ຂ່າວພາຍໃນປະເທດ

ຄຳ​ເຫັນຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ສສ ຫວຽດນາມ ປະຈຳ ລາວ
(​​ໃນ​ໂອກາດລະນຶກ​ວັນຊາດ​ຫວຽດນາມ​ຄົບຮອບ 62 ປີ)

*(ຂປລ): ທ່ານ ຫງວຽນ ຮຸຍ ກວາງ ເອ​ກອັກຄະ​ລັດ​ຖະ​ທູດ​ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ​ຫວຽດ​ນາມ ປະຈຳ ສປປ. ລາວ ໄດ້ມີຄຳເຫັນ ​​ໃນ​ໂອກາດ​ລະນຶກ​ວັນຊາດ ຄົບຮອບ 62 ປີ ຊຶ່ງມີບາງຕອນວ່າ: ຂ້າພະ​ເຈົ້າ ຂໍ​ສົ່ງ​ຄວາມ​ຄຳນັບ​ອັນ​ອົບ​ອຸ່ນ ​ແລະ ​ອວຍພອນ​ໄຊ​ອັນ​ປະ​ເສີດ​ ມາ​ຍັງ​ບັນດາ​ເພື່ອນ​ມິດ ທັງຫລາຍ ຈົ່ງ​ມີແຕ່​ຄວາມ​ຜາ​ສຸກ ​ແລະ​ ປະສົບ​ຜົນສຳ​ເລັດທຸກ​ປະການ ຕໍ່​ພົນລະ​ເມືອງ​ຫວຽດນາມທີ່​ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ, ອອກ​ແຮງ​ງານ ​ແລະ​ ຮ່ຳຮຽນ​ຢູ່​ບົນ​ດິນ​ແດນ​ປະ​ເທດ​ລາວ​ອ້າຍ​ນ້ອງ ທີ່​ສວຍ​ງາມ. ການສະ​ເຫລີ​ມວັນຊາດ​ຄົບຮອບ 62 ປີ ຂອງ​​ພວກ​ຂ້າພະ​ເຈົ້າ​ປີນີ້ ມີ​ຄວາມ​ຫມາຍ​ສຳຄັນ​ເປ​ັນພິ​ເສດ​ເພາະວ່າ ການສະ​ເຫລີ​ມສະຫລອງ​ວັນຊາດ​ດັ່ງກ່າວ​ ດຳ​ເນີນ​ໄປທ່າມກາງ​ບັນຍາກາດ ​ແຫ່ງ​ຄວາມ​ເບີກບານ​ມ່ວນ​ຊື່ນ ສະ​ເຫລີ​ມສະຫລອງສອງ​ວັນ​ປະຫວັດສາດ​ຄື: ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ​ ການ​ຮ່ວມ​ມື​ຄົບ​ຮອບ 30 ປີ, ວັນ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ ຫວຽດນາມ-ລາວ ຄົບຮອບ 45 ປີ ພວມ​ດຳ​ເນີນ​ໄປ​ຢ່າງ​ຄຶກຄື້ນ ທົ່ວ​ເຖິງ​ ບົນ​ດິນ​ແດນ​ສອງ​ປະ​ເທດ ຫວຽດນາມ ​ແລະ ​ລາວ ພວກ​ເຮົາ.