ສະພາແຫ່ງຊາດລາວ ແລະ ລັດຖະສະພາສາກົນສົ່ງເສີມ ການພົວພັນ ແລະ ຄວາມເຂົ້າອົກເຂົ້າໃຈຊຶ່ງກັນແລະກັນ
*(ຂປລ): ໃນຕອນບ່າຍວັນທີ 26 ພະຈິກນີ້, ທ່ານ ທອງສິງ ທຳມະວົງ ທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອັນເດີສ໌ ຈອນສັນ, ເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ ທີ່ມາຮ່ວມກອງປະຊຸມລັດຖະສະພາພາກພື້ນ ອາຊີ-ປາຊີຟິກ ຊຶ່ງຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ລະຫວ່າງວັນທີ 26-28 ພະຈິກ 2007, ເພື່ອແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນອັນດີຊຶ່ງກັນແລະກັນ ລວມທັງໄດ້ຍົກລະດັບຂີດຄວາມສາມາດ ຂອງລັດຖະສະພາແຕ່ລະປະເທດ. ການໂອ້ລົມສົນທະນາ ລະຫວ່າງແຂກ ແລະ ເຈົ້າພາບ ໄດ້ດຳເນີນໄປດ້ວຍໄມຕີຈິດ ມິດຕະພາບນັ້ນ ທ່ານ ທອງສິງ ທຳມະວົງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບທ່ານ ແລະ ຄະນະ ທີ່ໄດ້ມາຢ້ຽມຢາມ ສປປ ລາວ ຊຶ່ງເປັນການເສີມສ້າງສາຍພົວພັນ ການຮ່ວມມື ແລະ ຄວາມເຂົ້າອົກເຂົ້າໃຈຊຶ່ງກັນແລະກັນ ລະຫວ່າງ ສປປ ລາວ ແລະ ລັດຖະສະພາສາກົນ, ຂອບອົກຂອບໃຈ ທີ່ສະຫະພັນລັດຖະສະພາ ສາກົນທີ່ໄດ້ ຄັດເລືອກເອົາ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສຳມະນາທີ່ສຳຄັນໃນຄັ້ງນີ້ ແລະ ຫວັງວ່າ ການ ປຶກສາ ຫາລືບັນຫາ ທີ່ເກີດຫມາກ ເກີດຜົນໃນກອງປະຊຸມຄັ້ງນີ້ ຈະເຮັດໃຫ້ລັດຖະສະພາ ແຕ່ລະປະເທດ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໄດ້ຍົກລະດັບຂີດຄວາມສາມາດຂອງຕົນ, ໄດ້ແລກປ່ຽນ ປະສົບ ການ ແລະ ຖອດຖອນບົດຮຽນຊຶ່ງກັນແລະກັນ. ທ່ານ ອັນເດີສ໌ ຈອນສັນ ໄດ້ຕາງຫນ້າໃຫ້ຜູ້ແທນລັດຖະສະພາພາກພື້ນ ກ່າວສະແດງຄວາມຂອບໃຈ ຕໍ່ທ່ານປະທານ ສະພາແຫ່ງຊາດລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ທີ່ລາວເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້ ./.
ກັບສາລະບານ