ສະຫວັນ​ນະ​ເຂດ-ຈຳປາ​ສັກ ​​​ເພີ່ມ​ທະວີຄວາມ​ຮູ້​ກ່ຽວ​ກັບກົດໝາຍ​ສາກົນ

*(ຂປລ) ກະຊວງ​ການ​ຕ່າງປະ​ເທດ​ໄດ້​ຈັດ​ຕັ້ງເຜີຍ​ແຜ່​ກ່ຽວ​ກັບ​ກົນ​ໝາຍ​ສາ​ກົນ​ຢູ່​ແຂວງ​ສະຫວັນ​ນະ​ເຂດ ​ແລະ ຈຳປາ​ສັກ​ ໃຫ້​ບັນດາ ພະນັກງານ, ​ຄູ​ອາຈານ, ນາຍ​ແລະ ພົນທະຫານ ແລະ ນັກ​ສຶກສາ ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ, ​ໂດຍ​ການ​ເຜີຍ​ແຜ່​ຂອງ ທ່ານ ອ້ວນ ພົມມະ​ຈັກ, ຫົວໜ້າ​ກົມ​ສົນທິສັນຍາ ​ແລະ ກົດ​ໝາຍ​ກະຊວງ​ການ​ຕ່າງປະ​ເທດ, ການ​ເຜີຍ​ແຜ່​ກ່ຽວ​ກັບ​ກົດໝາຍ​ສາກົນ​ໃນ​ຄ້ັງ​ນີ້, ​ກໍເພື່ອ​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້ ແລະ ຄວາມ​ເຂົ້າ​ໃຈ​ຂອງ​ນັກ​ສຶກສາ​ກ່ຽວ​ກັບ​ບາງ​ສະພາບ​ການ​ທີ່​ພົ່ນ​ເດັ່ນ​ຂອງ​ສາກົນ, ພັນທະ​ພາຍ​ໃຕ້​ສົນທິສັນຍາ ທີ່ ສປປ ລາວ ​ເປັນ​ພາຄີ ແລະ ການ​ເຄື່ອນ​ໄຫວ​ ໃນ​ຂົງ​ເຂດ​ກົດໝາຍ​ສາກົນ ແລະ ສິດທິ​ມະນຸດ ຂອງ ສປປ ລາວ​ ​ໃນ​ເວທີ​ສາກົນ ແລະ ພາກພື້ນ; ​ເຮັດ​ໃຫ້​ນັກ​ສຶກສາມີ​ຄວາມ​ສາມາດ​ໃນ​ການ​ຄົ້ນຄວ້າ, ການ​ວິ​ໄຈ​ບັນຫາ​ສາກົນ​ທີ່​ພົ້ນ​ເດັ່ນ​ຂອງ​ສາກົນ ແລະ ພາກ​ພື້ນ ບົນ​ພື້ນຖານ​ທັດສະນະ ​ແລະ ຈຸດ​ຢືນ​ຂອງ​ລັດຖະບານ​ລາວ. ການຈັດຕັ້ງການ​ເຜີຍ​ແຜ່​ດັ່ງ​ກ່າວ​ໄດ້​ຮັບ​ການ​ສະໜັບສະໜູນໂດຍ​ໂຄງການ​ກົດໝາຍ​ສາກົນເຊິ່ງຈັດຕັ້ງປະຕິ ບັດ​ໂດຍ​ກົມ​ສົນທິສັນຍາ ​ແລະ ກົດໝາຍ​ກະຊວງ​ການ​ຕ່າງປະ​ເທດ.

ພ້ອມ​ນີ້ ກະຊວງ​ການ​ຕ່າງປະ​ເທດ​ຍັງ​ໄດ້​ນຳ​ເອົາ​ປື້​ມຕຳລາ​ກ່ຽວ​ກັບ​ກົດໝາຍ​ສາກົນ​ຈຳນວນ​ໜຶ່ງ​ມາ​ມອບ​ໃຫ້​ຫ້ອງ​ສະໝຸດ​ຂອງ​ວິທະຍາ​ໄລ​ກົດໝາຍ​ພາຍ​ໃຕ້ ແລະ ​ໂຮງຮຽນ​ວຽງ​ໄຊ ​ເພື່ອ​ເປັນ​ຂໍ້​ມູນຂ່າວ ສານ​ ແລະ​ ເອກະສານອ້າງ​ອີງ​ໃຫ້​ແກ່​ການ​ຄ້ົນ​ຄວ້າ, ການ​ຮຽນ​ການ​ສອນ​ໃນ​ສອງ​ສະ​ຖາບັນອີກ​​ດ້ວຍ./

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446