ກ່ອນ​ຫນ້ານີ້ 62 ປີຄື​: ໃນ​ວັນ​ທີ 19 ສິງຫາ 1945 ດ້ວຍ​ການ​ຕໍ່​ສູ້​ ເພື່ອ​ປົດ​ປ່ອຍ​ຕົນ​ເອງ ປະຊາຊົນ​ຫວຽດນາມ ​ໄດ້​ໂຄ່ນ​ລົ້ມ​ແອກ​ປົກຄອງ​ຂອງ​ລັດທິ​ຟາ​ຊິດ, ລ່າ​ເມືອງ​ຂຶ້ນ, ສະຖາປະນາ ​ປະ​ເທດ​ສາທາລະນະ​ລັດ ປະຊາຊົນ​ ຫວຽດນາມ ຂຶ້ນຢ່າງ​ສະຫງ່າ​ຜ່າ​ເຜີຍ ​ໃນ​ວັນ​ທີ 2 ກັນຍາ 1945, ປະຈຸ​ບັນ​ ແມ່ນ ສສ ຫວຽດນາມ. ​ໃນ​ໄລຍະ​ທາງ​ກວ່າ 2/3 ສະຕະວັດ ນັບ​ແຕ່​ມື້ປະ​ເທດ​ຫວຽດນາມ​ໃຫມ່ ໄດ້​ມີ​ຊື່​ຢູ່​ໃນ​ແຜນ​ທີ່​ການ​ເມື​ອງ​ໂລກ, ປະຊາ ຊົນ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຕໍ່​ສູ້​ຢ່າງ​ອົງອາດກ້າຫານ ​ເພື່ອ​ປົກ​ປັກ​ຮັກສາ​ອິດ​ສະລະ​ພາບ ​ແລະ ​ເອກະລາດ ແຫ່ງ​ຊາດ, ທ້ອນ​ໂຮມ​ປະ​ເທດ​ເປັນອັນ​ຫນຶ່ງ​ອັນ​ດຽວ, ຟຶ້ນຟູ​ປະ​ເທດ​ຊາດຈາກ​ການ​ທຳລາຍ​ເຜົາ​ຜານ ຂອງ​ສົງ ຄາມ ຕະຫລອດ 30 ກວ່າ​ປີ ແລະ ​ໃນ 20 ປີມານີ້ ຫວຽດນາມ ພວມ​ສຸມ​​ເຫື່ອ​ແຮງ​ປະຕິບັດ​ການ​ປ່ຽນ​ແປງ​ໃຫມ່​ຢ່າງຮອບດ້ານ ​ເປີດ​ກວ້າງ ​ແລະ​ ຫັນ​ເປັ​ນຫລາຍ​ທິດ​ ຫລາຍ​ຮູບ​ການ ​ໃນ​ການ​ພົວພັນ​ສາກົນ ຂອງ​ຫວຍ​ດນາມ, ປະຕິບັດ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ ​ເຮັດ​ໃຫ້​ຄວາມ​ມຸ້ງ​ມາດ​ປາຖະຫນາ​ຢ່າງ​ແຮງ​ກ້າ​ ຂອງ ປະທານ​ໂຮ່ຈິ​ມິນ ຜູ້​ໃຫ້​ກຳ​ເນ​ີດ ປະ​ເທດ​ຫວຽດນາມ​ໃຫມ່ ກ່ອນ​ຫນ້ານີ້ 62 ປີ ​ກາຍ​ເປັນຄວາມ​ຈິງ ​ແມ່ນ​ສ້າງ​ປະ​ເທດ​ຫວຽດນາມ ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ມັ້ງ​ຄັ້ງ​ເຂັ້ມ​ແຂງ, ສັງຄົມ​ມີ​ຄວາມ​ຍຸ​ຕິ​ທຳ, ປະ​ຊາ​ທິປະ​ໄຕ ​ແລະ​ ສີວິ​ໄລ ຢ່າງ​ມີ​ໄຊ ມີ​ຖານະ​ບົດບາດ ຢ່າງ​ສົມ​ກຽດ ຢູ່​ໃນ​ຈວົງ​ຄະນາ​ຍາດໂລກ.
