​ການ​ນຳພາຂອງ​ພັກ. ທ່ານ​ຍັງ​ກ່າວ​ຕື່ມ​ອີກ​ວ່າ: ກາ​ນຳ​ຂອງ​ແຕ່​ລະ​ສາ ສະຫນາ, ອຳນາດ​ການ​ປົກຄອງ, ​ເຈົ້າ​ກົກ​ເຈົ້າ​ເຫລົ່າ ຂອງ​ແຕ່​ລະ​ຊົນ​ເຜົ່າ, ຊັ້ນຄົນ​ໃນ​ຂັ້ນຕ່າງໆ ຈົ່ງ​ເປັນ​ແບບ ຢ່າງ ​ໃນ​ການ​ນຳພາ​ ການ​ເຄື່ອນ​ໄຫວຕ່າງໆ ຊ່ວຍ​ສຶກສາ​ອົບຮົມ​ ໃຫ້​ສາສະ​ນິກະ​ຊົນ ​ແລະ​ ປະຊາຊົນ​ບັນດາ​ເຜົ່າ ​ເຂົ້າ​ໃຈຢ່າງ​ເລິກ​ເຊິ່ງ ​ແລະ ​ເຊື່ອມ​ຊຶມ​ແນວທາງ​ນະ​ໂຍ ບາຍ​ຂອງ​ພັກ-ລັດ ຢ່າງແທ້ຈິງ./.




ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446