ສັນຍະລັກແຫ່ງຄວາມເອົາໃຈໃສ່ ແລະ ຍົກສູງການຮ່ວມມື ລາວ - ເອດີບີ
(ຂປລ) ພະນະທ່ານ ບົວສອນ ບຸບຜາວັນ ໄດ້ເປັນປະທານໃນພິທີເປີດກອງປະຊຸມເທື່ອທີ 2 ຂອງບັນດາຜູ້ໃຫ້ທຶນ ວ່າດ້ວຍການລະດົມທຶນ ເຂົ້າກອງທຶນພັດທະນາອາຊີ ຄັ້ງທີ 10 ທີ່ ສປປລາວເປັນເຈົ້າພາບຈັດຂຶ້ນລະຫວ່າງວັນທີ 26 - 27 ພະຈິກ 2007 ທີ່ນະຄອນຫລວງວຽງຈັນໂດຍມີ ທ່ານ ປີເຕີ ແມກຄໍລີ, ປະທານກອງປະຊຸມຄັ້ງທີ 2 ຂອງ ADF ຊຸດທີ 10, ທ່ານ ຮາຣູ ຮິໂກ ກູໂຣດາ, ປະທານທະນາຄານພັດທະນາອາຊີ ແລະ ບັນດາຜູ້ແທນຈາກ 35 ປະເທດ ທີ່ນຳໃຊ້ທຶນຂອງກອງທຶນພັດທະນາອາຊີ ເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້ ມີກຳນົດການປຶກສາຫາລື,ແລກປ່ຽນບົດຮຽນກ່ຽວກັບການພັດທະນາລະຫວ່າງ ບັນດາປະເທດ ກຳລັງພັດທະນາ ໃນພາກພື້ນອາຊີ-ປາຊີຟີກ ແລະ ກາຍເປັນພື້ນຖານທີ່ສຳຄັນ ໃຫ້ແກ່ການສຶບຕໍ່ ປຶກສາຫາລື. ກອງທຶນພັດທະນາອາຊີ ໄດ້ປະກອບສ່ວນອັນສຳຄັນ ຕໍ່ການພັດທະນາ ໃນຂົງເຂດອາຊີ-ປາຊີຟີກ ເຮັດໃຫ້ຄວາມທຸກຍາກໄດ້ຫລຸດລົງເຖິງສາມເທົ່າ. ເດັກນ້ອຍສ່ວນຫລາຍໄດ້ຮັບການສຶກສາ ແລະ ສາມາດອ່ານອອກ ຂຽນໄດ້, ຄຸນນະພາບຊີວິດຂອງປະຊາຊົນດີຂຶ້ນ, ອາຍຸຍືນສະເລ່ຍ ຂອງປະຊາກອນເພີ່ມຂຶ້ນຢ່າງຕໍ່ເນື່ອງ. ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວປາໄສຕໍ່ກອງປະຊຸມປຶກສາຫາລື ຄັ້ງທີ 2 ຂອງຜູ້ໃຫ້ທຶນ ສຳລັບກອງທຶນພັດທະນາອາຊີ ຊຸດທີ 10 ວ່າ: ລັດຖະບານລາວ ຮູ້ສຶກເປັນ ກຽດຢ່າງສູງຕໍ່ການເປັນເຈົ້າພາບຈັດກອງປະຊຸມໃນຄັ້ງນີ້ ແລະ ຖືວ່າ ເປັນສັນຍະລັກແຫ່ງຄວາມ ເອົາໃຈໃສ່ ແລະການຍົກສູງການຮ່ວມມື ການຮ່ວມມືລະຫວ່າງທະນາຄານ ພັດທະນາອາຊີ ແລະ ສປປ ລາວ ເພື່ອປະ ກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ ຂອງ ສປປ ລາວ ແລະ ໃນການຍົກລະດັບ ຊີວິດການ ເປັນຢູ່ຂອງປະຊາຊົນ.ກອງທຶນພັດທະນາອາຊີໄດ້ມີບົດບາດສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດ ອາຊີ-ປາຊີຟິກລວມທັງ ສປປ ລາວ. ການຊ່ວຍເຫລືອຈາກກອງທຶນພັດທະນາອາຊີໄດ້ປະກອບສ່ວນເຮັດໃຫ້ເສດຖະກິດແຫ່ງຊາດເຕີບໂຕຢ່າງໄວວາ ແລະ ຄວາມທຸກຍາດໄດ້ຖືກຫລຸດຜ່ອນຢ່າງເປັນຮູບປະທຳຫລາຍຂຶ້ນ ແລະ ພວກຂ້າພະເຈົ້າຫວັງວ່າ ກອງທຶນພັດທະນາອາຊີ ຍັງຈະເປັນແຫລ່ງທຶນທີ່ສຳຄັນ ໃນການຊ່ວຍເຫລືອ ສປປ ລາວ ບັນລຸເປົ້າຫມາຍຂອງການພັດທະນາ ໃນຊຸມປີຕໍ່ຫນ້າ, ໂດຍສະເພາະແມ່ນເປົ້າຫມາຍສະຫັດສະຫວັດ. ກອງທຶນພັດທະນາອາຊີ ຍັງໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເຮັດໃຫ້ປະເທດລາວປະສົບຜົນສຳເລັດ ໃນການຫັນຈາກກົນໄກເສດຖະກິດເກື້ອກູນ ໄປສູ່ກົນໄກເສດຖະກິດຕະຫລາດ ໃນໄລຍະເວລາອັນສັ້ນ, ເປັນຕົ້ນແມ່ນ ຂະແຫນງພະລັງງານໄຟຟ້າສົ່ງອອກ ທີ່ສ້າງລາຍຮັບເປັນເງິນຕາຕ່າງປະເທດ ເຖິງ 100 ໂດລາສະຫະລັດຕໍ່ປີ. ທະນາຄານພັດທະນາອາຊີ ແມ່ນຜູ້ໃຫ້ທຶນທີ່ສຳຄັນ ໃນຂົງເຂດເຊື່ອມຕໍ່ເສດຖະກິດ ແລະ ການຄົມມະນາຄົມ ເຊິ່ງເປັນປັດໄຈພື້ນຖານ ໃຫ້ແກ່ການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກ. ໃນຂະແຫນງສັງຄົມ ທະນາຄານພັດທະນາອາຊີ ໄດ້ຊ່ວຍເຫລືອໃນການພັດທະນາລະບົບພື້ນຖານການສຶກສາ ໂດຍສະເພາະແມ່ນ ໂຄງການສ້າງມະຫາວິທະຍາໄລແຫ່ງຊາດ, ພ້ອມນັ້ນ ທະນາຄານພັດທະນາອາຊີ ຍັງໄດ້ຊ່ວຍເຫລືອສ້າງລະບົບສາທາລະນະສຸກ ຂັ້ນພື້ນຖານຢູ່ເຂດພາກເຫນືອ ອີກດ້ວຍ. ນອກນັ້ນ,ທະນາຄານພັດທະນາອາຊີຍັງໄດ້ສະຫນອງທຶນຊ່ວຍເຫລືອ ດ້ານການພັດທະນາຕົວເມືອງ ໃຫ້ມີລະບົບການຄຸ້ມຄອງທີ່ດີ, ພັດທະນາໂຄງລ່າງ, ລະບົບການບໍລິຫານລັດ, ພັດທະນາບຸກຄະລະກອນ ແລະ ບັນດານິຕິກຳຕ່າງໆ ທີ່ເປັນພື້ນຖານໃຫ້ແກ່ການຄຸ້ມຄອງ ແລະ ປົກຄອງທີ່ມີປະສິດທິຜົນ. ຜົນສຳເລັດຂອງບັນດາໂຄງການ ໃນຂະແຫນງຄົມມະນາຄົມໄດ້ຊ່ວຍໃຫ້ພວກເຮົາສາມາດເຂົ້າເຖິງເຂດຫ່າງໄກສອກຫລີກ, ອຳນວຍຄວາມສະດວກໃຫ້ແກ່ການຄ້າຊາຍແດນ ແລະ ການທ່ອງທ່ຽວໃນຂົງເຂດລຸ່ມແມ່ນ້ຳຂອງ, ຊິ່ຶງໄດ້ເຮັດໃຫ້ລາຍຮັບຂອງປະຊາຊົນຢູ່ແຂວງຕາມຊາຍແດນເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສປປ ລາວ ເປັນປະເທດທີ່ມີສະເຖຍລະພາບ ທາງດ້ານການເມືອງ, ສັງຄົມ ແລະ ມີການຂະຫຍາຍໂຕທາງດ້ານເສດຖະກິດ. ອັດຕາຄວາມທຸກຍາກພາຍໃນປະເທດຫລຸດລົງຢ່າງຕໍ່ເນື່ອງ ຈາກ 48% ໃນປີ 1990 ເປັນ 33% ໃນປີ 2005. ແຕ່ເຖິງຢ່າງໃດກໍຕາມ, ສປປ ລາວ ຍັງມີຄວາມຕ້ອງການປັບປຸງ ແລະ ຟື້ນຟູໂຄງລ່າງ, ການບໍລິຫານການເງິນພາກລັດ, ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການລົງທຶນ ແລະ ການດຳເນີນທຸລະກິດ ແລະ ທີ່ສຳຄັນທີ່ສຸດ ແມ່ນຮັບປະກັນໃຫ້ປະຊາຊົນຜູ້ທີ່ທຸກຍາກ ໄດ້ຮັບຜົນປະໂຫຍດ ຈາກການຈະເລີນເຕີບໂຕທາງດ້ານເສດຖະກິດ. ເຖິງແມ່ນວ່າຍັງມີອຸປະສັກ ແລະ ສິ່ງທ້າທາຍຫລາຍຢ່າງກໍຕາມ, ລັດຖະບານຂໍໃຫ້ຄຳຫມັ້ນສັນຍາວ່າ ຈະຕັ້ງຫນ້າປະຕິບັດ ເພື່ອຜ່ານຜ່າອຸປະສັກ ໃນການພັດທະນາປະເທດຊາດໃຫ້ບັນລຸຜົນສຳເລັດເທື່ອລະກ້າວ.
ກັບສາລະບານ