ຜູ້ນຳລາວອວຍພອນວັນຊາດຫວຽດນາມ
*(ຂປລ): ຜູ້ນຳພັກ, ລັດ ຂອງ ສປປ. ລາວ ປະກອບມີ ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ; ສະຫາຍ ທອງສິງ ທຳມະວົງ, ປະທານສະພາແຫ່ງຊາດ ແລະ ສະຫາຍ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ່າງກໍ ໄດ້ສົ່ງຄຳຊົມເຊີຍ ແລະ ອວຍພອນໄຊ ຜ່ານທາງໂທລະເລກ ເຖິງບັນດາ ສະຫາຍຜູ້ນຳພັກ, ລັດ ຂອງ ສສ.ຫວຽດນາມ ຊຶ່ງມີສະຫາຍ ນົງ ດຶກແມັງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນ ກາງ ພັກ ກອມມູນິດຫວຽດນາມ; ສະຫາຍ ຫງວຽນ ມິງຈຽດ, ປະທານປະເທດແຫ່ງ ສສ. ຫວຽດນາມ, ສະຫາຍ ຫງວຽນ ຝູຈ໋ອງ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ ແລະ ສະຫາຍ ຫງວຽນ ເຕິນຢຸງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ, ທີ່ນະຄອນຫລວງຮ່າໂນ້ຍ ໂດຍຜູ້ນຳລາວ ໃນນາມຄະນະບໍລິຫານງານສູນກາງພັກ ປະຊາ ຊົນ ປະຕິວັດ ລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືໃນນາມສ່ວນຕົວ ໄດ້ຂໍສົ່ງຄວາມຊົມເຊີຍ ອັນອົບອຸ່ນ ຄວາມສາມັກຄີຮັກແພງອັນສະຫນິດສະຫນົມ ແລະ ພອນໄຊອັນປະເສີດ ມາຍັງບັນດາ ຜູ້ນຳພັກ-ລັດ ຫວຽດນາມ ແລະ ໂດຍຜ່ານບັນ ດາສະຫາຍ ໄປຍັງຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃນໂອກາດວັນຊາດ ສສ. ຫວຽດນາມຄົບຮອບ 62 ປີ. ເນື້ອໃນສຳຄັນຂຽນວ່າ: ຕະຫລອດໄລຍະ 62 ປີ ທີ່ຜ່ານມາ ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ໂດຍມີປະທານໂຮ່ຈິມິນຜູ້ຍີ່ງຫໃຍ່ ເປັນຜູ້ສ້າງຕັ້ງ ແລະ ຝຶກຝົນຫລໍ່ຫລອມປະຊາຊົນຫວຽດນາມ ດຳເນີນການຕໍ່ສູ້ຢ່າງພິລາດອາດຫານ ແລະ ເດັດດ່ຽວ ຜ່ານຜ່າການທົດສອບ ອັນທຸລະກັນດານ ສາມາດຍາດໄດ້ໄຊຊະນະ ອັນໃຫຍ່ຫລວງ ທີ່ມີຄວາມຫມາຍຕໍ່ຊາດ ແລະ ສາ ກົນ ໃນພາລະກິດຕໍ່ສູ້ ເພື່ອຄວາມເປັນເອກະລາດ ແລະ ການທ້ອນໂຮມປະເທດ ເຂົ້າເປັນເອກະພາບຢ່າງສົມ ບູນ. ໃນປະຈຸບັນທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຫວຽດນາມ ວິລະຊົນ ພວມສືບຕໍ່ເສີມຂະຫຍາຍນ້ຳໃຈຮັກຊາດອັນດູດດື່ມ, ຄວາມສາມັກຄີ ເປັນຈິດຫນຶ່ງໃຈດຽວກວັນ ດຳເນີນພາລະກິດປົກປັກຮັກສາ ແລະ ສ້າງ ສາ ພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃຫມ່ ແລະ ຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກກອມມູນິດຫວຽດນາມ. ໄດ້ສ້າງຜົນງານອັນໃຫຍ່ຫລວງຫລາຍປະການ ອັນເປັນພື້ນຖານ ເພື່ອນຳເອົາປະເທດຫວຽດນາມ ກ້າວຂຶ້ນຕາມເສັ້ນທາງ ສັງຄົມນິຍົມຢ່າງຫນັກແຫນ້ນ. ພ້ອມກັນນັ້ນ ສສ. ຫວຽດນາມ ກໍໄດ້ປະກອບສ່ວນ ຢ່າງຕັ້ງຫນ້າ ເຂົ້າໃນພາລະກິດ ສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ ໃນພາກພື້ນ ແລະ ໃນໂລກ, ເຮັດໃຫ້ຖານະບົດບາດ, ອິດທິພົນ ແລະ ຊື່ສຽງ ຂອງ ສສ ຫວຽດນາມ ນັບມື້ນັບໄດ້ຮັບການເຊີດຊູໃຫ້ສູງເດັ່ນຂຶ້ນຢ່າງບໍໍ່ຢຸດຢັ້ງ ໃນເວທີສາກົນ.ພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ ພວກຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈ ເປັນຢ່າງຍິ່ງ ແລະ ຂໍສະແດງຄວາມຊົມເຊີຍ ຢາງສຸດອົກສຸດໃຈ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງ ຂອງປະຊາຊົນ ຫວຽດນາມ ອ້າຍນ້ອງ ດັ່ງກ່າວນັ້ນ. ພວກຂ້າພະເຈົ້າ ເຊື່ອຫມັ້ນຢ່າງແນ້ວແນ່ວ່າ: ປະຊາຊົນຫວຽດນາມ ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ໂດຍມີສະຫາຍເລຂາທິການໃຫຍ່ ນົງດຶກແມັງ ເປັນຜູ້ນຳຫນ້ານັ້ນ ຈະສືບຕໍ່ຍາດເຜົນສຳເບລັດອັນຍິ່ງໃຫຍ່ ກວ່າເກົ່າ ໃນພາລະກິດປ່ຽນແປງໃຫມ່, ໃນການຜັນຂະຫຍາຍມະຕິ ຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ຍຸດທະສາດແຫ່ງການພັດທະນາເສດ ຖະກິດ-ສັງຄົມ ຮອດປີ 2020 ໃຫ້ປະກົດຜົນເປັນຈິງ, ສ້າງປະເທດຫວຽດນາມ ໃຫ້ກາຍເປັນປະເທດ ອຸດສາຫະ ກຳ ແລະ ທັນສະໄຫມ, ບັນລຸຈຸດຫມາຍເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດມີຄວາມເຂັ້ມແຂງສັງຄົມມີຄວາມ ຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ. ຕາງຫນ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນ ຢ່ງເລິກເຊິ່ງ ແລະ ສະແດງຄວາມຂອບອົກຂອບໃຈມາຍັງ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະຫນັບສະຫນູນ ແລະ ຊ່ວຍເຫລືອອັນລ້ຳຄ່າ ດ້ວຍຄວາມບໍລິສຸດໃຈ, ມີປະສິດທິຜົນ ແລະ ທັນກັບຄວາມຮຽກຮ້ອງຕ້ອງການ ຂອງພວກຂ້າພະເຈົ້າຕະຫລອດມາ. ພວກຂ້າພະເຈົ້າ ເຊື່ອຫມັ້ນຢ່າງຫນັກແຫນ້ນວ່າ: ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ, ຮ່ວມກັນສູ້ຮົບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດພວກເຣົາ ແລະ ປະກອບສ່ວນ ຢ່າງຕັ້ງຫນ້າ ເຂົ້າໃນການປົກປັກຮັກສາ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມຶພັດທະນາ ໃນພາກພື້ນ ແລະ ໃນໂລກ. ໂອກາດດຽວກັນນີ້ ສະຫາຍທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ກໍໄດ້ສົ່ງໂທລະເລກຊົມເຊີຍ ເຖິງຄູ່ຮ່ວມຕຳແຫນ່ງ ສະຫາຍ ຟາມ ຢາຄຽມ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ຊຶ່ງໄດ້ສະແດງຄວາມເອກ ອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫລອດໄລຍະ 62 ປີທີ່ຜ່ານມາ ພາຍໃຕ້ການນຳພາ ອັນສະຫລາດສ່ອງໃສ ແລະ ເດັດດ່ຽວ ຫນຽວແຫນ້ນ ຂອງພັກກອມມູນິດ ຫວຽດນາມ, ປະຊາຊົນຫວຽດນາມ ອ້າຍນ້ອງ ສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງ ແລະ ມີຄວາມຫມາຍສຳຄັນທາງປະຫວັດສາດ ຕໍ່ຊາດ ແລະ ຕໍ່ສາກົນ ໃນພາລະກິດຕໍ່ສູ້ ເພື່ອຄວາມເປັນເອກະລາດ ແຫ່ງຊາດ ແລະ ອິດສະຫລະພາບ ຂອງຊາດ ກໍຄືໃນພາ ລະກິດປ່ຽນແປງໃຫມ່ ເຊິ່ງພວມດຳເນີນໃນປະຈຸບັນ. ພ້ອມກັນນັ້ນ ກໍມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ຂະແຫນງການຕ່າງປະເທດ ຫວຽດນາມ ຊຶ່ງມີອາຍຸ 62 ປີ ໃນວັນທີ 28 ສິງຫາ ຜ່ານມານີ້ ໄດ້ປະກອບສ່ວນຢ່າງສຳຄັນ ເຂົ້າໃນການເຊີດຊູ ບົດບາດ ອິດທິພົນ ແລະ ຊື່ສຽງ ຂອງ ສສ ຫວຽດນາມ ໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ ໃນເວທີພາກພື້ນ ແລະ ໃນໂລກ. ສະຫາຍຍັງຢືນຢັນ ຢ່າງຫນັກແຫນ້ນອີກເທື່ອຫນຶ່ງວ່າ: ຈະສືບຕໍ່ຮ່ວມມືຢ່າງຫນັກແຫນ້ນ ກັບບັນດາສະຫາຍຫວຽດນາມ ເພື່ອປະກອບສ່ວນເຂົ້າໃນການຮັດແຫນ້ນ ແລະ ເພີ່ມທະວີສາຍພົວພັນ ມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຂອງພັກ, ສອງລັດ ແລະ ປະຊາ ຊົນ ສອງຊາດ ກໍຄື ລະຫວ່າງ ສອງຂະແຫນງການຕ່າງປະເທດ ໃຫ້ມີປະສິດທິຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງສອງປະເທດລາວ ແລະ ຫວຽດນາມ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະການຮ່ວມມື ໃນພາກພື້ນ ແລະ ໃນໂລກ./.
ກັບສາລະບານ