ຫລວງພະບາງກຳນົດລະບຽບຜັງເມືອງແລະເຂດຈັດສັນຕົວເມືອງ
*(ຂປລ): ການພັດທະນາຕົວເມືອງ ເປັນວຽກງານທີ່ສຳຄັນ ໂດຍສະເພາະລະບຽບການວາງຜັງຕົວເມືອງລວມໄປເຖິງການກຳ ນົດເຂດຈັດສັນ ການປຸກສ້າງອື່ນໆໃຫ້ເຂົ້າສູ່ລະບຽບຫລັກການ ແລະ ສ້າງຕົວເມືອງໃຫ້ມີໂສມຫນ້າໃຫມ່ ແລະ ສວຍງາມ. ດັ່ງນັ້ນ ເມື່ອບໍ່ດົນມານີ້ , ແຂວງຫລວງພະບາງຈຶ່ງໄດ້ຈັດຕັ້ງການ ເຜີຍແຜ່ລະບຽບການດັ່ງກ່າວ ໂດຍສະເພາະ ລະບຽບວ່າດ້ວຍການຄຸ້ມຄອງການປຸກສ້າງ, ທິດທາງປະກົດການຫຍໍ້ທໍ້ໃນຕົວເມືອງ, ຍຸດທະສາດການພັດທະນາຕົວເມືອງ ເປັນຕົ້ນແມ່ນກຳນົດເຂດຕະຫລາດ, ບ່ອນຈອດລົດໂດຍສານ, ເຂດສຳນັກງານອົງການ, ການຂະຫຍາຍຕົວເມືອງບ່ອນປະຊາຊົນຢູ່, ຈຸດທ່າເຮືອ, ປ້ອມນ້ຳມັນ, ເຂດອານຸລັກສົ້ນຂົວ, ບ່ອນຫລິ້ນກິລາ, ຕະຫລອດເຖິງການແກ້ໄຂບັນຫາຂອງປະຊາຊົນ ແລະພະນັກງານຈຳນວນຫນຶ່ງຕັ້ງເຮືອນຕິດກັບແຄມທາງເກີນຂອບເຂດ ໂດຍມີຫົວຫນ້າຫ້ອງການເຄຫາສະຖານ, ພະແນກ ຄຂປກ ຂອງແຂວງ,ພ້ອມດ້ວຍບັນດາວິຊາການທີ່ເຂົ້າຮ່ວມກວ່າ 30 ຄົນ. ທັງນີ້ກໍເພື່ອເປັນການຈັດລະບຽບຜັງເມືອງໃຫ້ເຂົ້າສູ່ຄວາມເປັນລະບຽບເທື່ອລະກ້າວ. ໃນການເຜີຍແຜ່ລະບຽບການຄັ້ງນີ້ ຍັງໄດ້ນຳສະເຫນີ ສະພາບລວມໃນການກຳນົດລະບຽບຜັງເມືອງ ກໍຄືເຂດຈັດສັນຢູ່ເມືອງປາກແຊງອີກດ້ວຍ./.
ກັບສາລະບານ