ຂ່າວພາຍໃນປະເທດ

ລັດຖະສະພາພາກພື້ນອາຊີ-ປາຊີຟິກເພື່ອການເສີມ​ສ້າງ​
ຄວາມ​ອາດ​ສາ​ມາດ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

*(ຂປ​ລ): “ການ​ເສີມ​ສ້າງ​ຄວາມ​ອາດ​ສາ​ມາດ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ແມ່ນ​ຫົວ​ຂໍ້​ທີ່​ບັນ​ດາສະ​ມາ​ຊິກ​ລັດ​ຖະ​ສະ​ພາ ພາກ​ພື້ນ ອາ​ຊີ-​ປາ​ຊີ​ຟິກ ໄດ້​ປຶກ​ສາ​ຫາ​ລື​ວິ​ທີ​ການ​ຕ່າງໆ ໃນ​ການ​ປະ​ກອບ​ສ່ວນ​ສົ່ງ​ເສີມ ແລະ ສ້າງ​ພື້ນ​ຖານ​ດ້ານ​ນະ​ໂຍ​ບາຍ​ຕ່າງໆ ເພື່ອເຮັດ​ໃຫ້​ຄວາມ​ດຸນ​ດ່ຽງ​ລະ​ຫວ່າງ​ການ​ພັດ​ທະ​ນາ ແລະ ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ ໃນ ກອງ​ປະ​ຊຸມ​ສຳ​ມະ​ນາ​ລັດ​ຖະ​ສະ​ພາ​ພາກ​ພື້ນ ອາ​ຊີ-​ປາ​ຊີ​ຟິກ ທີ່ຈັດຂຶ້ນຢູ່ນະຄອນ ຫລວງວຽງຈັນໃນລະ​ຫວ່າງວັນ​ທີ 26-​28 ພະ​ຈິກ​ນີ້, ໂດຍ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ ໄດ້​ຄັດ​ເລືອກ​ເອົາ ສ​ປ​ປ ລາວ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ທີ່​ສຳ​ຄັນ​ໃນ​ຄັ້ງ​ນີ້ ໂດຍ​ມີ​ທ່ານ ອັນ​ເດີ​ສ໌ ຈອນ​ສັນ, ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ, ທ່ານ ສະ​ເຕ​ຟານ ວີ​ຊີ​ເອ, ຮອງ​ຜູ້​ຕາງ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ການ​ພັດ​ທະ​ນາ​ປະ​ຈຳ ສ​ປ​ປ​ ລາວ, ປະ​ທານ ແລະ ສະ​ມາ​ຊິກລັດ​ຖະ​ສະ​ພາ​ພາກ​ພື້ນ ອາ​ຊີ-​ປາ​ຊີ​ຟິກ ພ້ອມ​ດ້ວຍ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ ແລະ ພະ​ນັກ​ງານ​ຈາກ​ຂະ​ແໜງ​ການ​ຕ່າງໆ​ທີ່​ກ່ຽວ​ຂ້ອງເຂົ້າ​ຮ່ວມ.
ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ກ່າວ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ​ດັ່ງກ່າວ ໃນ​ຕອນ​ເຊົ້າ​ວັນ​ທີ 26 ພະ​ຈິກ​ນີ້ ວ່າ: ການ​ກະ​ທຳ​ຂອງມວນ​ມະ​ນຸດ ລວມ​ທັງ​ການ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທາງ​ຊີ​ວະ​ພາບ ແບບ​ເກີນ​ຂອບ​ເຂດ ແລະ ບັນ​ດາ​ເຕັກ​ນິກ​ການ​ເກັບ​ກູ້ ແບບ​ດັບ​ສູນ, ການ​ທຳ​ລາຍ ຫລື ສ້າງ​ຜົນ​ເສຍ​ຫາຍ ຈາກ​ຂະ​ບວນ​ການ​ຜະ​ລິດ​ອື່ນໆ ໄດ້​ກໍ່​ໃຫ້​ເກີດ​ການປ່ຽນ​ແປງ​ດ້ານ​ລະ​ບົບ​ນິ​ເວດ​ວິ​ທະ​ຍາ ທັງ​ສົ່ງ​ຜົນ​ກະ​ທົບ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ທາງ​ດິນ​ຟ້າ​ອາ​ກາດ, ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແມ່ນ​ຂາດ​ການ​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ຈັງ, ບັນ​ຫາ​ດັ່ງ​ກ່າວ ຖືກ​ຖື​ເບົາ ຫລື ມີ​ການ​ຊົມ​ໃຊ້​ແບບ​ຟຸມ​ເຟືອຍ ໂດຍ​ບັນ​ດາ​ປະ​ເທດ​ລ້ຳ​ລວຍ​ທີ່​ສຸດ, ບົນພື້ນ​ຖານ​ຄວາມ​ເຂົ້າ​ໃຈ​ອັນ​ຖືກ​ຕ້ອງ, ການ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ປົກ​ປ້ອງ ແລະ ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ໄດ້​ຖື​ເປັນ​ພັນ​ທະ​ດ້ານ​ໜຶ່ງ ໃນ​ອະ​ນາ​ຄົດ ແລະ ສິ່ງ​ຈຳ​ເປັນ​ກວ່າ​ໝູ່​ໝົດ ເພື່ອ​ສ້າງ​ເສດ​ຖະ​ກິດ​ໃຫ້​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ ພ້ອມ​ທັງ​ແມ່ນ​ຊ່ອງ​ທາງ​ດ້ານ​ຄວາມ​ອາ​ດ​ສາ​ມາດ​ໃຫ້​ມີ​ການ​ພັດ​ທະ​ນາກວ່າ​ເກົ່າ, ນອກ​ຈາກ​ນັ້ນ ຄວາມ​ຕ້ອງ​ການ​ທີ່​ເພີ່ມ​ຂຶ້ນ​ດ້ານ​ແຫລ່ງ​ພະ​ລັງ​ງານ​ແບບ​ຍືນ​ຍົງ ແລະ ບໍ່​ສິ້ນ​ສຸດ, ສະ​ບຽງ​ອາ​ຫານ​ປອດ​ສານ​ພິດ, ຄວາມ​ມຸ້ງ​ມາດ​ປາດ​ຖະ​ໜາ​ຂອງ​ນັກ​ທ່ອງ​ທ່ຽວ ຈາກ​ທົ່ວ​ໂລກ​ທີ່​ຢາກ​ທ່ຽວ​ຊົມ​ລະ​ບົບ​ນິ​ເວດ ຊຶ່ງ​ປາສະ​ຈາກ​ການ​ຊຸດ​ໂຊມ ແລະ ປ່າ​ດົງ​ຕຶບ​ໜາ​ແຕ່​ດັ່ງ​ເດີມ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ຊຶ່ງ​ໄດ້​ເຮັດ​ໃຫ້​ຮູບ​ແບບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ມີ​ຄວາມ​ສຳ​ຄັນ​ເດັ່ນ​ຂຶ້ນ.
