ຂ່າວພາຍໃນປະເທດ

ນາຍົກລັດຖະມົນຕີ​ສຳ​ເລັດການເຂົ້າຮ່ວມກອງ
ປະ​ຊຸມ​​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 13 ທີ່​ສິງ​ກະ​ໂປ

*(ຂ​ປ​ລ): ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍ ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 13 ໃນລະຫວ່າງວັນທີ 18-22 ພະຈິກທີ່ປະເທດສິງກະໂປ ແລະ ໄດ້ເດີນທາງກັບຄືນປະເທດ ຊຶ່ງພິທີຕ້ອນຮັບໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ພະຈິກ 2007 ນີ້ ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ.
ໃນກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ​ຄັ້ງ​ທີ 13 ຊຶ່ງ​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ ທີ່​ປະ​ເທດ​ສິງ​ກະ​ໂປ, ໄດ້​ມີ​ການ​ລົງ​ນາມ​ຮັບ​ເອົາ​ກົດ​ບັດ​ອາ​ຊຽນ ແລະ ແຜນ​ແມ່​ບົດ​ວ່າ​ດ້ວຍ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ ເຊິ່ງ​ເປັນ​ເອ​ກະ​ສານ​ພື້ນ​ຖານ​ສຳ​ລັບ ອາ​ຊຽນ ເພື່ອ​ກ້າວ​ໄປ​ສູ່​ການ​ສ້າງ​ປະ​ຊາ​ຄົມອາ​ຊຽນ​ໜຶ່ງ​ດຽວ​ໃນ​ອະ​ນາ​ຄົດ, ນອກ​ຈາກ​ນີ້, ຜູ້​ນຳ​ອາ​ຊຽນ ກໍ​ໄດ້​ອອກ​ຖະ​ແຫລງ​ການ 2 ສະ​ບັບ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກ​ສາ ແລະ ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ແບບ​ຍືນ​ຍົງ, ພ້ອມ​ທັງ​ໄດ້​ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ ທ່ານ ດ​ຣ. ສຸ​ຣິດ ພິ​ສຸ​ວັນ, ອາ​ດີດ​ລັດ​ຖະ​ມົນ​ຕິ​ຕ່າງ​ປະ​ເທດ​ໄທ, ໃຫ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ຄົນ​ຕໍ່​ໄປ.
ກອງ​ປະ​ຊມ​ສຸດຍອດ​ອາ​ຊຽນ ຄັ້ງ​ນີ້, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ລີ ຊິນ ຫລົ​ງ (LEE Hsien Loong), ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ສິງ​ກະ​ໂປ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ນຳ​ທັງ​ໝົດ 10 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ຊຶ່ງ​ບັນ​ດາ​ຜູ້​ນຳ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ໄດ້​ປຶກ​ສາຫາ​ລື ແລະ ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ພາບ​ການ​ພາກ​ພື້ນ ແລະ ສາ​ກົນ, ກົດ​ບັດ​ອາ​ຊຽນ, ແຜນ​ແມ່​ບົດ ​ວ່າ​ດ້ວຍ​ປະ​ຊາ​ຄົມເສດ​ຖະ​ກິດ ອາ​ຊຽນ​, ບັນ​ຫາ​ສິ່ງ​ແວດ​ລ້ອມ, ບັນ​ຫາ​ການ​ຮ່ວມ​ມື​ພາຍ​ໃນ​ອາ​ຊຽນ ແລະ ກາ​ນ​ຮ່ວມ​ກັນ​ພາຍນອກ./.

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446