ຄະນະເລຂາທິການສູນກາງພັກແນະນຳການສະເຫລີມສະຫລອງ ວັນສ້າງຕັ້ງພັກຄອບຮອບ 55 ປີ
*(ຂປລ) ໃນວັນທີ 12 ມີນາ 2010 ຢູ່ທີ່ຫ້ອງວ່າການສູນກາງພັກ, ນະຄອນຫລວງວຽງຈັນ, ທ່ານ ບຸນຍັງ ວໍລະຈິດ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳ ການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ໃຫ້ກຽດເຜີຍແຜ່ແນະນຳການສ້າງຂະບວນການເພື່ອສະເຫລີມສະຫລອງວັນສ້າງຕັ້ງພັກຄົບຮອບ 55 ປີ ໃຫ້ແກ່ບັນດາເລຂາຄະນະພັກຂັ້ນຕ່າງໆໂດຍສະເພາະ ເລຂາ ແລະ ລັດຖະມົນຕີ ກະຊວງ ທະບວງຕ່າງໆ ,ນະຄອນຫລວງ ແລະ ບັນດາແຂວງ ນຳໄປ ຈັດຕັ້ງປະຕິບັດໃຫ້ເປັນເອກະພາບ ຢ່າງທົ່ວເຖິງ. ທ່ານ ບຸນຍັງ ວໍລະຈິດ ໄດ້ກ່າວເນັ້ນຢ້ຳບັນຫາຈຳນວນຫນຶ່ງ ເພື່ອໃຫ້ບັນດາການນຳຂັ້ນຕ່າງໆ ກຳໄດ້ແຈ້ງຕື່ມແນວຄິດຊີ້ນຳໃນການສະເຫລີມສະຫລອງວັນສ້າງ ຕັ້ງພັກຄົບຮອບ 55 ປີ, ຊຶ່ງກ່ອນອື່ນ ຕ້ອງ ກຳແໜ້ນຈຸດປະສົງຄາດໝາຍຂອງການສະເຫລີມສະຫລອງຄົບຮອບ 55 ປີຂອງວັນສ້າງຕັ້ງພັກ ເຊິ່ງຕ້ອງຊີ້ໃຫ້ເຫັນ ວ່າ ວັນ ສ້າງຕັ້ງພັກ ແລະ ການເຕີບໃຫຍ່ຂອງພັກເຮົານັ້ນ ເປັນຂີດໝາຍທາງປະຫວັດສາດຂອງການປະຕິວັດລາວ ເປັນປັດໄຈຕັດສິນໄຊຊະນະຂອງພາລະ ກິດປະ ຕິວັດ ຂອງປະເທດເຮົານັ້ນ ລ້ວນແຕ່ຕິດພັນກັບການຊີ້ນຳ ນຳພາກໍຄືການເຕີບໃຫຍ່ເຂັ້ມແຂງຂອງພັກເຮົາ, ເປັນການສຶກສາອົບຮົມພະນັກງານ, ສະມາຊິກພັກ, ລັດຖະກອນ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າໃຫ້ເຫັນໄດ້ບົດບາດ ແລະ ຄວາມປີຊາສາມາດ ແລະ ສະຫລາດສ່ອງໃສຂອງພັກທັງທາງ ດ້ານ ການວາງແນວທາງແຜນນະໂຍບາຍ, ທັງໃນດ້ານການຊີ້ນຳນຳພາທົ່ວປວງຊົນລາວທັງຊາດຈັດຕັ້ງປະຕິບັດແນວທາງຂອງພັກຢ່າງມີຜົນສຳເລັດ. ນອກຈາກນັ້ນ, ການສະເຫລີມສະຫລອງວັນສ້າງຕັ້ງພັກ ຍັງເປັນບັ້ນສຳຄັນຫນຶ່ງຂອງການສຶກສາອົບຮົມຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ, ພາຍໃນຊາດ, ເປັນການ ບຸກ ບືນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ປະເທດຊາດຫລຸດພົ້ນອອກຈາກຄວາມ ດ້ອຍ ພັດທະນາ ແລະ ເປັນການສ້າງຂະບວນການກຽມໃສ່ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ. ສຳລັບເນື້ອໃນນັ້ນ, ທ່ານ ບຸນຍັງ ວໍລະຈິດ ໄດ້ເນັ້ນຫນັກໃຫ້ສຸມໃສ່ກ່ຽວກັບທາດແທ້ມູນເຊື້ອແຫ່ງການເຄື່ອນໄຫວຊີ້ນຳນຳພາຂອງພັກ, ເນັ້ນໃສ່ບັນຫາທີ່ພັກ ເຮົາຕ້ອງ ເອົາໃຈໃສ່ປັບປຸງແກ້ໄຂກໍ່ຄືທິດທາງໜ້າທີ່ຕົ້ນຕໍໃນການສືບຕໍ່ປັບປຸງພັກເຮົາໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ກ່ຽວກັບວິທີການຈັດຕັ້ງເຜີຍແຜ່ແນະ ນຳນັ້ນ ໃຫ້ມີຫລາຍຮູບ ຫລາຍສີ ເຊິ່ງຢືດຖືເອົາເນື້ອໃນອົບຮົມແນວຄິດເປັນຕົ້ນຕໍ, ຂະນະທີ່ທິດທາງຈຸດສຸມໃນການສືບຕໍ່ປັບປຸງພັກນັ້ນ ແມ່ນໃຫ້ເອົາໃຈໃສ່ເຜີຍແຜ່ ອະທິບາຍເນື້ອໃນ ທີ່ວ່າ ພັກ ຕ້ອງຮັກສາໃຫ້ໄດ້ລັກສະນະນຳຫນ້າ, ໄປໃຫ້ທັນກັບຍຸກສະໄຫມ; ພັກຕ້ອງເພີ່ມທະວີການນຳພາຕໍ່ທົ່ວສັງຄົມ, ຍົກລະດັບຄວາມ ສາມາດກຳອຳນາດຂອງພັກໃຫ້ສູງຂຶ້ນໂດຍຢຶດຫມັ້ນໃນແນວຄິດຊີ້ນຳກຳອຳນາດເພື່ອຜົນປະໂຫຍດລວມ ແລະ ຄວາມຮັ່ງມີຜາສຸກຂອງປະຊາຊົນ, ນຳເອົາປະເ ທດ ຊາດ ກ້າວຂຶ້ນສູ່ຄວາມຈະເລີນຮຸ່ງເຮືອງ; ເພີ່ມທະວີ ການຄຸ້ມຄອງໃຫ້ແຫນ້ນ, ປະຕິບັດກົດລະບຽບຂອງພັກໃຫ້ເຂັ້ມງວດ, ຮັບປະກັນໃຫ້ພັກເປັນການ ຈັດ ຕັ້ງທີ່ມີຄວາມເປັນເອກະພາບອັນແຫນ້ນແກ່ນ, ເປັນກຳລັງການເມືອງທີ່ກ້າແກ່ນ, ມີຄວາມປອດໃສຂາວສະອາດ, ເດັດຂາດເຂັ້ມງວດໃນການຕໍ່ສູ້ຕ້ານປະ ກົດ ການຫຍໍ້ທໍ້ໃນການຈັດຕັ້ງແລະທົ່ວສັງຄົມ. ຄຽງຄູ່ກັນນີ້,ພັກຕ້ອງໄດ້ສຸມໃສ່ສ້າງໃຫ້ມີຖັນແຖວພະນັກງານນຳພາທີ່ມີຄວາມຮັບຜິດຊອບສູງຕໍ່ຫນ້າທີ່ວຽກງານ, ພ້ອມ ນີ້ ກໍຕ້ອງໄດ້ສຸມໃສ່ປັບປຸງຮາກຖານພັກ ແລະ ສະມາຊິກພັກໃຫ້ເຂັ້ມແຂງແລະມີຄວາມສາມາດນຳພາ, ເປັນແບບຢ່າງນຳຫນ້າ ພາປະຊາຊົນ, ຊັ້ນຄົນຕ່າງໆ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກໃຫ້ມີຜົນສຳເລັດ./.
ກັບສາລະບານ