ແຂວງ​ຫຼວງພະ​ບາງ​ເລັ່ງ​ປູກ​ພຶດ​ພັກ​ປອດ​ສານ​ພິດ

*(ຂປລ): ​ທ່ານ ສົມສັກ ບຸນ​ອານຸວົງ, ຫົວ ໜ້າ​ໜວ່ຍງານ​ບໍລິຫານ ​ແຜນການ ແລະ ການ​ເງິນ ຂະ​ແໜງ​ສົ່ງ​​ເສີມ​ກະສິກຳ ທັງ​ເປັນ​ຫົວໜ້າ​ໂຄ​ງການ​ພັດທະນາ ​ແລະ ສົ່ງ​ເສີມ​ການ​ປູກ​ພືດຜັກ​ປອດ​ສານ​ພິດ​ເປັນ​ສິນຄ້າ ​​ໄດ້​ໃຫ້​ຮ​ູ້​ເມື່ອບໍ່ດົນ ມານີ້​ວ່າ: ເພື່ອ​ເຮັດ​ໃຫ້​ຊີວິດ​ການເປັນ​ຢູ່​ຂອງ​ປະຊາຊົນ​ ກໍ​ຄື​ ຜູ້​ຜະລິດ, ຜູ້​ຈຳໜ່າຍ ​ແລະ ຜູ້ບໍລິ​ໂພ​ກພືດຜັກ​ຕ່າງໆ ມີ​ຄວາມ​ປອດ​ໄພ​ ຈາກ​ສານ​ເຄມີ​ຕົກ​ຄ້າງ ​ແລະ ​ປາ​ສະ​ຈາກໂລກ​ໄພ​ໄຂ້​ເຈັບ​ຕ່າງໆ ແລະ ​ແຂວງ​ຫຼວງພະ​ບາງ ​ເປັນ​ແຂວງ​ ເຕົ້າ​ໂຮມ​ນັກ​ທ່ອງ​ທ່ອງ​ທັງ​ພາຍ​ໃນ ແລະ ຕ່າງ​ປະເທດ ​ເປັນ​ຈຳນວນ​ຫຼວງຫຼາຍ ດັ່ງນັ້ນ, ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ແຂວງ​ຫຼວງພະ​ບາງ ຈຶ່ງ​ຊອກ​ຫາ​ແຫຼ່ງທຶນ​ ​ແລະ ສະ​ຖານ​ທີ່ປູກ​ພືດຜັກ​ປອດ​ສານ​ພິດທີ່​ເໝາະ​ສົມ, ຍ້ອນ​ຄວາມ​ພະຍາຍາມ ດັ່ງກ່າວ ຈຶ່ງ​ໄດ້​ຮັບ​ທຶນ​ຊ່ວຍ​ເຫຼືອ ​ຈາກ​ປະ​ເທດ​ສະ​ວິດ​ສະ​ແລນ ​ໂດຍ​ຜ່ານໂຄງການ​ຕາບີ ​ແລະ ​ໂຄງການ​ສົ່ງ​ເສີມການ ທ່ອງທ່ຽວ​ແບບ​ຍືນຍົງ ການ​ຜະລິດ​ກະສິກຳ​ສະອາດ ຈາກ​ອົງການ​ສະຫະ​ປະຊາ​ຊາດ.

