ຍົມມະລາດ ກຽມປັບປຸງກົງຈັກການຈັດຕັ້ງ
*(ຂປລ): ວັນທີ 2 ກຸມພາ 2012 ນີ້ ຢູ່ທີ່ສະໂມສອນເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ເປີດກອງປະຊຸມ ກ່ຽວ ກັບການປັບປຸງກົງຈັກການຈັດຕັ້ງ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ຢູ່ ຮາກຖານກຸ່ມບ້ານ ແລະ ຄົ້ນຄ້ວາ ການແກ້ໄຂປະກົດການຫຍໍ້ທໍ້ ໃນສັງຄົມພາຍໃນເມືອງ ພາຍໃຕ້ການເປັນປະທານ ຂອງທ່ານ ຄຳກ່າງ ລິນສາຍຍົມ, ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຍົມມະລາດ, ມີທ່ານ ບຸນທອນ ຍົນລຳພັນ, ຄະນະປະຈຳພັກແຂວງ, ຮອງເຈົ້າເມືອງໆຍົມມະລາດ ທັງເປັນປະທານແນວລາວສ້າງຊາດເມືອງ, ທ່ານ ແປງໃຈ ດວງພິໃສ ກຳມະການພັກເມືອງ ປະທານກວດກາພັກ-ລັດເມືອງ, ມີບັນດາທ່ານໃນຄະນະພັກຮາກຖານກຸ່ມ ບ້ານ , ປກສ ກຸ່ມບ້ານເຂົ້າຮ່ວມທັງໝົດ 36 ຄົນ.
ໃນກອງປະຊຸມຄັ້ງນີ້ ໄດ້ເຜີຍແຜ່ການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ຂອງຄະນະພັກກຸ່ມບ້ານ ແລະ ພະນັກ ງານທີ່ລົງຮາກຖານກຸ່ມບ້ານພັດທະນາ ພາຍໃນ 06 ກຸ່ມບ້ານຂອງເມືອງ ໃຫ້ກັບຄືນກົມກອງເກົ່າ ແລະ ຍຸບ 06 ກຸ່ມບ້ານ ລວມເຂົ້າກັນເປັນ 04 ກຸ່ມບ້ານໃນທົ່ວເມືອງ. ພ້ອມກັນນັ້ນ ກໍໄດ້ແຕ່ງຕັ້ງຄະນະ ຮັບຜິດຊອບຊີ້ນຳລວມ, ກອງເລຂາ ແລະ ຄະນະພັກຮາກຖານກຸ່ມບ້ານ ທີ່ລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານໃນ 04 ກຸ່ມບ້ານທົ່ວ ເມືອງ ທັງນີ້ ກໍເພື່ອເຮັດໃຫ້ພະນັກງານທີ່ລົງກໍ່ສ້າງຮາກຖານປະຕິບັດ ສິດ ແລະ ໜ້າທີ່ຂອງຕົນເຂົ້າໃນວຽກ ງານກໍ່ສ້າງ ຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ພ້ອມທັງຕ້ານປະກົດການຫຍໍ້ໃນສັງຄົມທົ່ວເມືອງ ເຮັດໃຫ້ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ./.
ກັບສາລະບານ