ຂ່າວພາຍໃນປະເທດ

ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຕ້ອນ​ຮັບ​ຜູ້​ແທນ​ອົງ​ການຯ​ຄ້າ​ໂລກ

*(ຂ​ປ​ລ): ທ່ານ ​ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ທັງ​ເປັນ​ປະ​ທານ​ ຄະ​ນະ​ປະ​ສານ​ ງານ ລະ​ດັບ​ຊາດ​ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ກັບ​ສາ​ກົນ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ອາ​ຣິບ ຮຸດ​ເຊັນ ຫົວ​ໜ້າ​ພະ​ແນກ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ ອົງ​ການຯ​ຄ້າ​ໂລກ ໃນ​ຕອນ​ແລງ​ຂອງວັນ​ທີ 30 ສິງ​ຫາ 2007 ນີ້ທີ່​ນະ​ຄອນ​ຫລວງວຽງ​ຈັນ ໂອ​ກາດ​ຢ້ຽມ​ຢາມ ທ່ານພວມເຄື່ອນໄຫວ ຢ້ຽມຢາມ ສ​ປ​ປ ລາວ.ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີ​ລາ​ສູງ​ຕໍ່​ການ​ຢ້ຽມ​ຢາມ​ລາວ ​ຂອງທ່ານ ອາ​ຣິບ ຮຸດ​ເຊັນ ໃນ​ຄັ້ງ​ນີ້ ພ້ອມທັງ​ສະ​ແດງ​ຄວາມ​ຂອບ​
ອົກຂອບ​ໃຈ ​ຕໍ່​ການ​ອຳ​ນວຍ​ຄວາມ​ສະ​ດວກ ແລະ ໃຫ້​ການ​ສະ​ໜັບ​ສະ​ໜູນ​ໃນ​ການ​ກະ​ກຽມ ແລະ ເຈ​ລະ​ຈາ​ເຂົ້າ​ເປັນ​ສະ​ມາ​ຊິກ ອົງ​ການຯ​ຄ້າ​ໂລກ​ຂອງ ສ​ປ​ປ ລາວ ໂດຍ​ສະ​ເພາະ​ແມ່ນ​ການ​ຈັດ​ກອງ​ປະ​ຊຸມ​ໜ່ວຍ​ປະ​ຕິ​ບັດ​ງານ​ທັງ​ສອງ​ຄັ້ງ​ທີ່​ຜ່ານ​ມາ. ທ່ານສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ຍັງ​ໄດ້​ຊີ້​ແຈງ​ຕື່ມ​ວ່າ: ການ​ເຂົ້າ​ເປັນ​ສະ​ມາ​ຊິກ ອົງ​ການຯ​ຄ້າ​ໂລກ ແມ່ນ​ມີ​ຄວາມ​ຈຳ​ເປັນ ແລະ ພາ​ວະ​ວິ​ໄສ​ ສຳ​ລັບ ສ​ປ​ປ ລາວ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ ແລະ ຍາດ​ແຍ່ງ​ການ​ສະ​ໜັບ​ສະ​ໜູນ ຊ່ວຍ​ເຫລືອ​ ຈາກວົງ​ຄະ​ນາ​ຍາດ​ສາ​ກົນ ພ້ອມ​ທັງ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ແກ່​ນັກ​ລົງ​ທຶນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ​ເພື່ອເສີມ​ກຳ​ລັງແຮງ​ສັງ​ລວມ​ ພາຍ​ໃນ​​ ສົມ​ທົບ​ກັບ​ການ​ເຊື່ອມ​ໂຍງ​ກັບ​ເສດ​ຖະ​ກິດ​ພາຍນອກ, ​ສ້າງ​ເງື່ອນ​ໄຂ​ໃຫ້​ເສດ​ຖະ​ກິດ​ຂະ​ຫຍາຍ​ຕົວຢ່າງ​ແຂງ​ແຮງ ແລະ ໝັ້ນ​ທ່ຽງ ແນ​ໃສ່​ບັນ​ລຸ​ຄາດ​ໝາຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ ​ແຫ່ງ​ຊາດ.
ທ່ານສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ໃຫ້ທັດສະນະ​ວ່າ: ການ​ຢ້ຽມ​ຢາມ​ລາວ​ຂອງ ທ່ານ ອາ​ຣິບ ຮຸດ​ເຊັນ ຄັ້ງ​ນີ້ ມີ​ຄວາມ​ສຳ​ຄັນ​ອັນ​ໃຫຍ່​ຫລວງ ຊຶ່ງ​ຈະ​ສ້າງ​ຄວາມ​ສຳ​ພັນ ​ສັນ​ທະ​ໄມ​ຕີ​ອັນ​ດີ​ງາມ​ ລະ​ຫວ່າງ​ຜູ້​ນຳ​ຂັ້ນ​ສູງ​ຂອງ​ລາວ ກັບ​ກອງ​ເລ​ຂາ​ອົງ​ການ​ການ​ຄ້າ​ໂລກ ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ ສ​ປ​ປ ລາວ, ທັງ​ຮັບ​ຊາບ​ເຖິງ​ເຈດ​ຈຳ​ນົງ ຂອງ ສ​ປ​ປ ລາວ ໃນ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການຯ​ຄ້າ​ໂລກ. ເນື່ອງ​ຈາກ​ລັດ​ຖະ​ບານ ​ເຫັນ​ໄດ້​ຜົນ​ປະ​ໂຫຍດ​ຈາກ​ຂະ​ບວນ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ ໂດຍ​ສະ​ເພາະ​ການ​ຊ່ວຍ​ພັດ​ທະ​ນາລະ​ບຽບ​ກົດ​ໝາຍ​ ໃນ ສ​ປ​ປ ລາວ ​ໃຫ້​ມີ​ຄວາມ​ໂປ່ງ​ໃສ​ກວ່າ​ເກົ່າ ຕາມ​ລະ​ບຽບ​ຫລັກ​ການ​ຂອງ​ການ​ຄ້າ​ສາ​ກົນ ແລະ ການ​ອຳ​ນວຍ​ຄວາມ​ສະ​ດວກ​ ໃຫ້​ແກ່​ການ​ດຳ​ເນີນ​ທຸ​ລະ​ກິດ​ອີກ​ດ້ວຍ.ຢ່າ​ໃດ​ກໍ​ຕາມ ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ ອາ​ຣິບ ຮຸດ​ເຊັນ ກໍ​ຄື​ພະ​ແນກ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການຯ​ຄ້າ​ໂລກ ສືບ​ຕໍ່​ສະ​ໜັບ​ສະ​ໜູນ ​ໃຫ້ ສ​ປ​ປ ລາວ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ໂດຍ​ໄວ ແລະ ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ປະ​ເທດ​ດ້ອຍ​ພັດ​ທະ​ນາ ແລະ ຊ່ວຍ​ວຽກ​ງານ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ./.




ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446