​ໂຄງການ​ພັດທະນາ ​ແລະ ສົ່ງ​ເສີມ​ການ​ປູກ​ພຶດຜັກ​ປອດ​ສານ​ພິດ​ເປັນ​ສິນຄ້າ​ນີ້ ໄດ້​ເລີ່​ມມາ​ແຕ່ເດືອນກໍ​ລະ​ກົດ 2011 ໃນ​ເບື້ອງຕົ້ນ​ ມີ​ຜູ້​ເຂົ້າ​ຮ່ວມ​ໂຄງການ 5 ​ເມືອງ 15 ບ​້ານ 402 ຄອບຄົວຄື: ​ເມືອງ​ຫຼວງພະ​ບາງ 4 ບ້ານ 169 ຄອບ ຄົວ, ​ເມືອງ​ປາກ​ອູ 4 ບ້ານ 115 ຄອບຄົວ, ​ເມືອງ​ຊຽງ​ເງິນ 4 ບ້ານ 47 ຄອບຄົວ, ​ເມືອງ​ຈອມ​ເພັດ 2 ບ້ານ 50 ຄອບຄົວ ແລະ ​ເມືອງ​ໂພນ​ໄຊ 1 ບ້ານ 11 ຄອບຄົວ​,ໃນ​ເນື້ອທີ່ທັງ​ໝົດ 85,27 ເຮັກຕາ​. ກ່ອນ​ການ​ລົງ​ມື​ເຮັດ ທາງ​ໂຄງການ​ໄດ້​ມີ ການ​ເຝິກອົບຮົມ​​ເຕັກນິກ​ການ​ປູກ ​ແລະ ສາທິດ​ການ​ເຮັດ​ຝຸ່ນ​ບົ່ມ, ປຸ່ຍ​ຊີວະ​ພາບ, ນ້ຳສະກັດ​ຊີວະ​ພາບ, ສະ​ໝູນ​ໄພ​ຂັບ​ໄລ່​ແມງ​ໄມ້ ແລະ ອື່ນໆ ໃຫ້​ຊາວ​ສວນ​ໄດ້​ເຂົ້າ​​ໃຈ​ຢ່າງ​ຈະ​ແຈ້ງ ​ແລະ ສາມາດ​ນຳ​​ເອົາຄວາມ​ຮູ້​ດັ່ງກ່າວ ​ໄປ​ປະຕິບັດ​ຕົວ​ຈິງ​ໃຫ້​ເກີດ​ດອກອອກ​ຜົນ. ພ້ອມ​ນັ້ນ ຍັງ​ໄດ້​ຕິດຕາມ ​ເຕັກ​ນິກການ​ຜະລິດ​ຂອງ​ຊາວ​ສວນ ແລະ ສະໜອງ​ແນວ​ພັນ​ພືດ, ກາກ​ນ້ຳຕານ ແລະ ອຸປະກອນ​ຜະລິດ​ຝຸ່ນ​ຊີວະ​ພາບ ລວມມູນ​ຄ່າ 150 ລ້ານ​ກວ່າ​ກີບ. ຜ່ານ​ການຈັດຕັ້ງປະຕິບັດ​ຕົວ​ຈິງ ​ເຫັນ​ວ່າ​ມີ​ບາງ​ຄອບຄົວ​ກໍ​ບໍ່​ສາມາດ​ປະຕິ​ບັດລະບຽບ​ຂອງ​ໂຄງການ​ໄດ້ ແລະ ອີກ​ຢ່າງ​ໜຶ່ງ ​ກໍຍ້ອນ​ສະພາບ​ແວດ​ລ້ອມ​ບີບ​ຮັດ ຈຶ່ງ​ເຮັດ​ໃຫ້ການ​ຜະລິດ​ບໍ​່ໄດ້​ຕາມ​ຄາດໝາຍ ຊຶ່ງ​ມັນສະ​ແດງ​ອອກ ປະຈຸບັນ ຍັງ​ມີ​ຄອບຄົວ​ທີ່​ເຮັດ​ຕົວ​ຈິງ 364 ຄອບຄົວ ​ໃນ​ເນື້ອທີ່ 83 ເຮັກຕາ​, ໃນ​ນັ້ນ ​ເມືອງ​ໂພນ​ໄຊ 11 ຄອບຄົວ, ​ເມືອງ​ຊຽງ​ເງິນ 40 ຄອບຄົວ, ​ຈອມ​ເພັດ 20 ຄອບຄົວ, ຫຼວງພະ​ບາງ 138 ຄອບຄົວ ​ແລະ ​ເມືອງ​ປາກ​ອູ 115 ຄອບຄົວ, ຊາວ​ສວນ​ສາມາດ​ຜະລິດ​ພືດຜັກ​ໄດ້​ທັງ​ໝົດ 632.086 ກິ​ໂລ, ​ໃນ​ນັ້ນ ຈຳໜ່າຍ​ອອກ 612.354 ກິ​ໂລ ສາມາດ​ສ້າງ​ລາຍ​ຮັບ​ໄດ້​ທັງ​ໝົດ 2 ຕື້ 718 ລ້ານ​ກວ່າ​ກີບ, ສະ​ເລ່ຍ​ໃສ່​ຄອບຄົວ​ໜຶ່ງ​ໄດ້ 6 ລ້ານ 7 ​ແສນ​ກວ່າ​ກີບ.

ທ່ານ ​ສົມ​ສັກ ຍັງ​ເວົ້າ​ຕື່ມ​ວ່າ: ​ໃນຕໍ່​ໜ້າ ຖ້າ​ຊາວ​ສວນ​ຄອບຄົວ​ໃດ​ຜະລິ​ດຖືກ​ຕາມ​ເງື່ອນ​ໄຂ ​ແລະ ມາດຖານ​ຂອງ​ໂຄງການ ແມ່ນ​​ຈະ​ເໜີ​ໃຫ້​ກະຊວງ​ກະສິກຳ ​ແລະ ​​ປ່າ​ໄມ້ ​ລົງ​ມາກ​ວດກາ ​ແລະ ອອກ​​ໃບຢັ້ງຢືນ (​ໂລ​ໂກ) ກະສິກຳ​ອິນ​ຊີຕິດ​ໃສ່​ພືດຜັກ​ຂອງ​ເຂົາ​ເຈົ້າ ​ແລະ ສາມາດ​ສົ່ງ​ອອກ​ຂາຍ​ຕ່າງປະ​ເທດ​ໄດ້./.

 

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446