ຍ້ອນ​ຜົນສຳ​ເລັດ​ຂອງ​ການ​ປ່ຽນ​ແປງ​ໃຫມ່ ນັບ​ແຕ່​ປີ 2000 ມາ​ຮອດ​ປະຈຸ​ບັນ ປະ​ເທດ​ຊາດ​ຫວຽດ ນາມ ພວມ​ມີ​ການ​ປ່ຽນ​​ເນື້ອ ​ປ່ຽນ​ຕົວໃນ​ແຕ່​ລະມື້, ​ເສດຖະກິດ​ມີ​ຈັງຫວະ​ຂະຫຍາຍຕົວ​ໄວ​ພໍ​ສົມຄວນ, ພາລະກິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ​ທັນ​ສະ​ໄຫມ, ການ​ພັດທະນາ​ເສດຖະກິດ​ຕະຫລາດ ຕາມ​ທິດ​ສັງຄົມ​ນິຍົມ ​ໄດ້​ຮັບ​ການ​ຍູ້​ແຮງ​ຢ່າງ​ບໍ່ຢຸດ​ຢັ້ງ, ຊີວິດ​ການ​ເປັນ​ຢູ່ ຂອງ​ປະຊາ​ຊົນ​ໄດ້​ຮັບ​ການ​ປົວ​ແປງ​ດີ​ຂຶ້ນຢ່າງ​ຈະ​ແຈ້ງ, ລະບົບ​ການ​ເມືອງ ​ແລະ ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ ​ໄດ້​ຮັບ​ການ​ປັບປຸງ ​ແລະ​​ ເພີ່ມ​ທະວີ​ຂຶ້ນ, ການ​ເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ, ວຽກ​ງານ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ ມີ​ຄວາມ​ຫມັ້ນທ່ຽງ, ຖານະ​ບົດບາດ ຂອງ​ຫວຽດນາມ​ ໄດ້ຮັບການ​ຍົກ​ສູງ​ເດັ່ນ​ຂຶ້ນ​ບົນ​ເວທີ​ສາກົນ ຢ່າງ​ບໍ່​ຢຸດ​ຢັ້ງ, ກຳລັງ​ແຮງ​ສັງ​ລວມ ຂອງ​ປະ​ເທດ​ຊາດ ​ໄດ້​ເພີ່ມ​ຂຶ້ນຢ່າງ​ຫລວງຫລາຍ ຈຶ່ງ​ສ້າງ​ທ່າ ​​ແລະ ​ກຳລັງ​ແຮງ​ໃຫມ່ ໃຫ້​ແກ່​ປະ​ເທດ​ຊາດ​ສືບຕໍ່​ກ້າວ​ຂຶ້ນຢ່າງ​ຫນັກ​ແຫນ້ນ.
ຫວຽດ​ນາມ ​ແລະ​ ລາວ ​ເປັນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ທີ່​ຕິດ​ພັນກັນ, ​ເຄີຍ​ຮ່ວມ​ປະຫວັດສາດ ​ແຫ່ງ​ການ​ຕໍ່​ສູ້ ເພື່ອ​ຍາດ​ເອົາ​ເອກະລາດ ​ແຫ່ງ​ຊາດ ​ແລະ ​ປະຈຸ​ບັນ ທັງ​ສອງ​ປະ​ເທດ ພວມສູ້​ຊົນ ສ້າງສາ​ພັດທະ ນາ​ປະ​ເທດ​ຊາດ​ຂອງ​​ໃຜລາວ
​ ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ສາຍ​ພົວພັນ​ ລະຫວ່າງ ​ສອງ​ປະ​ເທດ ​ໄດ້​ຜ່ານ​ຜ່າ ຂໍ້​ຫຍຸ້ງຍາກ ​ແລະ ​ການ​ທົດ​ສອບ​ນາໆ​ປະການ​ ກາຍ​ເປັນສາຍ​ພົວພັນແບບ​ພິ​ເສດ ທີ່​ຫາ​ຍາກ ​ແລະ ​ການ​ຮ່ວມ​ມື​ຮອບດ້ານ.
