ຂ່າວພາຍໃນປະເທດ

ບົດບາດສຳຄັນຂອງສະມາຄົມມິດຕະພາບລາວ-ເຢຍລະມັນ

*(ຂ​ປ​ລ) ໃນ​ວັນ​ທີ 23 ພະ​ຈິກ 2007 ຢູ່ທີ່ໂຮງແຮມລ້ານຊ້າງ, ນະ​ຄອນ​ຫລວງວຽງ​ຈັນ, ຄະນະບໍລິຫານງານສະ​ມາ​ຄົມ​ມິດຕະພາບລາວ-​ເຢຍ​ລະ​ມັນ​ໄດ້​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະເປີດກວ້າງ ເພື່ອຜ່ານ ຮ່າງແຜນ ປະຕິບັດວຽກງານປະຈຳປີ 2007-2008 ໂດຍ​ການເປັນ ປະທານຂອງ ທ່ານ​ ຮອງ​ສາດ​ສະ​ດາ​ຈານ ດຣ. ສົມ​ອົກ ກິ່ງ​ສັກ​ດາ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ-​ເຢຍ​ລະ​ມັ​ນ ຊຶ່ງມີມີ​ບັນ​ດາ​ສະ​ມາ​ຊິກສະ​ມາ​ຄົມ ແລະ​ອະ​ດີດ​ນັກ​ສຶກ​ສາ ທີ່ສຳເລັດການສຶກສາ​​​ຈາກປະເທດເຢຍ​ລະ​ມັນ ​ເຂົ້າ​ຮ່ວມ ປະມານ 100 ຄົນ.
ໃນກອງ​ປະ​ຊຸມ​ຄັ້ງ​ນີ້​ ໄດ້ມີການປຶກສາຫາລື ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ ໂຄງຮ່າງການຈັດຕັ້ງ​ພ​າຍ​ໃນ ແລະ​ລະ​ບຽບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມແລະ​ແຜນ​ການ​ດຳ​ເນີນ​ງານ​ຂອງ​ສະ​ມາ​ຄົມ​ໃນ​ຕໍ່​ໜ້າ ຊຶ່ງການເຄື່ອນໄຫວຂອງສະມາຄົມນີ້ ແມ່ນເພື່ອບັນລຸເປົ້າຫມາຍ ແລະ ຈຸດປະສົງລວມຄືເປັນຄູ່ ປະສານ ງານກັບສະມາຄົມມິດຕະພາບ ເຢຍລະມັນ-ລາວ ເຮັດຫນ້າທີ່ ການທູດປະຊາຊົນ, ສົ່ງເສີມ ແລະ ຜູກແຫນ້ນ ຄວາມເຂົ້າໃຈ ແລະ ຄວາມສຳພັນອັນດີ ລະຫວ່າງປະຊາຊົນລາວ ແລະ ເຢຍລະມັນ ລວມທັງການ ຮ່ວມມື ແລະ ຊ່ວຍເຫລືອກັນໃນເວທີສາກົນ, ທັງເປັນສື່ກາງ ອຳນວຍ ຄວາມສະດວກ ໃຫ້ແກ່ອົງກອນ ທັງພາກ ລັດແລະ ເອກະຊົນ ເພື່ອສົ່ງເສີມການ ຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ວິທະຍາ ສາດ-ເຕັກນິກ, ວັດທະນະທຳ-ສັງຄົມ, ເປັນສູນກາງ ເຕົ້າໂຮມອະດີດ ນັກສຶກສາ ແລະ ນັກຝຶກງານໃນທຸກລະດັບທີ່ຈົບຈາກປະເທດເຢຍລະມັນເພື່ອຮ່ວມກັນຈັດຕັ້ງປະຕິບັດກິດຈະກຳທີ່ເປັນປະໂຫຍດແກ່ສັງຄົມຂອງທັງສອງປະເທດ ແລະ ໃຫ້ການຊ່ວຍເຫລືອລະຫວ່າງສະມາຊິກດ້ວຍກັນ.
ສະເພາະທິດທາງລວມນັ້ນຈະມີການປະສານກັບສະມາຄົມມິດຕະພາບເຢຍລະມັນ-ລາວໃນການສ້າງ​ແຜນ​ປະ​ຕິ​ບັດ​ງານ ແລະ​ສ້າງ​ໂຄງ​ການ​ຮ່ວມ​ມື​ກັນ​ໂດຍ​ເນັ້ນ​ໃສ່ການ​ຂະ​ຫຍາຍ​ການ​ຄ້າ-​ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ​ການ​ສຶກ​ສາ​ເປັນ​ບູ​ລິ​ມະ​ສິດ, ຂໍການສະຫນັບສະຫນູນທຶນການສຶກສາ ແລະ ການ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ​ໃຫ້​ແກ່​ຊາວ​ໜຸ່ມ​ລາວ​ໂດຍ​ເນັ້ນ​ໃສ່​ຂົງ​ເຂດ​ວິ​ຊາ​ການ​ທີ່​ເຢຍ​ລະ​ມັນນຳຫນ້,ຊຸກຍູ້ແລະ ປຸກລະດົມໃຫ້ຄົນ ເຢຍລະມັນມາທ່ອງທ່ຽວ ຢູ່ສປປລາວຫລາຍຂຶ້ນ ເພື່ອໄຂທາງ ສູ່ການຍາດແຍ່ງ ຊ່ວຍເຫລືອແລະ ການຄ້າ ການ ລົງທຶນໃນອະນາຄົດ. ສະ​ເພາະ​ແຜນການ​ປີ 2007-2008 ນີ້​ ຈະເນັ້ນການ ​ສ້າງ​ຖານ​ຂໍ້ມູນ​ສະ​ມາ​ຊິກ ແລະ​ຂໍ້​ມຸນ​ປະ​ຊາ​ສຳ​ພັນ​ຂັ້ນ​ຕົ້ນ, ​ສ້າງ​ຂະ​ບວນ​ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍ​ພົວ​ພັນ​ການ​ທູດ​ລາວ-​ເຢຍ​ລະ​ມັນ​ ຄົບ​ຮອບ 50 ປີ (31/1/1958-​31/12008), ສ້າງ​ໂຄງ​ການ ແລະ​ແຜນ​ປະ​ຕິ​ບັດ​ງານ​ຮ່ວມ​ກັນ​ໃນ​ໄລ​ຍະ​ກາງ​ປີ​ນີ້​ຮອດ​ປີ 2010, ສະ​ໜັບ​ສະ​ໜູນ​ບາງວຽກ​ງານ​ໃນ​ງານ​ກິ​ລາ​ຊີ​ເກມ​ທີ່ ສ​ປ​ປ ລາວ​ໄດ້​ຮັບ​ກຽດ​ເປັນ​ເຈົ້າ​ພາບ​ໃນ​ປີ 2009 ແລະ ​ສົ່ງ​ເສີມ​ພາກ​ເອ​ກະ​ຊົນ​ ເຢຍ​ລະ​ມັນ​ມາ​ລົງ​ທຶນ​ໃນ ​ລາວ./.

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446