ປະກາດປິດປ່າຖາວອນຢູ່ເມືອງປາກຊ່ອງ
*(ຂປລ):ແຂວງຈຳປາສັກໄດ້ປະກາດປິດປ່າຖາວອນຢູ່ເມືອງປາກຊ່ອງໃນວັນທີ 23 ພະຈິກ 2007ນີ້ທີ່ເມືອງ ປາກຊ່ອງ ໂດຍທ່ານ ສຸກັນ ມະຫາລາດ, ເລຂາພັກແຂວງໆຈຳປາສັກ ແລະມີບັນດາທ່ານການນຳຈາກແຂວງ, ເຈົ້າເມືອງ10ຕົວເມືອງ, ການນຳຂອງ 3 ແຂວງພາກໃຕ້ ຄື:ເຊກອງ,ສາລະວັນ,ອັດຕະປື ແລະ ປະຊາຊົນບັນດາເຜົ່າຊາວເມືອງປາກຊ່ອງເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ບຸນຈິດ ແກ້ວບົວພາ, ຮອງເຈົ້າເມືອງໆ ປາກຊ່ອງໄດ້ກ່າວເຖິງສະພາບການນຳໃຊ້ທີ່ດິນ-ປ່າໄມ້ພາຍໃນເມືອງ ວ່າ: ເມືອງປາກຊ່ອງເປັນເມືອງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ອັນມີຄຸນຄ່າມະຫາສານ ທີ່ເປັນເງື່ອນໄຂ ແລະ ທ່າແຮງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນສະເພາະໜ້າ ແລະ ຍາວນານ ແລະ ເປັນແຫລ່ງກຳເນີດຂອງຫ້ວຍນ້ຳລຳທານຫລາຍສາຍທີ່ໄຫລລົງສູ່ແມ່ນ້ຳເຊ ແລະ ນ້ຳຂອງເຊັ່ນ: ນ້ຳເຊເສັດ,ເຊກະຕາມຕົກ,ເຊນ້ຳນ້ອຍ,ເຊປຽນ ແລະອື່ນໆ ເຊິ່ງຕັ້ງກວມເອົາສ່ວນໃຫ່ຍໃນຂົງເຂດພູພຽງບໍລະເວນມີຄວາມສູງຈາກລະດັບນ້ຳທະເລແຕ່ 600 -1.350 ແມັດ ມີອຸນຫະພູມສະເລ່ຍ19 -20 ອົງສາ ມີຄວາມຊຸ່ມ 70 - 80% ມີປະລິມານນ້ຳຝົນ3.000 - 4.000 ມິນລີີແມັດ ,ມີເນື້ອທີ່ທັງໝົດ397.300 ເຮັກຕາ ,ມີເນື້ອທີ່ປ່າໄມ້ກວມເອົາ 185.000 ເຮັກຕາ ໃນນັ້ນມີປ່າສະຫງວນແຫ່ງຊາດດົງຫົວສາວ 33.000 ເຮັກຕາ, ປ່າສະຫງວນພູໄຟໄໝ້ 45.300 ເຮັກຕາ, ປ່າອະນຸລັກເຂດອ່າງໂຕ່ງ ຫ້ວຍເຫາະ 81.100 ເຮັກຕາ, ປ່າປ້ອງກັນສາຍຫ້ວຍຈຳປີ 11.600 ເຮັກຕາ ແລະ ປ່າປ້ອງກັນສາຍເຊເສັດ 14.000 ເຮັກຕາ. ຕະຫລອດໄລຍະທີ່ຜ່ານມາ ທາງເມືອງໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ສິ່ງເວດລ້ອມ, ແຕ່ກໍ່ບໍ່ສາມາດສະກັດກັ້ນຕໍ່ການບຸກລຸກທຳລາຍປ່າໄມ້ລົງໄດ້ເຊິ່ງໃນແຕ່ລະປີປ່າໄມ້ຖືກທຳລາຍ 300-400 ເຮັກຕາເຮັດໃຫ້ສະພາບແວດລ້ອມ ສັດນ້ຳ ສັດປ່າຖືກທຳລາຍໃນແຕ່ລະປີຢ່າງໜ້າວິຕົກ, ມີສັດປ່າບາງຊະນິດເກືອບຈະສູນພັນ ຊຶິ່ງປະຈຸບັນນີ້ໃນທົ່ວເມືອງມີປ່າໄມ້ປົກຄຸມພຽງແຕ່185.000 ເຮັກຕາ ເທົ່າກັບ45,8% ສົ່ງຜົນກະທົບໃຫ້ສະພາບແວດລ້ອມປ່ຽນແປງ, ສາຍນ້ຳບາງສາຍບົກແຫ້ງ, ລະດັບອຸນຫະພູມສູງຂຶ້ນຈາກແຕ່ກ່ອນ 19,6 ອົງສາ, ມາເປັນ 20,8 ອົງສາ, ປະລິມານນ້ຳຝົນຫລຸດລົງຈາກແຕ່ກ່ອນ 4.110,6 ມິນລີແມັດ ເຫລືອ3.216 ມິນລີແມັດ ອັນໄດ້ເຮັດໃຫ້ສະພາບການຜະລິດຕົກຕ່ຳ, ດິນນັບມື້ຈືດຈາງລົງມາຮອດປະຈຸບັນນີ້ໃນບາງກຸ່ມບ້ານເກືອບບໍ່ມີເນື້ອທີ່ປ່າໄມ້ທີ່ເປັນດົງຕຶບຢູ່ໃນເຂດຄຸ້ມຄອງຂອງຕົນເລີຍ...ຈາກບັນຫາເຫລົ່ານັ້ນຈິ່ງຈຳເປັນຕ້ອງໄດ້ປິດປ່າຢ່າງຖາວອນ ເພື່ອເຮັດໃຫ້ຊັບພະຍາກອນຂອງປ່າໄມ້ຄືນສູ່ສະພາບເດີມແຫ່ລງນ້ຳມີນ້ຳໄຫລຕະຫລອດປີ. ຈາກນັ້ນທ່ານ ສຸກັນ ມະຫາລາດ ກໍ່ໄດ້ໃຫ້ກຽດມີຄຳເຫັນຕໍ່ພິທີດັ່ງກ່າວເຊິ່ງມີບາງຕອນທ່ານໄດ້ຍົກໃຫ້ເຫັນບົດບາດ,ຄວາມໝາຍ,ຄວາມສຳຄັນຂອງການປິດປ່າຢ່າງຖາວອນ ແລະ ຮຽກຮ້ອງມາຍັງທຸກພາກສ່ວນໄຟໃໄດ້ເອົາໃຈໃສ່ເປັນເຈົ້າການນຳກັນໃນການປົກປັກຮັກສາປ່າໄມ້ ເພື່ອຄືນຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ ແລະ ທັງເຮັດໃຫ້ການປິດປ່າຄັ້ງນີ້ໃຫ້ມີຄວາມສັກສິດຢ່າງພາວະວິໄສ./.
ກັບສາລະບານ