ສຳພັນຄົນລາວທີ່ປະເທດຝຣັ່ງ ຂອບໃຈລັດຖະບານລາວ
*(ຂປລ): ທ່ານ ສຸວັນລັງ ເພັດຈັນເພັງ, ປະທານສຳພັນຄົນລາວ ທີ່ປະເທດຝຣັ່ງ ສະແດງຄວາມ ຂອບອົກຂອບໃຈ ແລະ ຄວາມຮູ້ບຸນຄຸນຢ່າງຈິງໃຈ ມາຍັງພະ ນະ ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະ ມົນຕີ ແລະ ລັດຖະບານສປປ ລາວ ທີ່ໄດ້ເຊື້ອເຊີນ ສຳພັນຄົນລາວ ເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງ ທີ 25 ທີ່ ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 9-18/12/2009 ຜ່ານມາ ພ້ອມທັງ ຮູ້ສຶກເປັນກຽດ ທີ່ ໄດ້ຮັບການ ຕ້ອນ ຮັບຢ່າງອົບອຸ່ນ ຈາກຄະນະຈັດຕັ້ງ ໃນໂອ ກາດເຂົ້າຮ່ວມງານດັ່ງກ່າວ ແລະ ມີຄວາມ ພາກພູມ ໃຈ ທີ່ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ຍາມໃດກໍຄິດຮອດຄິດເຖິງຄົນເຊື້ອຊາດລາວ ຢູ່ຕ່າງ ປະ ເທດ. ຜ່ານການເຂົ້າຮ່ວມງານກິລາດັ່ງກ່າວ ຮູ້ສຶກພາກພູມທີ່ສຸດ ທີ່ເຫັນວ່າ ສປປ ລາວ ສາມາດຈັດງານ ມະຫະກຳກິລາຊີເກມ ຄັ້ງທີ 25 ໄດ້ຮັບຜົນສຳເລັດຢ່າງສະ ຫງ່າ ງາມ ແລະ ນັກກິລາລາວເຮົາ ກໍສາມາດຍາດ ໄດ້ລາງວັນຫລາຍປະເພດ. ນອກຈາກນີ້ ກໍມີຄວາມດີໃຈທີ່ສຸດ ທີ່ເຫັນວ່າຄົນລາວຢູ່ພາຍໃນປະເທດ ມີຄວາມ ເອົາໃຈ ໃສ່ສູງທີ່ສຸດ ໃນການຮ່ວມກັນເປັນເຈົ້າພາບຈັດງານມະຫະກຳກິລາດັ່ງກ່າວ ຊຶ່ງມັນສະແດງອອກໃນ ການເຊຍ ນັກກິລາທີມຊາດລາວຢ່າງຟົດຟື້ນ ແລະ ມີມາລະ ຍາດດີ ອັນໄດ້ສະທ້ອນໃຫ້ເຫັນເຖິງວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ ຕໍ່ສາຍຕາຂອງຊາວຕ່າງປະເທດ, ສິ່ງດັ່ງກ່າວນີ້ ໄດ້ສ້າງ ຄວາມ ພາກພູມໃຈຢ່າງຫລວງຫລາຍ ໃຫ້ແກ່ຄົນລາວຢູ່ພາຍໃນ ແລະ ຕ່າງປະເທດ. ພ້ອມກັນນີ້ ກໍມີຄວາມ ພາກ ພູມໃຈທີ່ສຸດ ທີ່ໄດ້ເຫັນຕົວຈິງການສ້າງສາ ແລະ ພັດທະ ນາພື້ນຖານໂຄງລ່າງ ແລະ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ນັບມື້ຂະຫຍາຍຕົວ. ໃນນາມຕາງໜ້າສຳພັນຄົນລາວທີ່ຝຣັ່ງ ຈະນຳເອົາປະສົບການ ແຫ່ງຄວາມພາກພູມໃຈ ທີ່ຕົນໄດ້ສຳ ຜັດ ແລະ ຜົນສຳເລັດອັນງົດງາມຂອງ ສປປ ລາວ ໃນການ ເປັນເຈົ້າພາບຈັດງານມະຫະກຳກິລາຊີເກມ ຄັ້ງທີ 25 ນີ້ ໄປເຜີຍແຜ່ໃຫ້ພີ່ນ້ອງຄົນລາວ ຢູ່ປະເທດຝຣັ່ງ ໄດ້ຮັບຊາບທົ່ວເຖິງກັນ./.
ກັບສາລະບານ