ລັດ​ຖະ​ບານ​ລາວ ໄດ້​ກຳ​ນົດ​ຂະ​ແໜງ​ການ​ຕົ້ນ​ຕໍ, ຂະ​ແໜງ​ບູ​ລະ​ມິ​ສິດ​ປິ່ນ​ອ້ອມ ແລະ ແຜນ​ງານ​ລະ​ດັບ​ຊາດ​ທີ່​ສຳ​ຄັນ​ຍິ່ງ ເພື່ອ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ ແລະ ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ຊຶ່ງ​ສະ​ແດງ​ອອກ​ໃນ​ແຜນ​ຍຸດ​ທະ​ສາດ​ແຫ່ງ​ການເ​ຕີບ​ໂຕ ແລະ ລຶບ​ລ້າງ​ຄວາມ​ທຸກ​ຍາກ​ແຫ່ງ​ຊາດ ​ຊຶ່ງຂະ​ແໜງ​ການ​ຕົ້ນ​ຕໍມີ ກະ​ສິ​ກຳ ແລະ ປ່າ​ໄມ້, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ ແລະ ຂົນ​ສົ່ງ, ຂະ​ແໜງ​ການ​ສະ​ໜັບ​ສະ​ໜູນ ກວ​ມ​ເອົາ​ການ​ຄ້າ, ການ​ທ່ອງ​ທ່ຽວ, ການ​ຜະ​ລິດ ແລະ ພະ​ລັງ​ງານ, ສ່ວນ​ບູ​ລິ​ມະ​ສິດ​ປິ່ນ​ອ້ອມ ກ​ວມ​ເອົາ​ດ້ານ​ສິ່ງ​ແວດ​ລ້ອມ, ບົດ​ບາດ​ຍິງ-​ຊາຍ, ປະ​ຊາກອ​ນ ແລະ ການ​ເສີມ​ສ້າງ​ຄວາມ​ອາດ​ສາ​ມາດ, ແລະ ໂຄງ​ການ​ບູ​ລິ​ມະ​ສິດ​ແຫ່ງ​ຊາດ​ທີ່​ຕິດ​ພັນ​ກັບ​ຄວາມ​ທຸກ​ຍາກ​ເຊັ່ນ: ການ​ຄວບ​ຄຸມ​ຢາ​ເສບ​ຕິດ, ການ​ເກັບ​ກູ້​ລະ​ເບີດ ທີ່​ບໍ່​ທັນ​ແຕກ ແລ​ະ​ພະຍາດ​ເອດ. ເພື່ອ​ບັ​ນ​ລຸ​ຜົນ​ສຳ​ເລັດ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ,ການ​ເຊື່ອມ​ໂຍງ​ລະ​ດັບ​ຊາດ ແນ​ໃສ່​ຫລຸດ​ຜ່ອນ​ຄວາມ​ແຕກ​ໂຕນ​ດ້ານ​ລາຍ​ໄດ້ ລະ​ຫວ່າງ​ເຂດ​ແຄວ້ນ ແລະ ລະ​ຫວ່າງ​ຕົວ​ເມືອງ​ກັບ​ຊົນ​ນະ​ບົດ, ຄວາມ​ກ້າວ​ໜ້າ​ທາງ​ສັງ​ຄົມໂດຍ​ເລັ່ງ​ໃສ່​ຄຸນ​ນະ​ພາບ​ທາງ​ການ​ສຶກ​ສາ ແລະ ການ​ດູ​ແລ​ ສຸ​ຂະ​ພາບ​ເພື່ອ​ທຸກ​ຄົນ ສະ​ຖາ​ນະ​ພາບ​ຂອງ​ເດັກ​ນ້ອຍ, ແມ່​ຍິງ ແລະ ບັນ​ດາ​ເຜົ່າ​ມີ​ການ​ປັບ​ປຸງ ແລະ ການ​ບໍ​ລິ​ການ​ອື່ນໆ​ທາງ​ສັງ​ຄົມ ໃຫ້​ດີ​ຂຶ້ນ ໂດຍ​ເອົາ​ໃຈ​ໃສ່​ການ​ລົງ​ທຶນ ແລ​ະ​ການ​ສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍ​ແຕ່​ລະ​ດ້ານ ພ້ອມ​ທັງ​ການ​ຄຸ້ມ​ຄອງ​ຄອງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ແບບ​ຄ່ອງ​ຕົວ ແລະ ການ​ປົກ​ຄອງ​ທີ່​ດີ​ຂຶ້ນ, ການ​ລົງ​ທຶນ, ການ​ເຕີບ​ໂຕ ແບ​ລະ ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ຕ້ອງ​ໄປ​ຄຽງ​ຄູ່​ກັນ, ສ້າງ​ຄວາມ​ສົມ​ດູນ ລະ​ຫວ່າງ​ການ​ລົງ​ທຶນ ເພື່ອ​ວາງ​ພື້ນ​ຖານ​ທີ່​ຈຳ​ເປັນ​ໃຫ້​ແກ່​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃນ​ໄລ​ຍະ​ຍາວ ກັບ​ສະ​ເພາະ​ໜ້າ ເພື່ອ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ.
