ອົບຮົມວິທີຍ້ອມມຸ້ງດ້ວຍນ້ຳຢາ

*(ຂປລ): ແຕ່ວັນທີ 25-27 ມັງກອນ ຜ່ານມານີ້ ທີ່ຫ້ອງປະຊຸມ ໂຮງໝໍເມືອງຄຳ ແຂວງຊຽງຂວາງ ໄດ້ເປີດຊຸດອົບຮົມ ແນະນຳການແຈກຢາຍມຸ້ງ ແລະ ການຍ້ອມມຸ້ງດ້ວຍນ້ຳຢາຍາວນານ ໃຫ້ແກ່ພະນັກງານວິຊາການຄວບຄຸມພະຍາດໄຂ້ຍຸງຂັ້ນເມືອງ ໃນ 8 ເມືອງຂອງແຂວງ ໂດຍການເປັນປະທານຂອງທ່ານ ດຣ. ບຸນເພັງ ສົມພັນສຸກ, ຫົວໜ້າຫ້ອງ ການສາທາລະນະສຸກເມືອງຄຳ, ມີທ່ານ ສົມສີ ທອງປະເສີດ, ຫົວໜ້າສະຖານີໄຂ້ຍຸງແຂວງ ພ້ອມວິຊາການ, ມີພະນັກ ງານວິຊາການຄວບຄຸມພະຍາດໄຂ້ຍຸງຂັ້ນເມືອງ ໃນ 8 ເມືອງເຂົ້າຮ່ວມທັງໝົດ 20 ຄົນ ຍິງ 10 ຄົນ.
ການອົບຮົມຄັ້ງນີ້ ແນໃສ່ເພື່ອເປັນການແນະນຳ ວິທີການຍ້ອມມຸ້ງດ້ວຍນ້ຳຢາຍາວນານ, ການນຳໄຊ້ຢາທາກັນຍຸງ, ການບົ່ງມະຕິພະຍາດໄຂ້ຍຸງແບບໄວ ດ້ວຍເຈ້ຍຈຸ່ມ ແລະ ວິທີການປິ່ນປົວທີ່ຖືກຕ້ອງ, ຮູບແບບວິທີການໂຄສະ ນາສຸຂະສຶກສາ ກ່ຽວກັບວຽກງານການຄວບຄຸມພະຍາດໄຂ້ຍຸງແກ່ຊຸມຊົນ ພາຍໃນເມືອງ ຂອງຕົນຮັບຜິດຊອບ ໃຫ້ແກ່ບັນດານັກວິຊາການຄວບຄຸມໄຂ້ຍຸງໃນແຕ່ລະເມືອງ ໃຫ້ຮູ້ ແລະ ເຂົ້າໃຈແຈ້ງກ່ວາເກົ່າ ເພື່ອເຮັດໃຫ້ການຄວບຄຸມພະຍາດ ໄຂ້ຍຸງບັນລຸຕາມຕົວຊີ້ວັດຂອງໂຄງການວາງອອກ. ຊຸດອົບຮົມໄດ້ແບ່ງເປັນ ສອງພາກ ຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ຈາກຄູເຝິກຂັ້ນແຂວງ ຊຶ່ງພາກທິດສະດີແມ່ນໄດ້ຍົກເອົາ ຂັ້ນຕອນການກວດເລືອດດ້ວຍວິທີກວດແບບໄວ ເພື່ອບ່ົງມະຕິຄົນເຈັບທີ່ສົງໄສເປັນພະຍາດໄຂ້ຍຸງ, ວິທີການປິ່ນປົວພະຍາດ ໄຂ້ຍຸງບໍ່ຮ້າຍແຮງ, ພະຍາດໄຂ້ຍຸງຮ້າຍແຮງ ແລະ ພະຍາດໄຂ້ຍຸງໃນແມ່ມານ, ການບັນທຶກແບບຟອມ ແລະ ການລາຍງານ, ວິທີການຍ້ອມມຸ້ງດ້ວຍ ນ້ຳຢາຍາວນານ, ການນຳໃຊ້ຢາທາກັນຍຸງ, ທັກສະໃນການເຮັດໂຄສະນາການຄວບຄຸມພະຍາດໄຂ້ຍຸງທີ່ຖືກຕ້ອງ. ຫຼັງຈາກນັ້ນແມ່ນເຂົ້າພາກປະຕິບັດຕົວຈິງ ໂດຍໃຫ້ນັກສຳມະນາກອນປະຕິບັດ ການຍ້ອມມຸ້ງດ້ວຍນ້ຳຢາຍາວນານ ໂດຍມີການສົນທະນາ ແລະ ເຮັດຕົວຈິງໄປພ້ອມໆກັນ.
ແຜນການໃນຕໍ່ໜ້າຂອງໜ່ວຍງານ ແມ່ນຍັງຈະໄດ້ອົບຮົມການຍ້ອມມຸ້ງດ້ວຍນ້ຳຢາຍາວນານ ໃຫ້ແກ່ບັນດາພະນັກງານແພດສຸກສາລາ ແລະ ອາສາສະໝັກ ບ້ານນຳ ຕື່ມອີກ./.
ກັບສາລະບານ