ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ປະເມີນຜົນ
ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ


ຂປລ. ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປະເມີນຜົນ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂຶ້ນໃນວັນທີ 21 ພຶດສະພາ 2013 ນີ້, ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ ,ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຄະນະປະຈຳພັກກະຊວງ, ຄະນະພັກກະຊວງ, ລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມ, ຮອງກົມ, ພະນັກງານອາວຸໂສບຳນານ, ອະດີດກຳມະການສູນກາງພັກ,ອະດີດລັດຖະມົນຕີວ່າການ, ຊ່ວຍວ່າການຂອງກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງກະຊວງ ເຂົ້າຮ່ວມ 400 ກວ່າຄົນ.
ທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ໄດ້ກ່າວວ່າ: ການຂຶ້ນແຜນກຳນົດພະນັກງານແມ່ນວຽກງານໜຶ່ງທີ່ສຳຄັນຕົ້ນຕໍຂອງວຽກງານພະນັກງານ, ຮັບປະກັນໃຫ້ພະນັກງານເຂົ້າສູ່ລະບົບລະບຽບເປັນເຈົ້າການຕອບສະໜອງໜ້າທີ່ການເມືອງຂອງພັກ ທັງເປັນການຫັນເປັນລະບຽບຍຸດທະສາດ ກ່ຽວກັບວຽກງານພະນັກງານ, ການຂຶ້ນແຜນກຳນົດພະນັກງານແມ່ນການສັງລວມການສ້າງຖັນແຖວພະນັກງານ ແລະ ຄາດຄະເນການສັບຊ້ອນພະນັກງານທັງໝົດຢ່າງເປັນຂັ້ນຕອນລະອຽດ ແລະ ສົມເຫດສົມຜົນ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອສ້າງຄວາມເປັນເຈົ້າການໃນການກຳນົດເປົ້າໝາຍພະນັກງານທີ່ຈະບຳລຸງສ້າງ ແລະ ຈັດວາງ ບັນຈຸເຂົ້າໃສ່ຕຳແໜ່ງງານຕ່າງໆເປັນຕົ້ນແມ່ນຕຳແໜ່ງນຳພາ, ຄຸ້ມຄອງຢູ່ແຕ່ລະຂັ້ນ, ແຕ່ລະຂະແໜງການແນໃສ່ຮັບປະກັນລັກສະນະສືບທອດຕໍ່ເນື່ອງໄລຍະຍາວ, ທັງໃຫ້ໜັກແໜ້ນທາງດ້ານຄຸນທາດການເມືອງ, ເພື່ອກະກຽມເປົ້າໝາຍ ບຸກຄະລາກອນ ໃນລັກສະນະເປີດກ້ວາງ ເພື່ອໃຫ້ມີແຫລ່ງເລືອກເຟັ້ນເອົາພະນັກງານນຳພາຄຸ້ມຄອງ ຢ່າງອຸດົມສົມບູນ ອັນເປັນບ່ອນອີງພື້ນຖານສຳຄັນໃຫ້ແກ່ການວາງແຜນການລະອຽດໃນການບຳລຸງກໍ່ສ້າງຖັນແຖວພະນັກງານສືບທອດປ່ຽນແທນ ຕຳແໜ່ງນຳພາ-ຄຸ້ມຄອງຢູ່ແຕ່ລະຂັ້ນໃນຕໍ່ໜ້າ, ເພື່ອຕອບສະໜອງທາງດ້ານຈຳນວນ, ຄຸນນະພາບ, ໂຄງປະກອບທາງດ້ານບຸກຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມຕ້ອງການຂອງບັນດາຕຳແໜ່ງງານນຳພາ-ຄຸ້ມຄອງຢູ່ແຕ່ລະຂັ້ນ ແຕ່ລະຂະແໜງການ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດຍຸດທະສາດ ການຫັນເປັນອຸດສາຫະກຳທີ່ທັນສະໄໝເທື່ອລະກ້າວໃນທົ່ວປະເທດ ພ້ອມກັນນັ້ນກໍເປັນການກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫ່ຍອົງຄະນະພັກ 3 ຂັ້ນ ທັງເປັນການກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫ່ຍຜູ່ແທນທົ່ວປະເທດຂອງພັກໃນຄັ້ງຕໍ່ໆໄປ.
ໃນກອງປະຊຸມໃນຄັ້ງນີ້, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 08/ກມສພ, ລົງວັນທີ 21 ສິງຫາ 2007 ວ່າດ້ວຍຂຶ້ນແຜນກຳນົດພະນັກງານນຳພາ- ຄຸ້ມຄອງໃນທົ່ວປະເທດ; ຂໍ້ກຳນົດຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 22 ກໍລະ ກົດ 2003 ວ່າດ້ວຍມາດຕະຖານຂອງພະນັກງານ; ດຳລັດ ສະບັບເລກທີ 461/ລບ ວ່າດ້ວຍມາດຕະ ຖານຕຳແໜ່ງບໍລິຫານຂອງລັດຖະກອນ ແຫ່ງ ສປປ. ລາວ; ບົດສະຫລຸບສະພາບການຈັດຕັ້ງປະຕິບັດແຜນກຳນົດພະ ນັກງານນຳພາ-ຄຸ້ມຄອງ ໄລຍະຜ່ານມາແຕ່ປີ 2008-2012; ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 198/ຄຈສພ, ລົງວັນທີ 13 ຕຸລາ 2007 ວ່າດ້ວຍການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນທົ່ວປະເທດ ແລະ ໄດ້ດຳເນີນການທາບທາມ ການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຮອບທີ 1./.
ກັບສາລະບານ