ການ​ສ້າງ​ພະ​ລັ​ງ​ງານ​ໃຫ້​ມີ​ການ​ນຳ​ໃຊ້​ໄດ້​ຢ່າງ​ຍາວ​ນານ, ບັນ​ດາ​ໂຄງ​ການ​ໄຟ​ຟ​້າ​ນ້ຳ​ຕົກ​ຂະ​ໜາດ​ນ້ອຍ ກໍ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເພີ່ມ​ຂຶ້ນ ພ້ອມໆ​ກັນ​ກັບ​ໂຄງ​ການ​ໄຟ​ຟ້າ​ນ້ຳ​ຕົກ​ຂະ​ໜາດ​ກາງ ແລະ ໃຫຍ່ ເພື່ອ​ສະ​ໜອງ​ໄຟ​ຟ້າ​ສູ່​ຂົງ​ເຂດ​ຊົນ​ນະ​ບົດ, ລັດ​ຖະ​ບານ ໄດ້ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ ເພື່ອ​ຮັບ​ປະ​ກັນ​ເຮັດ​ໃຫ້​ຄົວ​ເຮືອນ​ຈຳ​ນວນ 70% ໄດ້​ຊົມ​ໃຊ້​ໄຟ​ຟ້າ​ໃນ​ຊ່ວງ​ປີ 2010, ໄຟ​ຟ້າ​ນ້ຳ​ຕົກ ເປັນທ່າແຮງຕົ້ນ​ຕໍ ທີ່​ປະ​ກອບ​ສ່ວນ​ສ້າງ​ຜົນ​ຜະ​ລິດ​ທາງ​ເສດ​ຖະ​ກິດ, ລາຍ​ຮັບ​ຂອງ​ລັດ​ຖະ​ບານ ແລະ ລາຍ​ໄດ້​ດ້ານ​ການ​ສົ່ງ​ອອກ, ໃນ​ອີກ​ບໍ່​ດົນ​ ທ່າ​ແຮງ​ນີ້ ກໍ​ຈະ​ເຮັດ​ໃຫ້ ສ​ປ​ປ ລາວ ກາຍ​ເປັນ “ໝໍ້​ໄຟ” ແຫ່ງ​ພາກ​ພື້ນ​ອາ​ຊີ​ອາ​ຄະ​ເນ.
ໃນ​ໄລ​ຍະ​ຜ່ານ​ມາ, ສະ​ພາ​ແຫ່ງ​ຊາດ​ລາວ ກໍ​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ແກ່​ສົນ​ທິ​ສັນ​ຍາ ວ່າ​ດ້ວຍ​ຄວາມ​ຫລາກ​ຫລາຍ​ທາງ​ຊີ​ວະ​ນາໆ​ພັນ ແລະ ອະ​ນຸ​ສັນ​ຍາ ກຽວ​ໂຕ ຂອງ ສົນ​ທິ​ສັນ​ຍາ​ແມ່​ບົດ ຂອງ ສະ​ຫະ​ປະ​ຊາ​ຊາດ ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ໄດ້​ຮັບ​ຮອງ​ເອົາ​ກົດ​ໝາຍ​ຈຳ​ນວນ ແລະ ປະ​ຈຸ​ບັນ ກຳ​ລັງ​ພິ​ຈາ​ລະ​ນາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ ສັດ​ນ້ຳ-​ສັດ​ປ່າ ເພື່ອ​ການ​ຮັບ​ຮອງ​ເອົາ​ໂດຍກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 4 ທີ່​ຈະ​ມາ​ເຖິງ​ນີ້./.

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446