ນາຍົກລັດຖະມົນຕີຕ້ອນຮັບປະທານທະນາຄານພັດທະນາອາຊີ
*(ຂປລ): ໃນຕອນບ່າຍຂອງວັນທີ 26 ພະຈິກນີ້, ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຮາຣູຮິໂກະ ກູໂຣດະ, ປະທານທະນາຄານພັດທະນາອາຊີ ( ADB) ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 26-28 ພະຈິກ 2007. ທ່ານນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ ໄດ້ສະແດງຄວາມຊົມເຊີຍ ທ່ານປະທານທະນາຄານພັດທະນາອາຊີ ແລະ ຄະນະທີ່ໄດ້ມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມເທື່ອທີສອງ ຂອງບັນດາຜູ້ໃຫ້ທຶນ ວ່າດ້ວຍການລະດົມທຶນເຂົ້າກອງທຶນພັດທະນາອາຊີ ຄັ້ງທີ 10 ທີ່ຈັດຂຶ້ນ ຢູ່ທີ່ນະຄອນຫລວງວຽງຈັນ, ພ້ອມທັງຕີລາຄາສູງຕໍ່ການຮ່ວມມືຊ່ວຍເຫລືອລະຫວ່າງ ສປປລາວ ແລະ ທະນາຄານພັດທະນາອາຊີ ຫລື ເອດີບີ ໂດຍສະເພາະລັດຖະບານລາວໄດ້ລົງນາມໃນສັນຍາຮັບເອົາການສະຫນອງທຶນຊ່ວຍເຫລືອລ້າ ຈາກທະ ນາຄານ ພັດທະນາອາຊີ ມູນຄ່າ 27 ລ້ານໂດລາສະຫະລັດສຳລັບໂຄງການ ປັບປຸງຕາຫນ່າງການ ຂົນສົ່ງຢູ່ ຕອນ ເຫນືອ ອະນຸພາກພື້ນລຸ່ມແມ່ນ້ຳຂອງ(ADB 11). ກອງທຶນພັດທະນາອາຊີໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ເປັນຕົ້ນໄດ້ສະໜອງທຶນຊ່ວຍເຫລືອດ້ານການພັດທະນາຕົວເມືອງ ໃຫ້ມີລະບົບການຄຸ້ມຄອງທີ່ດີ, ພັດທະນາໂຄງລ່າງ, ລະບົບການບໍລິຫານລັດ, ພັດທະນາບຸກຄະລາກອນ ແລະ ບັນດານິຕິກຳຕ່າງໆ. ໃນວັນດຽວກັນ ທ່ານ ປະທານທະນາຄານພັດທະນາອາຊີ ( ADB) ກໍ່ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ເຂົ້າພົບປະກັບທ່ານ ສົມດີ ດວງດີ, ລັດຖະມົນຕີວ່າການ ກະຊວງການເງິນ. ຊຶ່ງການພົບປະກັບບັນດາຜູ້ນຳຂັ້ນສູງຂອງລາວນັ້ນ ທ່ານປະທານທະນາຄານພັດທະນາອາຊີ ໄດ້ສະແດງຄວາມຂອບໃຈ ແລະ ດີໃຈນຳລັດຖະບານລາວທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມເທື່ອທີ 2 ຂອງບັນດາຜູ້ໃຫ້ທຶນ ວ່າດ້ວຍການລະດົມທຶນ ເຂົ້າກອງທຶນພັດທະນາອາຊີ ຄັ້ງທີ 10 ນີ້ຂຶ້ນດ້ວຍຄວາມຮັບຜິດຊອບສູງ./.
ກັບສາລະບານ