ຂ່າວພາຍໃນປະເທດ

ຫລາຍແຫ່ງໄຂສົກຮຽນໃໝ່ 2010-2011

*(ຂປລ): ວັນທີ 1 ກັນຍາ 2010 ພະແນກສຶກສາ ຫລາຍແຂວງໃນທົ່ວປະເທດ ໄດ້ໄຂສົກຮຽນໃໝ່ 2010-2011 ຢ່າງເປັນເອກະພາບ ແລະ ມີບັນຍາກາດອັນ ເບີກບານມ່ວນຊື່ນ ເພື່ອໃຫ້ ​ລູກ​ຫລານ​ໃນ​ເກນ​ອາຍຸ​ໄດ້ເຂົ້ຮຽນ​ ແລະ ​ສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ລູກ​ຫລານ​ຂອງ​ຕົນ​ ໄດ້​ເຂົ້າຮຽນ​ຢ່າງ​ທົ່ວ​ເຖິງ, ພະນັກງານ-ຄູ​ອາຈານ, ນັກຮຽນ-ນັກ​ສຶກສາ, ອົງການ​ປົກຄອງ​ທ້ອງ​ຖິ່ນ ຕະຫລອດ​ຮອດ​ປະຊາຊົນ​ບັນດາ​ເຜົ່າ​ທົ່ວ​ປະ​ເທດ ​ພ້ອມ​ກັນ​ເອົາ​ໃຈ​ໃສ່​ຈັດຕັ້ງປະຕິບັດ ​ແຜນ​ຍຸດ​ທະ​ສາດ​ປະຕິ​ຮູບ​ການ​ສຶກສາ​ແຫ່ງ​ຊາດ ສົກ​ປີ 2010- 2015 ​ໃຫ້​ໄດ້​ຮັບ​ຜົນສຳ ​ເລັດ​ຕາມ​ຈຸດປະສົງ ​ແລະ ລະດັບ​ຄາດໝາຍ, ​ໂດຍ​ໃຫ້​ຖື​ເອົາ​ວຽກງານ ​ສຶກສາ​ອົບຮົມ​ແນວ​ ຄິດ ​ໃຫ້​ແກ່​ພະນັກງານ ​ຄູ-ອາຈານ, ນັກຮຽນ-ນັກ​ສຶກສາ ​ເປັນ​ບັນຫາ​ສຳຄັນ ​ແນ​ໃສ່​ໃຫ້​ ເຂົາ​ເຈົ້າ​ເຂົ້າ​ໃຈ​ຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-ລັດຖະບານ ​ແລ້ວ​ຕັ້ງໜ້າ​ຝຶກ​ຝົນ​ຫລໍ່​ ຫລອມ ​ຕົນ​ເອງ​ໃ ຫ້ກາຍ​ເປັນ​ຄູ-ອາຈານ ແລະ ນັກຮຽນ-ນັກ​ສຶກສາ​ທີ່​ດີ​ຂອງ​ຊາດ. ​ເອົາ​ໃຈ​ ໃສ່​ສ້າງ​ຂະ​ບວນການ​ແຂ່ງ​ຂັນ​ພາຍ ​ໃຕ້​ຫົວ ​ຂໍ້​ທີ່​ວ່າ: ສອນ​ດີ- ສອນ​ເກັ່ງ, ຕ້ານ-​ແກ້​ໄຂ​ປະ ກົດ​ ການ ​ຫຍໍ້​ທໍ້​ຕ່າງໆ ແລະ ສ້າງ​ສະ​ຖາ​ບັນ​ການ​ສຶກສາ-​ໂຮງຮຽນ​ ໃຫ້​ມີ​ສິ່ງ​ແວດ​ລ້ອມ​ທີ່​ດີ ໂດຍ​ປະຕິບັດ​ໃຫ້​ຄົບ ​ຖ້ວນ ​ຕາມ 5 ຫລັກ​ມູນ​ການ​ສຶກສາເຊັ່ນ: ຄຸນສົມບັດສຶກສາ, ປັນ ຍາ ສຶກສາ, ສິລະ ປະສຶກສາ, ພາລະສຶກສາ ແລະ ແຮງງານສຶກສາ.
