ຂ່າວພາຍໃນປະເທດ

ລະດົມຄວາມເຫັນຈາກພາກທຸລະກິດໃສ່ຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດ

*(ຂປລ): ກົມ​ຄຸ້ມ​ຄອງ​ຊັບ​ສິນຂອງ​ລັດ, ກະຊວງ​ການ​ເງິນ ໄດ້ຈັດກອງ​ປະຊຸມ​ວິຊາ​ການ ​ເພື່ອ​ຄົ້ນຄວ້າ​ປະກອບ​ຄຳ​ຄິດ ຄຳເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຊັບ ​ສິນ​ຂອງ​ລັດ ​ໃນ​ວັນ​ທີ 03 ກຸມພາ 2012 ນີ້ ທີ່​ສູນຮ່ວມມືສາກົນ ແລະ ການ ຝຶກອົບຮົມ (ICTC) ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານນາງ​ ດຣ. ວຽງ​ທອງ ສີ​ພັນ​ດອນ, ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະ ຊວງ​ການ​ເງິນ, ມີບັນດາຕົວແທນຈາກພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ແນໃສ່ເພື່ອເຮັດໃຫ້​ມີ​ ເນື້ອຂອງກົດໝາຍສະບັບດັ່ງກ່າວ ສອດຄ່ອງ​ກັບບັນດາລະບຽບ​ກົດໝາຍ​ອື່ນໆ​ ແລະ ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ຂະຫຍາຍຕົວ ດ້ານ​ເສດຖະກິດ​-ສັງ ຄົມ​ ໃນປະຈຸບັນ ແລະ ຕໍ່ໜ້າ.

ຮ່າງກົ​ດໝາຍວ່າ​ດ້ວຍ​ຊັບ​ສິນ​ຂອງ​ລັດ​ສະບັບ​ປັບປຸງ​ນີ້ ມີ 75 ມາດຕາ, ​ໃນ​ນີ້​ ໄດ້​ເພີ່ມມາດຕາ​ໃໝ່​ ຈຳນວນ 43 ມາດຕາ ທີ່​ມີ​ເນື້ອ​ໃນ​ຕິດ​ພັນ​ກັບ​ຫລາຍ​ຫົວ​ຂໍ້​ ເຊັ່ນ: ການ​ອະທິບາຍ​ຄຳ​ສັບ, ຫລັກການ-ນະ​ໂຍບາຍ, ຂອບ​ເຂດ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ຊັບ​ສິນ​ຂອງ​ລັດ, ການ​ຮ່ວມ​ມື​ກັບ​ສາກົນ, ການ​ຕີ​ລາຄາ, ການ​ ແຈ້ງ, ການ​ຊື້-ຂາຍ, ການ​ມອບ​ໂອນ, ການ​ເຄື່ອນ​ຍ້າຍ​ຊັບ​ສິນ​ຂອງ​ລັດ. ພ້ອມທັງ ກຳນົດການນຳໃຊ້ຊັບສິນແຕ່ລະປະເພດ ເຊັ່ນ: ຊັບສິນລັດຖະສົມບັດ, ຊັບສິນ ຈາກໂຄງການກູ້ຢືມ ແລະ ຊ່ວຍເຫລືອລ້າ, ຊັບສິນລັດຖະປະສົມ, ຊັບສິນຂອງລັດຢູ່ຕ່າງປະເທດ. ນອກນັ້ນ ຍັງໄດ້ເພີ່ມ ພາກໃໝ່ຈຳນວນໜຶ່ງ ທີ່ຕິດພັນ ກັບລາຍຮັບຈາກຊັບສິນຂອງລັດ, ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຄຸ້ມຄອງ ຊັບສິນຂອງລັດ, ຂໍ້ຫ້າມ ແລະ ແກ້ໄຂຂໍ້ຂັດແຍ່ງ, ການຄຸ້ມຄອງ ແລະ ກວດກາຊັບສິນຂອງລັດ.

ທ່ານລັດ​ຖະມົນຕີຊ່ວຍ​ວ່າການ​ກະຊວງ​ການ​ເງິນ​ ໄດ້​ກ່າວ​ໃນ​ໂອກາດ​ເປີດ​ກອງ​ປະຊຸມ​ຄັ້ງນີ້ວ່າ: ວຽກ​ງານ​ປັບ ປຸງ​ບັນດາ​ນິຕິ​ກຳ​ດ້ານ​ການ​ເງິນ​ ແມ່ນ​ມີ​ຄວາມ​ ສຳຄັນ​ຫລາຍ, ໃນ​ນັ້ນ ການ​ປັບປຸງກົດໝາຍ​ວ່າ​ດ້ວຍ​ຊັບ​ສິນ​ຂອງ​ລັດ ​ເປັນ ວຽກ​ໜຶ່ງ​ທີ່ຈຳ​ເປັນ ​ແລະ ​ຮີບ​ດ່ວນ ​ເພື່ອ​ເຮັດ​ໃຫ້​ລັດຖະບານ​ສາມາດ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ຊັບ​ສິນ​ຂອງ​ລັດ​ ໄດ້​ຢ່າງ​ມີ​ປະສິດທິ​ຜົນ, ມີ​ຄວາມ​ໂປ່​ງ​ໃສ, ​ໃຫ້​ມີ​ເນື້ອໃນສອດຄ່ອງ​ກັບ​ກົດໝາຍ​ອື່ນໆ​ທີ່​ກ່ຽວ​ຂ້ອງ​ ພ້ອມ​ທັງ​ແທດ​ເໝາະ​ກັບ​ສະ​ພາບ ​ການ​ຂະຫຍາຍຕົວ ດ້ານ​ເສດຖະກິດ​-ສັງຄົມ​ ແຕ່ລະ​ໄລຍະ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້ ສປປ ລາວ ກາຍ​ເປັນ​ລັດ​ແຫ່ງ​ກົດ ໝາຍ, ມີ​ການ​ຄຸ້ມ​ຄອງ​ ແລະ ປະຕິບັດ​ໜ້າ​ທີ່​ວຽກ​ງານ​ໄດ້​ຢ່າງ​ຖືກຕ້ອງ ​ເປັນ​ທຳ ​ແລະ ​ເປັນ​ເອກະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ​ໃນ​ໄລຍະ​ຜ່ານ​ມາ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ຊັບ​ສິນ​ຂອງ​ລັດ​ ແມ່ນ​ອີງ​ໃສ່​ກົດໝາຍ​ວ່າ​ດ້ວຍ​ຊັບ​ສິນ​ຂອງ​ລັດ ສະ ບັບ​ເລດ​ທີ 09/ສພຊ ລົງ​ວັນ​ທີ 12 ຕຸລາ 2002 ຊຶ່ງ​ໄດ້​​ເປັນ​ເຄື່ອງ​ມືທີ່​ສຳຄັນ​ຂອງ​ຂະ​ແໜງ​ການ​ເງິນ ​ເພື່ອ​ນຳ​ໃຊ້​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ຄຸ້ມຄອງ ​ແລະ ນຳ​ໃຊ້​ຊັບ​ສິນ​ຂອງ​ລັດ, ຂອງ​ບັນດາ​ສຳນັກງານ, ອົງການ, ກົມ​ກອງ​ໃນ​ຂັ້ນສູນ​ກາງ ​ແລະ​ ທ້ອງຖິ່ນ, ສະນັ້ນ ຈິ່ງ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ປັບປຸງ​ກົດໝາຍ​ ສະບັບ​ດັ່ງກ່າວ./.

ກັບສາລະບານ

 

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446