ຂ່າວພາຍໃນປະເທດ

ສະຖານທູດ ອາ​ເມ​ລິ​ກາ ສະໜັບສະໜູນ​ຄູ​ສອນ​ພາສາ​ອັງກິດ​ລາວ

*(ຂປລ): ສະຖານທູດ ອາ​ເມ​ລິ​ກາ ສະໜັບສະໜູນ​ ​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ​ລາວ ໄດ້ຈັດ​ກອງ​ປະຊຸ​ມປະ​ຈໍາ​ປິ​ຄັ້ງ​ທີ 9 ກ່ຽວກັບ​ຄູລາວທີ່ສອນ​ພາສາ​ອັງກິດ ​ເພື່ອ​ເວົ້າ​ພາສາ​ອື່ນ (TESOL) ​​​ແຕ່​ວັນ​ທີ 2-3 ​ກຸມພາ 2012 ນີ້ ທີ່​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ​ລາວ ໂດຍມີ​ທ່ານ​ສາ​ສະ​ດາ​ຈານ​ ດຣ. ​ເພັດ​ສະໝ​ອນ ຄຸນ​ສະຫວັດ, ຮອງ​ອະ​ທິການ​ບໍດີ​ຂອງ​ມະຫາ​ວິທະຍາ​ໄລ​ແຫ່ງຊາດ​ລາວ ທັງ​ເປັນ​ປະ​ທ່ານ​ຄະນະ​ກໍາມະການຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ່ 9 ຄັ້ງ​ນີ້.

ຊຸດອົບຮົມນີ້​​ ເປັນ​ໂຄ​ງການ​ຝືກອົບຮົມ​​ໄລຍະ​ສັ້ນ ​ແລະ ​ເປັນ​ໂຄ​ງການ​ທີ່​ໃຫຍ່ ​ແລ​ະ​ ​ເປັນ​ການ​ຝຶກ​ອົ​ບຮົມ​ປະ​ຈໍາປີ​ທີ່​ສໍາຄັນ​​ທີ່​ສຸດ​ ໃຫ້​ໂອ​ການ​​ແກ່​ຄູ​ລາວ​ ສອນ​ພາ​ສາ​ອັງກິດ ​ທີ່​ມາ​ຈາກ​​ໂຮ​ງຮຽນ ມ.ຕົ້ນ​ ຈາກ​ນະຄອນຫຼວງວຽງ​ຈັນ ​ແລະ ມາ​ຈາກ​ທ້ອງ​ຖີ່​ມທົ່ວ​ປະ​ເທດ​​ ເພື່ອ​ຮັບ​ຟັງ​ການ​ແນະ​ນໍາ​​ເຕັກ​ນິກ ການ​ສິດສອນ ​ພາ​ສາອັງກິດ​​ໂດຍ​ກົ​ງ ຈາກ​ນັກວິຊາການ​ທີ່​ມາຈາກ​ພາກ​ພື້ນ ​ແລະ ຄູ​ສອນ​ພາ​ສາ​ອັງກິດ​ທີ່​ເປັນ​ພາສາ​ແມ່. ກອງ​ປະຊຸມ​ດັ່ງກ່າວ ປະ​ກອບ​ມີ​ການ​ນໍາ​ສະ​ເໜີ​ ບົດ​ເຕັກ​ນິກກ່ຽວ​ກັບ ວິ​ທີ​​ການ​ສິດ​ສອນ​ພາ​ສາ​ອັງກິດ​ທີ່​ມີ​ປະສິດ​ທີ​ຜົນ ​ຊຶ່ງນໍາ​ສະ​ເໜີ​​ໂດຍ​ ວິທະຍາກອນ​ທີ່​ມາ​ຈາກ​ປະ​ເທດ​ໄທ, ຍີ່​ປຸນ ​ແລະ ຄູ​ສອນ​ພາສາ​ອັງ​ກິດ​ ທີ່​ມາ​ຈາກປ​ະ​ເທ​ດອື່ນໆ.