ປະຊາຊົນ​ຫວຽດນາມ ມີ​ຄວາມ​ເອກ​ອ້າງ​ທະ​ນົ​ງໃຈ​ເປັນ​ຢ່າງ​ຍິ່ງ ຕໍ່​ສາຍ​ພົວພັນ​ສາມັກຄີ​ພິ​ເສດ ​ແລະ​ການ​ຮ່ວມ​ມື​ຮອບດ້ານ​ ຫວຽດນາມ-ລາວ ນັບ​ມື​້ນັບ​ແຕກ​ດອກ​ອອກ​ຜົນ ​ແລະ ຂະຫຍຍຕົວຢ່າງ​ບໍ່​ຢຸດ​ຢັ້ງ ​ເມື່ອ​ຫວນ​ຄືນ​ໄລຍະ​ທາງ ​ແຫ່ງ​ການ​ພັດທະນາ​ສາຍ​ພົວພັນການທູດ ລະຫວາງ​ສອງ​ປະ​ເທດ 45 ປີ ຜ່ານມາ ​ແລະ 30 ປີ ແຫ່ງການ​ເຊັນ​ສົນທິສັນຍາ ມິດຕະພາບ ​ແລະ ​ການ​ຮ່ວມ​ມື​ ຫວຽດນາມ-ລາວ​ພວກ​ເຮົາ ມີ​ສິດ​ເອກອ້າງ​ທະ​ນົງ​ໃຈ ​ເພື່ອ​ຢືນຢັນ​ວ່າ: ຄວາມ​ສາມັກຄີພິ​ເສດ ສະ​ເຫມີ​ຕົ້ນສະ​ເຫມີ​ປາຍ ​ແລະ ​ການ​ຮວມມື​ຮອບດ້ານ ຫວຽດ ນາມ​-ລາວ ພວມ​ໄດ້​ຮັບ​ການ​ເສີມ​ສ້າງ, ປ່ຽນ​ແປງ​ໃຫມ່ ແລະ ຂະຫຍາຍຕົວຢ່າງ​ກວ້າງຂວາງ ​​ເຂົ້າ​ສູ່​ລວງ​ເລິກ​ກວ່າ​ເກົ່າ, ​ປະກອບສ່ວນ​​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ, ສ້າງສາ​ປະ​ເທດ​ຊາດ ​ແລະ ​ການ​ພັດທະນາ ຂອງ​ແຕ່​ລະ​ປະ​ເທດ​. ໃນ​ແຕ່​ລະບາດ​ກ້າວ​ຂະຫຍາຍຕົວ ຂອງ​ສອງ​ປະ​ເທດ​ຄື​ປະຈຸ​ບັນນີ້ ລ້ວນ​ແຕ່​ມີ​ການ​ປະກອບສ່ວນ ຢາງຕັ້ງຫນ້າຂອງ​ສອງ​ຝ່າຍ, ​ເຮັດ​ໃຫ້​ສາຍ​ພົວພັນ​ພິ​ເສດ ຫວຽດນາມ-ລາວ ນັບ​ມື້ນັບ​ສະຫນິດ​ແຫນ້ນ​ ແຕກ ດອກ ​ອອກ​ຜົນຍິ່ງໆຂຶ້ນ.ເນື່ອງ​ໃນ​ໂອກາດ​ລະນຶກ​ວັນ​ປະຫວັດສາດ ​ອັນ​ສະຫງ່າ​ລາສີ​ ຂອງ​ປະຊາຊົນ​ຫວຽດນາມ, ຂ້າພະ​ເຈົ້າ ຂໍ​ອວຍພອນ ​ໄຊ​ອັນ​ປະ​ສີດ ມາ​ຍັງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ອ້າຍ​ນ້ອງ ຈົ່ງ​ຍາດ​ເອົາ​ຜົນສຳ​ເລັດ​ໃຫມ່​ ທີ່​ໃຫຍ່​ຫລວງ​ກວ່າ​ເກົ່າ ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ ​ໃຫຍ່ ຄັ້ງທີ 8 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ກໍ​ຄື​ໃນ​ການ​​ປົກ​ປັກຮັກສາ ແລະ ສ້າງສາປະ​ເທດ​ຊາດ, ປະຕິບັດ​ເປົ້າ​ຫມາຍ​ສ້າງປະ​ເທດ​ລາວ ສັນຕິພາບ, ​ເອກະລາດ, ປະຊາທິປະ​ໄຕ, ​ເອກະ​ພາບ, ວັດທະນາ​ຖາວອນ ​ຢາງ​ມີ​ໄຊ./.

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446