ລາວຟິວເຕີ ອຸດສະຫະກຳ ພ້ອມສະໜອງ ສິນຄ້າ ແລະ ສ້າງວຽກເຮັດ ງານທຳໃຫ້ປະຊາຊົນ
*(ຂປລ) ບໍລິສັດ ລາວຟິວເຕີ ອຸດສາຫະກຳ ຈຳກັດ ເປີດໂຮງງານຂອງຕົນໃນຕອນເຊົ້າວັນທີ 11 ມີນາ 2010 ຢູ່ທີ່ ບ້ານທ່າມ່ວງ ເມືອງ ຫາດຊາຍຟອງ, ນະຄອນ ຫລວງວຽງຈັນ, ຊຶ່ງການເປີດໂຮງງານນີ້ ຍັງເປັນ ການ ປະກອບ ສ່ວນສ້າງວຽກເຮັດ ງານທຳໃຫ້ແກ່ປະຊາຊົນໃນເຂດດັ່ງກ່າວ. ເປັນກຽດເຂົ້າຮ່ວມພິທີໂດຍ ທ່ານ ດຣ. ນາມ ວິຍະເກດ, ລັດຖະມົນ ຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານເຈົ້າເມືອງ ຫາດ ຊາຍ ຟອງ ແລະ ພາກສ່ວນ ກ່ຽວຂ້ອງ . ທ່ານ ວິລັດ ສຸວັນນະພາສີ, ປະທານກຳມະການບໍລິຫານ ບໍລິສັດ ລາວຟິວເຕີ ອຸດສາຫະກຳ ຈຳກັດ ກ່າວໃນພິທີເປີດໂຮງງານດັ່ງກ່າວວ່າ: ການເປີດໂຮງງານ ທີ່ ເປີດ ຂຶ້ນນີ້ ເປັນໂຮງງານຜະລິດກົ້ນຕອງ ເພື່ອສະ ໜອງ ໃຫ້ແກ່ ບໍລິສັດຢາສູບລາວ ທັງເປັນຜົນປະໂຫຍດໃຫ້ແກ່ຊຸມຊົນທ້ອງຖິ່ນຫລາຍຢ່າງ ເປັນຕົ້ນ ສ້າງວຽກ ເຮັດງານທຳໃຫ້ແກ່ ປະຊາຊົນ, ການມອບພັນທະໃຫ້ລັດ ແລະ ອື່ນໆ. ໂດຍເຫັນໄດ້ຄວາມເຕີບໃຫຍ່ຂະຫຍາຍ ຕົວຢ່າງຮອບດ້ານ ຂອງ ສປປ ລາວ ໂດຍສະ ເພາະ ແມ່ນການຂະຫຍາຍຕົວດ້ານອຸດສາຫະກຳປຸງແຕ່ງ ຄື ບໍລິ ສັດຢາສູບລາວ ແລະ ຜູ້ລົງທຶນຜະລິດ ໄດ້ພະຍາຍາມນຳໃຊ້ວັດຖຸດິບທີ່ຜະລິດພາຍໃນປະເທດ ຕາມນະໂຍບາຍ ຂອງລັດຖະບານ, ສະນັ້ນ ທາງບໍລິສັດ ລາວ ຟິວເຕີ ອຸດສາຫະກຳ ຈິງໄດ້ລົງທຶນສ້າງໂຮງງານ ຜະລິດຊິ້ນສ່ວນດັ່ງກ່າວຂຶ້ນຢູ່ ສປປ ລາວ ໂດຍ ໄດ້ເລີ່ມລົງທຶນມາແຕ່ປີ 2001 ຕາມໃບອະນຸຍາດລົງທຶນ ເລກທີ 1102/ລທ-443 ລົງວັນທີ 27/03/2001 ໃນນັ້ນ ມີຜູ້ຖືຫຸ້ນ ຈາກປະເທດໄທ 51% ແລະ ຜູ້ຖືຫຸ້ນພາຍໃນປະເທດ 49%. ໃນເບື້ອງ ຕົ້ນ ເປັນໂຮງງານຂະໜາດນ້ອຍເຊົ່າ ອາຄານຕັ້ງເຄື່ອງຈັກ ຢູ່ບ້ານ ທົ່ງຂັນຄຳ ເມືອງຈັນທະບູລີ. ໄປພ້ອມໆກັນນີ້ ທາງບໍລິສັດ ຍັງຊອກຫາຊ່ອງທາງໃນການລົງທຶນອື່ນໆ ທີ່ເປັນໄປໄດ້ໃນການສະ ໜອງສິນຄ້າໃຫ້ແກ່ສັງຄົມ, ສະໜອງໃຫ້ແກ່ໂຮງງານອຸດ ສະຫະ ກຳ ອື່ນໆ ຊຸກຍູ້ເສດຖະກິດຂອງລາວ ໃຫ້ ຂະ ຫຍາຍ ຕົວຂຶ້ນເປັນກ້າວໆ./.
ກັບສາລະບານ