ສນຊ ປະກອບຄຳເຫັນ ໃສ່ຮ່າງບົດລາຍງານ ກອງປະຊຸມຄົບຄະນະ ຄັ້ງທີ 2 ສະໄໝທີ IX

*(ຂປລ): ກອງປະຊຸມປະກອບຄຳເຫັນ ຕໍ່ບົດລາຍງານກອງປະຊຸມຄົບຄະນະ ຄັ້ງທີ 2 ສະໄໝທີ IX ຂອງກຳມະການສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດຂຶ້ນແຕ່ວັນທີ 2-3 ກຸມພາ 2012 ຢູ່ທີ່ສູນກາງແນວ ລາວສ້າງຊາດ ພາຍໃຕ້ການເປັນປະທານ ຂອງທ່ານ ດຣ. ພັນດວງຈິດ ວົງສາ, ກຳມະການສູນກາງ ພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາຮອງປະທານ, ກຳມະການສູນກາງແນວລາວສ້າງຊາດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ຂະແໜງ ການຕ່າງໆ ເຂົ້າຮ່ວມ
ກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ປະຮັບຟັງບົດລາຍງານ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຂອງຕົນ ໃນຕະຫລອດໄລຍະ 1 ປີຜ່ານມາ ຊຶ່ງສະ ເໜີໂດຍທ່ານ ດຣ ພັນດວງຈິດ ວົງສາ, ປະທານ ສູນກາງແນວລາວ ສ້າງຊາດຕະຫລອດໄລຍະ 1 ປີຜ່ານມາສູນກາງແນວລາວສ້າງຊາດ ກໍຄື ຄະນະກຳມະ ການແນວລາວສ້າງຊາດຂັ້ນຕ່າງໆ ໄດ້ປະສານສົມທົບກັບອຳນາດການປົກຄອງ, ປັບປຸງວຽກງານຊັ້ນຄົນ ແລະ ອົງການຈັດຕັ້ງສັງຄົມ, ສືບຕໍ່ລົງຮາກຖານ ເຕົ້າໂຮມຂອງບັນດາຊັ້ນຄົນ ແລະ ອົງການຈັດຕັ້ງສັງຄົມ. ພ້ອມນັ້ນ ຍັງໄດ້ປຸກລະດົມບັນດາຊັ້ນຄົນ ແລະ ອົງການຈັດຕັ້ງສັງຄົມ ເຂົ້າຮ່ວມໃນການເຄື່ອນ ໄຫວວຽກງານ ມະນຸດສະທຳ, ວຽກງານສັງຄົມສົງເຄາະ, ຊ່ວຍເຫລືອຜູ້ດ້ອຍໂອກາດ, ຜູ້ປະສົບໄພພິບັດທາງທຳມະຊາດ, ເອົາຂອງຂັວນໄປມອບໃຫ້ ກຳລັງ ປະກອບອາວຸດ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 63 ປີ ແລະ ອື່ນໆ. ແນວລາວສ້າງຊາດແຕ່ລະຂັ້ນ ໄດ້ປະສານ ສົມທົບກັບ ອຳນາດການປົກຄອງ ໃນການປົກປ້ອງ ການເຄື່ອນໄຫວເຊື່ອຖື ຫລື ບໍ່ເຊື່ອຖືສາສະໜາ ທີ່ບໍ່ສອດຄ່ອງຕາມລະບຽບກົດໝາຍ ດຳລັດ 92/ນຍ ວ່າດ້ວຍ ການປົກປ້ອງ ແລະ ຄຸ້ມຄອງການເຄື່ອນໄຫວສາສະໜາ, ໃນນັ້ນ ໄດ້ເຂົ້າຮ່ວມອົງການພຸດທະສາສະໜາ ສຳພັນລາວ ຈັດຕັ້ງບຸນນະມັດສະການພະທາດ ຫລວງ ກໍຄື ໄດ້ໄປໂອ້ລົມ ອວຍພອນສາສະນິກະຊົນສາສະໜາ ກາໂຕລິກ, ສາສະໜາໂປຼແຕັດສະຕັງ ໃນບຸນຄຼິດສະມາດ. ພ້ອມກັນນັ້ນ ກໍໄດ້ປຸກລະດົມ ສາສະໜາ ເຂົ້າຮ່ວມ ການເຄື່ອນໄຫວຊ່ວຍເຫລືອ, ສັງຄົມສົງເຄາະຜູ້ປະສົບໄພພິບັດນ້ຳຖ້ວມ ແລະ ອື່ນໆ, ພິເສດສູນກາງແນວລາວສ້າງຊາດ ໄດ້ມີການ ປະສານສົມທົບກັບກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖານທູດລາວຢູ່ຕ່າງປະເທດ ປຸກລະດົມຂົນຂວາຍພີ່ນ້ອງເຊື້ອ ຊາດລາວຢູ່ຕ່າງປະເທດ ທີ່ມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ມີແນວຄິດກ້າວໜ້າມາຮ່ວມກອງປະຊຸມໃຫຍ່ຄັ້ງທີ IX ໃຫ້ການສະໜັບສະໜູນ ທາງ ດ້ານວັດຖຸ ແລະ ສະໜັກໃຈ ເຂົ້າເປັນກຳມະການສູນກາງແນວລາວສ້າງຊາດ 2 ທ່ານ ໃນຊຸດທີ IX ນອກຈາກ ນັ້ນ ໃນວັນບຸນສຳຄັນ, ເປັນຕົ້ນໂອກາດ ບຸນກິນຈຽງ, ບຸນເກຣິ, ສູນກາງແນວລາວສ້າງຊາດ ຍັງໄດ້ຕ້ອນຮັບ ແລະ ມີການຊີ້ແຈງອະທິບາຍແນວທາງນພໂຍບາຍ, ກົດໝາຍຂອງ ສປປ ລາວ ຕໍ່ພີ່ນ້ອງຄົນເຊື້ອຊາດລາວ ຢູ່ຕ່າງປະເທດ, ສ້າງຄວາມເຂົ້າອົກເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ເຂົາເຈົ້າເຂົ້າໃຈຫລາຍຂຶ້ນ, ເອົາໃຈໃສ່ ຂະຫຍາຍວຽກງານໂຄສະນາອົບຮົມຢ່າງຕັ້ງໜ້າ ໂດຍໄດ້ນຳໃຊ້ຊື່ມວນຊົນເຊັ່ນວິທະຍຸ, ໂທລະພາບ, ວາລະສານ, ໜັງສືພິມ ແລະ ການຈັດຕັ້ງປາຖະກະ ຖາການເລົ່າມູນເຊື້ອ, ການຈັດຕັ້ງເຜີຍແຜ່ເອກະສານ ສຳຄັນຕ່າງໆຂອງ ພັກ-ລັດ, ຂອງແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ, ຈັດຕັ້ງການວາງ ສະແດງຮູບ ພາບ ແລະ ອື່ນໆນຳອີກ./.
ກັບສາລະບານ