ຂ່າວພາຍໃນປະເທດ
 

 

ລະດົມຄວາມຄິດໃສ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII

*(ຂປລ): ກອງປະຊຸມປຶກສາຫາລື ແລະ ລະດົມຄວາມຄິດ ໃສ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII(2011-2015) ຈັດຂຶ້ນທີ່ແຂວງບໍລິຄຳໄຊ ໃນ ວັນທີ 11 ມິນາ ທີ່ຫ້ອງວ່າການປົກຄອງແຂວງ ຈັດໂດຍກະ ຊວງແຜນການ ແລະ ການລົງທຶນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ເລື່ອມ ສົນສີວິໄລ, ຮອງ ເຈົ້າ ແຂວງໆ ບໍລິ ຄຳໄຊ, ທ່ານ ດຣ. ສິນທະວົງ ຄຸດໄພທູນ, ລັດຖະມົນຕີວ່າການກະຊວງແຜນການ ແລະ ການ ລົງທຶນ, ມີຫົວ ຫນ້າພະແນກແຜນການ-ການລົງທຶນ 4 ແຂວງຄື: ບໍລິຄຳໄຊ, ນະຄອນຫລວງ, ຄຳມ່ວນ ແລະ ສະຫວັນນະເຂດ ພ້ອມວິຊາການກ່ຽວຂ້ອງແຕ່ລະແຂວງ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງຮ່າງເນື້ອໃນ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ສະເຫນີໂດຍ ທ່ານ ນາງ ພອນວັນ ອຸທະວົງ, ຮອງຫົວຫນ້າກົມແຜນການ ຊຶ່ງຈັດເປັນ 3 ພາກໃຫຍ່ຄື: ພາກສະຫລຸບຕີລາຄາ ການ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI (2006-2010), ແຜນພັດທະ ນາ ເສດຖະກິດ- ສັງຄົມ 5 ປີຄັ້ງທີ VII ແລະ ມາດຕະການ, ກົນໄກ ການຈັດຕັ້ງປະຕິບັດ. ຈາກນັ້ນແຕ່ລະແຂວງ ໄດ້ລາຍງານ ໂດຍຫຍໍ້ ກ່ຽວກັບແຜນພັດທະນາ ເສດ ຖະກິດ-ສັງຄົມຂອງແຂວງ ພ້ອມທັງປະກອບຄຳເຫັນ ໃສ່ຮ່າງແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ມີຄວາມເຫມາະສົມຫລືບໍ່?, ດ້ານເນື້ອໃນຂອງພາກ ສະ ຫລຸບຕີລາຄາ, ທິດທາງ ແຜນການ, ມາດຕະການ ແລະ ກົນໄກ ການຈັດຕັ້ງປະຕິບັດເປັນແນວໃດ? ຄວນເພີ່ມ ຫລືລົງເລິກບັນຫາໃດຕື່ມ ເພື່ອໃຫ້ເຫມາະສົມ ແລະ ມີເນື້ອໃນອຸດົມສົມບູນ.
ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ເປັນແຜນສືບຕໍ່ປະຕິບັດ ແຜນນະໂຍບາຍຂອງພັກ ໃນ ການສ້າງສາພັດທະນາປະເທດຊາດ ໃຫ້ຫມັ້ນຄົງ, ເຂັ້ມແຂງ ຕາມແນວທາງປ່ຽນແປງໃຫມ່, ເປັນມາດຕະ ການຈັດຕັ້ງປະຕິບັດ ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ຮອດປີ 2020 ເພື່ອນຳພາປະເທດຊາດ ຫລຸດພົ້ນ ອອກຈາກສະພາບດ້ອຍພັດທະນາ, ເລັງໃສ່ພັດທະນາຊົນນະບົດ, ຫລຸດຜ່ອນຄວາມທຸກຍາກ, ສູ້ຊົນ ບັນລຸເປົ້າ ຫມາຍສະຫັດສະຫວັດດ້ານການ ພັດ ທະນາ ໃນປີ 2015, ປະຕິບັດຍຸດທະສາດການຫັນ ເປັນອຸດສາ ຫະກຳ ແລະ ທັນສະໄຫມ ເພື່ອເປັນການສ້າງເງື່ອນໄຂ ແລະ ເປີດໂອ້ກາດໃນການເຊື່ອມໂຍງ ແລະ ແຂ່ງຂັນ ກັບພາກພື້ນ- ສາກົນ./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446