ກຳແໜ້ນ 4 ເນື້ອໃນ 4 ຄາດໝາຍເພື່ອອົບຮົມປະຊາຊົນ
*(ຂປລ): ທ່ານອ່ອນເນື້ອ ພົມມະຈັນ, ຮອງປະທານຜູປະຈຳການຄະນະຊີ້ນຳພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແຫ່ງຊາດ ກ່າວໃນກອງປະຊຸມວຽກງານຮາກຖານທີ່ແຂວງບໍລິຄຳໄຊໃນວັນທີ 28 ສິງຫານີ້ໂດຍເນັ້ນໃຫ້ພະນັກຫລັກແຫລ່ງທຸກຄົນຕ້ອງກຳແໜ້ນ ແລະ ສຸມໃສ່ວຽກງານຍຸດທະສາດ 4 ເນື້ອໃນ 4 ຄາດໝາຍເພື່ອສຶກສາອົບຮົມປະຊາຊົນໃຫ້ມີສະຕິຕື່ນຕົວເປັນເຈົ້າ ຂອງປະເທດຊາດ ທັງເອົາໃຈໃສ່ກໍ່ສ້າງພະນັກງານສືບທອດໃຫ້ຫລາຍຂຶ້ນ ແລະ ຫັນເອົາໂຄງການ ທຶນຮອນ ລວມທັງນັກວິຊາການລົງສູ່ຊົນນະບົດພູດອຍໃຫ້ໄດ້ຮັບການພັດທະນາກາຍເປັນເມືອງນ້ອຍ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນເທື່ອລະກ້າວ. ກອງປະຊຸມຄັ້ງນີ້ໄດ້ຊີ້ໃຫ້ເຫັນ ການປະຕິບັດວຽກງານຮາກຖານ ແລະ ພັດທະນາຊົນນະບົດຮອບ ດ້ານຢູແຂວງບໍລິຄຳໄຊໃນໄລ ຍະ 5 ປີຜ່ານມາໂດຍສະເພາະ 4 ເນື້ອໃນ 4 ຄາດໝາຍ ລວມທັງການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຊຶ່ງມີຫລາຍອັນພົ້ນເດັ່ນ ເປັນຕົ້ນແມ່ນເຮັດໃຫ້ແຂວງບໍລິຄຳໄຊສືບຕໍ່ມີຄວາມ ສະຫງົບຢ່າງໜັກແໜ້ນ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນລຳດັບ. ເຖິງຢ່າງໃດກໍຕາມເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ເຫັນວ່າຂະບວນການແກ້ໄຂຄວາມທຸກ ຍາກຢູ່ແຂວງບໍລິຄຳໄຊ ຍັງບໍ່ທັນແຂງແຮງ ແລະ ບໍ່ທັນບັນລຸຕາມຄາດໝາຍຄະນະບ້ານ ແລະ ກຸ່ມບ້ານຍັງບໍ່ທັນຜັນຂະ ຫຍາຍໄດ້ດີປານໃດ ໂດຍສະເພາະແບບ ແຜນວິທີເຮັດ ວຽກ, ພ້ອມນັ້ນ ການປະຕິບັດກົດລະບຽບ 10 ຂໍ້ຂອງພະນັກງານຈຳນວນ ໜຶ່ງບໍ່ທັນໄດ້ດີ, ບາງຂະແໜງການກົມກອງຍັງບໍ່ທັນເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານຮາກຖານ ແລະ ອື່ນໆ./.
ກັບສາລະບານ