ຂ່າວພາຍໃນປະເທດ

ປະທານປະເທດ ຕ້ອນຮັບ ສົມ​ເດັດ​ພະ​ເທບຣັດ ຣາຊະ​ສຸດາ
ແຫ່ງຣາຊະ​ອານາຈັກໄທ


(ຂປລ) ທ່ານຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບ ສົມ​ເດັດ​ພະ​ເທບ ຣັດ ຣາຊະ​ສຸດາ ​ເຈົ້າຟ້າ​ມະຫາ​ຈັກກຣີ ສິຣິນ ທອນ ສະຫຍາມ​ບໍຣົມ ຣາຊະ​ກຸ​ມາຣີ ໃນຕອນເຊົ້າວັນທີ 26 ພະຈິກ 2007 ທີ່ຫໍຄຳ ນະຄອນຫລວງວຽງຈັນ ໃນໂອກາດທີ່ ພະອົງສະເດັດຢ້ຽມຢາມ ລາວ ຢ່າງເປັນ ທາງການ ເປັນເວລາ 4 ວັນ.
ທ່ານປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການສະເດັດຢ້ຽມຢາມລາວ ຂອງ ສົມ​ເດັດ​ພະ​ເທບຣັດ ຣາຊະ​ສຸດາ ​ເຈົ້າຟ້າ​ມະຫາ​ຈັກກຣີ ສິຣິນທອນ ສະຫຍາມ​ບໍຣົມ ຣາຊະ​ກຸ​ມາຣີໃນຄັ້ງນີ້ ຊຶ່ງເປັນຂີດໝາຍສຳຄັນໃນການເສີມສ້າງສາຍພົວພັນ ມິດຕະພາບ ແລະ ການ ຮ່ວມມື ຖານ ບ້ານໃກ້ເຮືອນຄຽງໃຫ້ຂະຫຍາຍຕົວດີຂຶ້ນເລື້ອຍໆ ໂດຍສະເພາະ ການ ໃຫ້ຄວາມຊ່ວຍເຫລືອຍົກລະດັບວິຊາການດ້ານການພັດທະນາກະສິກຳ, ການປັບປຸງ ຄຸນນະພາບດ້ານສຶກສາ ສຳລັບເດັກຊົນເຜົ່າ ແລະ ດ້ອຍໂອກາດ ແລະ ອື່ນໆ.
ໃນໂອກາດດຽວກັນ ສົມ​ເດັດ​ພະ​ເທບຣັດ ຣາຊະ​ສຸດາ ​ເຈົ້າຟ້າ​ມະຫາ​ຈັກກຣີ ສິຣິນທອນ ສະຫຍາມ​ບໍຣົມ ຣາຊະ​ກຸ​ມາຣີ ກໍໄດ້ສະແດງຄວາມ ຂອບໃຈຕໍ່ທ່ານ ຈູມ ມາລີ ໄຊຍະສອນເປັນຢ່າງຍິ່ງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເຊື່ອໝັ້ນວ່າການ ພົວພັນຮ່ວມມືຂອງສອງປະເທດຈະໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ.
ໃນຕອນເຊົ້າວັນດຽວກັນ ສົມ​ເດັດ​ພະ​ເທບຣັດ ຣາຊະ​ສຸດາ ​ເຈົ້າຟ້າ​ມະຫາ​ຈັກກຣີ ສິຣິນທອນ ສະຫຍາມ​ບໍຣົມ ຣາຊະ​ກຸ​ມາຣີ ກໍໄດ້ເຄື່ອນໄຫວຢ້ຽມຢາມ ໂຄງການສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ແລະ ຢ້ຽມຊົມກິດຈະກຳຕ່າງໆຂອງໂຄງການ ຊຶ່ງໂຄງການນີ້ ປະກອບມີ 7 ຂະແໜງການເຊັ່ນ: ຂະແໜງປູກຝັງ, ການປະມົງ, ຂະແໜງພັດທະນາທີ່ດິນ, ຂະແໜງຊົນລະປະທານ, ຂະແໜງລ້ຽງສັດ ແລະ ຂະແໜງການສົ່ງເສີມ. ຕະຫລອດໄລຍະ 13 ປີຜ່ານມາ ປະຊາຊົນ 9 ບ້ານອ້ອມຂ້າງ ມີການພັດທະນາດ້ານກະສິກຳ ແລະ ຖືອາຊີບນີ້ເປັນພື້ນຖານໃນການສົ່ງເສີມອາ ຊີບອື່ນໆທີ່ໝັ້ນຄົງ. ປະຈຸບັນປະຊາຊົນເຂດນີ້ ມີລາຍຮັບເພີ່ມຂຶ້ນຈາກ 15 ລ້ານເປັນ 20 ລ້ານກີບ/ຄອບຄົວ/ປີ.
ຈາກນັ້ນ ສົມ​ເດັດ​ພະ​ເທບຣັດ ຣາຊະ​ສຸດາ ​ເຈົ້າຟ້າ​ມະຫາ​ຈັກກຣີ ສິຣິນທອນ ສະຫຍາມ​ບໍຣົມ ຣາຊະ​ກຸ​ມາຣີໄດ້ສະເດັດຢ້ຽມຢາມໂຮງຮຽນ ວັດທະນະທຳ ເດັກກຳ ພ້າຫລັກ 67 ເມືອງໂພນໂຮງ ແຂວງວຽງຈັນ ໂດຍໄດ້ມອບ ທຶນການ ສຶກສາ ເປັນມູນຄ່າ 51.600 ບາດ,ພ້ອມອຸປະກອນກິລາ ແລະ ປຶ້ມແບບຮຽນ ຈຳນວນໜຶ່ງ. ໂຮງຮຽນແຫ່ງນີ້ ໄດ້ເຂົ້າຮ່ວມໂຄງການພະລາ ຊະດຳລິໃນປີ 1992, ມາຮອດປະຈຸບັນເປັນເວລາ 15 ປີແລ້ວທີ່ໂຮງຮຽນ ມີການປັບປຸງຊີວິດການເປັນຢູ່ ຂອງນັກຮຽນເດັກກຳພ້າໃຫ້ດີຂຶ້ນກວ່າເກົ່າເປັນຕົ້ນແມ່ນດ້ານສຸຂະພາບ, ໂພສະ ນາການ, ການກະສິກຳ ແລະ ປູກຝັງລ້ຽງສັດ ຕາມແນວທາງເສດຖະກິດ ເພິ່ງຕົນ ເອງ-ກຸ້ມຕົນເອງເທື່ອລະກ້າວ ພ້ອມທັງປັບປຸງຄຸນນະພາບການສຶກສາໃຫ້ດີຂຶ້ນ ເຊັ່ນກັນ ຊຶ່ງໄດ້ສະແດງອອກໃນຜົນການສອບເສັງ 6 ລຸ້ນທີ່ຜ່ານມາບັນລຸ 100% ຕິດຕໍ່ກັນ. ໃນສົກປີ 2006-2007 ເປັນລຸ້ນທີ 26 ຍັງສືບຕໍ່ຮ່ຳຮຽນ ແຕ່ ປ 1 ເຖິງ ປ 6 ມີນັກຮຽນທັງໝົດ 750 ຄົນ, ເປັນຍິງ 200 ກວ່າຄົນ, ຊຶ່ງທັງໝົດ ນີ້ຈະ ໄດ້ຮັບການສຶກສາຮ່ຳຮຽນ ແລະ ມີການພັດທະນາຕົນເອງໃຫ້ດີຂຶ້ນເລື້ອຍໆ./.

ກັບສາລະບານ

 
ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446