ສະເພາະຢູ່​ແຂວງ​ຫົວພັນ ປະຈຸ​ບັນ​ມີ​ໂຮງຮຽນອະນຸບານ​ 81 ​ແຫ່ງ, ທຽບປີ 2005 ​ເພີ່ມ​ຂຶ້ນ 224%; ປະ ຖົມ​ 770 ​ແຫ່ງ​ເທົ່າ​ກັບ 101,5%; ​ມັດທະຍົມ​ຕົ້ນ 67 ​ແຫ່ງ, ​ເພີ່​ມຂຶ້ນ 41,2%​; ​ມັດທະຍົມ​ປາຍ​ 20 ​ແຫ່ງ ​ເພີ່ມ​ຂຶ້ນ 72,73%., ອັດຕາ​ເຂົ້າຮຽນ ຂອງ ​ເດັກ​ອາຍຸ 3-5 ປີກ​ວມ 14,2%​, ປະຖົມ​ປະຕິບັດ​ໄດ້ 104,65%, ມັດທະຍົມ​ຕົ້ນ​ 95% ​ແລະ ​ມັດທະຍົມ​ປາຍ​ 89.5%. ອັດຕາ​ການ​ຮູ້ໜັງສືຂອງ​ປະຊາກອນ ກວມ 95,8% ​ ​ແລະ ​ປະກາດ​ຈົບ​ຊັ້ນປະຖົມ​ບຳລຸງ​ໄດ້ 3 ​ເມືອງ. ທົ່ວ​ ຂະ​ແໜງການ​ສຶກສາ​ ແຂວງ​ຫົວພັນ​ ມີ​ບຸກຄະ​ລະ​ກອນ​ທັງໝົດ 2912 ຄົນ, ​ໃນ​ນັ້ນຜູ້​ບໍລິຫານ 208 ຄົນ ​ແລະ ​ຄູ​ສອນ 2704 ຄົນ, ມີ​ໂຮງຮຽນຖາວອນ 193 ຫຼັງ, ​ເຄິ່ງຖາວອນ 332 ຫຼັງ ​ແລະ ​ຊົ່ວ ຄາວ 288 ຫຼັງ.
ສ່ວນແຂວງວຽງຈັນ ມີໂຮງຮຽນລ້ຽງເດັກ-ອະນຸບານ ທັງພາກລັດແລະເອກະຊົນທັງໝົດ 82 ແຫ່ງ, ມີຄູສອນ 227 ຄົນ, ມີນັກຮຽນ 4.208 ຄົນ, ຍິງ 2.095ຄົນ, ອັດຕາເຂົ້າຮຽນລວມຊັ້ນອະ ນຸບານ
ບັນ ລຸ 23,95%, ໂຮງຮຽນປະຖົມ 502 ແຫ່ງ, ມີຄຸູສອນ 2.500 ຄົນ, ນັກຮຽນ 69.945 ຄົນ, ຍິງ 33.293 ຄົນ, ສຳລັບສົກຮຽນ 2010-2011 ນີ້, ທົ່ວແຂວງ ມີ ຄູອາຈານທັງໝົດ 5.173 ຄົນ, ຍິງ 2.116 ຄົນ, ໃນນີ້ອາຈານຊັ້ນມັດທະຍົມມີ 2.453 ຄົນ, ຍິງ 801 ຄົນ, ຄູປະຖົມ 2.493 ຄົນ, ຍິງ 1.088 ຄົນ, ຄູອະນຸບານ 227 ຄົນ (ຍິງທັງໝົດ) ແລະ ມີນັກຮຽນ ທັງໝົດ 116.604 ຄົນ, ຍິງ 53.627 ຄົນ, ໃນນີ້ ມັດທະຍົມມີ 42.451 ຄົນ, ຍິງ18.239ຄົນ, ນັກຮຽນປະຖົມມີ 69.945 ຄົນ, ຍິງ 33.293 ຄົນ, ອະນຸບານມີ 4.205 ຄົນ, ຍິງ 2095 ຄົນ./.

ກັບສາລະບານ

 

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446