ລາວ-ຫວຽດນາມສືບຕໍ່ຮັດແໜ້ນການຮ່ວມມືດ້ານວຽກງານຍຸຕິທຳ
*(ຂປລ): ທ່ານ ຈະເລີນ ເຢຍປາວເຮີ, ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງຍຸຕິທຳແຫ່ງ ສປປ ລາວ ແລະ ຄະນະໄດ້ຕ້ອນຮັບ ແລະ ພົບປະກັບຄະ ນະຜູ້ແທນຂັ້ນສູງຂອງກະຊວງຍຸຕິທຳ ສສ ຫວຽດນາມນຳໂດຍທ່ານ ຮາຮຸ່ງເກືອງ, ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງຍຸຕິທຳ ສສ ຫວຽດ ນາມ ໃນວັນທີ 11 ມິນາ 2010 ນີ້ ຢູ່ນະຄອນຫລວງວຽງຈັນ. ການພົົບປະຂອງຄະນະຜູ້ແທນທັງສອງໃນຄັ້ງນີ້ແມ່ນເປັນການສືບຕໍ່ແລກປ່ຽນການຢ້ຽມຢາມປົກກະຕິຕາມບົດບັນທຶກການຮ່ວມມືລະຫ່ວາງສອງກະຊວງສຳລັບປີ 2007-2010, ທັງເປັນການສືບຕໍ່ພົວພັນຮ່ວມມືລະຫ່ວາງຂະແໜງຍຸຕິທຳຂອງສອງປະເທດໃນໄລຍະສຸດທ້າຍຂອງແຜນການທີ່ໄດ້ລະບຸ ໃນບົດບັນທຶກການຮ່ວມມື ສະບັບດັ່ງກ່າວ. ພ້ອມນີ້ທັງສອງຝ່າຍຍັງໄດ້ມີການປຶກສາຫາລືແຜນການຮ່ວມມືໃນ 5 ປີຕໍ່ໜ້າໂດຍສະເພາະແມ່ນການແລກ ປ່ຽນບົດຮຽນການສ້າງ ລັດແຫ່ງກົດ ໝາຍຂອງ ສສ ຫວຽດນາມ ແລະ ຜົນສຳເລັດໃນການຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງ ສສ ຫວຽດນາມຊຶ່ງໃນນັ້ນການ ພັດທະນາ ແລະ ປະ ຕິບັດລະບຽບກົດໝາຍເປັນສິ່ງທີ່ລັດຖະບານຫວຽດນາມຖືສຳຄັນເພື່ອສ້າງຄວາມເຊື່ອຖື ແລະ ສ້າງຄວາມເຊື່ອໝັ້ນຕໍ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຮັດ ໃຫ້ເສດຖະກິດຂອງ ສສ ຫວຽດນາມສືບຕໍ່ຂະຫຍາຍ ຕົວ, ພ້ອມນີ້ທັງສອງຝ່າຍຍັງຢືນຢັນຈະສືບຕໍ່ພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕໍ່ໄປ ເພື່ອຮ່ວມກັນພັດທະນາລະບົບກົດໝາຍຂອງຕົນໂດຍຝ່າຍຫວຽດນາມຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືກັບກະຊວງຍຸຕິທຳລາວໃນການ ສ້າງນັກວິ ຊາ ການ-ນັກກົດໝາຍແກ່ ສປປ ລາວ. ເວົ້າລວມແລ້ວການພົວພັນຮ່ວມມື ກັບ ສສ ຫວຽດນາມໄລຍະຜ່ານມາໄດ້ປະກອບສ່ວນ ຫລວງຫລາຍໃນການສ້າງຂີດ ຄວາມ ສາມາດໃຫ້ແກ່ພະນັກງານວິຊາການຂະແໜງຍຸຕິທຳ, ທັງເປັນການຮັດແໜ້ນສາຍພົວພັນ ແລະ ການສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນໃນຂະແໜງ ການ ນີ້ຫລາຍຂຶ້ນ. ຄະນະຜູ້ແທນຂັ້ນສູງແຫ່ງສສຫວຽດນາມຍັງໄດ້ເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ບັນ ດາແຂວງຄື:ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ ໃນລະຫວ່າງວັນທີ 11-12 ມີນາ, ຂະນະທີ່ຄະນະຜູ້ແທນດັ່ງກ່າວໄດ້ເດີນທາງມາຢ້ຽມຢາມສປປ ລາວແຕ່ວັນທີ 7-12 ມີນາ 2010 ນີ້./.
ກັບສາລະບານ