ທ່າ​ນນາງ ​ແອງຈີ່​ຮາ ດິກ​ກີ້ ອຸ​​ປະ​ທູດ​ສະຫະລັດ ອາ​ເມ​ລິ​ກາ ​ປະ​ຈໍາ​ລາວ​ ກໍ​ໄ​ດ້ຂຶ້ນ​ກ່າວບົດ​ປາ​​ໄສ​ຢູ່​ໃນ​ພິທີ​ເປິ​ດກອງ​ປະຊຸ​ມດັ່ງກ່າວ ຊຶ່ງທ່ານ​ໄດ້​ກ່າວ​ເຖິງ ການ​ເຕີບ​ໃຫຍ່​ຂະຫຍາຍ​ຕົວອັນ​ສໍາຄັນ​ ຂອງ​ການ​ສື່ ສານ​ນໍາ​ໃຊ້ພາສາ​ອັງກິດ ຂະນະ​ທີ່​ປະ​ເທດ​ລາວ​ກໍາລັງ​ເຂົ້າ​ເປັນ​ກຸ່ມ​ກ້ອນ​ຂອງ​ອາ​ຊຽນ ​ແລະ ​ເປັນ​ສ່ວນ​​ໃດ​ໜື່ງຂອງ​ເສ​ດຖະກິດ​ໂລກ. ທ່ານ​ກ່າວ​ວ່າ: ພາສາ​ອັງກິດ ​ໄດ້​ກາຍ​ເປັນພາສາ​ສື່ສານ​ກັນ​ຂອງ​ກຸ່​ມ​​ປະ​ເທດ​​ອາ​ຊຽ​​ນ​ແລ້ວ, ​​​ເປັນພາສາ​ການ​ຄ້າ​ສາກົນ, ​​ເປັນ​ພາສາທໍາ​ອິດ​ຂອງ​ອີນ​ເຕີ​ເນັດ ​ແລະ ພາສາຂອງ​ເຄື່ອງສື່ສາ​ນ ອັນ​ໃໝ່ນໍາ​​​ອີກ. ພາ​ສາອັງກິດ ຍັງ​ເປັນ​ພາສາ​​ແລກ​ທີ່​ນໍາ​​ໃຊ້​ກັນ​​ ເວລາ​ຊອກ​ຫາ​ໂອກາດ ​ດ້ານ​ການ​ສຶກສາ​ ຢູ່​ນອກ​ປະ​ເທດ. ​ເຖີງວ່າ​ມີຫຼາຍພາສາ​ທີ່​ເວົ້າ​ກັນ​ຢ່າງ​ຫຼວງ​ຫຼາ​ຍ ​ເຊັ່ນ​ ພາສາ​ແອັສປາຍ ​ແລ​ະ ​ພາສາ​ຈີນ ​​ແຕ່​ເຖິງຢ່າງ​ໃດ​ກໍ​ຕາ​ມ ການ​ເວົ້າ​ພາສາ​ອັງກິດ ​ກໍ​ຍັງເພີ່ມຂຶ້ນ​ຢູ່​ເລື້ອຍໆ ​ຊຶ່ງ​ເປັນ​ພາສາ​ເຊື່​ອມ​ໂຍມ​ກັນ​ທີ່​ໃຫ້​ຄວາມ​ສະດວກ​ແກ່​ປະຊາ​ຄົມ​ໂລກ. ສະ​ນັ້ນ​ແລ້ວ ຂ້າພ​ະ​ເຈົ້າ ​ດີ​ໃຈ​ຫຼາຍ​ທີ່​ສະຖານທູ​ດ ສະຫະລັດ ອາ​ເມ​ລິ​ກາ ສາມ​າດສະໜັບສະໜຸນ​ຄູ​ສອນ​ພາສາ​ອັງກິດຄົນລາວ ​ທີ່​​ເວົ້າ​ພາສາ​​ອັງ​ກິດ​ເປັນ​ພາສາ​ທີສອງ ​ໂດຍ​ສະ​ເພາະ​ແລ້ວ ​ພາສາ​ອັງກິດ ​ນີ້​ໄດ້ນໍາ​​ເອົາຄູ​ສອນ​ພາສາ​ອັງກິດຄົນລາວ ທີ່ຢູ່​ນອກ​ນະ​ຄອນ​ຫຼວງວຽງ​ຈັນ​ ມາ​ເຂົ້າຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ນີ້.

​ໃນ​ພິທີ​​ເປີດກອງ​ປະຊຸ​ມດັ່ງກ່າວ ທ່ານ​ຍັງ​ໃຫ້ຮູ້ວ່າ: ສະຖານທູດອາ​ເມ​ລິ​ກາ ​ໄດ້​ໃຫ້ການສະໜັບສະ ໜູນ​ ກອງ​ປະຊຸມ TESOL ມາທຸກ​ໆ​ປິ ຕັ້ງ​ແຕ່ປີ 2002 ​ຊຶ່ງ​ໄດ້​ໃຫ້​ເງິນຊ່ວຍ​​ເຫຼືອ ​ເຂົ້າ​ໃນ​ການ​​ເດີນທາງ​ມາ​ຮ່ວມ​ປະຊຸມ ​ແລະ ກາ​ນຈັດ​ກອງ​ປະ​ຊຸມ ລວມ​ທັງວິ​ທະ​ຍາກ​ອນ ທີ່ຢູ່​ນະຄອນ​ຫຼວງວຽງຈັນ ​ແລະ ຢູ່​ຕ່າງ​ແຂ​ວງ./.

ກັບສາລະບານ

 

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446