ບໍລິຄຳໄຊ ມອບເງິນ ບູລະນະຖ້ຳມູນເຊື້ອທີ່ເມືອງວຽງໄຊ

*(ຂປລ): ຕອນເຊົ້າວັນທີ 1 ກຸມພາ 2012 ນີ້ ຄະນະພັກ, ອຳນາດການປົກຄອງ ແຂວງບໍລິຄຳໄຊ ໄດ້ນຳເອົາ ເງິນ ຈຳນວນ 200 ລ້ານກີບ ທີ່ໄດ້ຈາກການ ສົມທົບທຶນ ຈາກພາກສ່ວນຕ່າງໆຂອງແຂວງ ມາມອບໃຫ້ຄະນະຈັດຕັ້ງ ສູນກາງພັກ ເພື່ອເປັນການປະກອບສ່ວນ ເຂົ້າໃນການບູລະນະປົກປັກຮັກສາ ສະຖານທີ່ ມູນເຊື້ອປະຫວັດສາດ ຂອງສຳ ນັກງານຄະນະຈັດຕັ້ງສູນກາງພັກ ”ຖ້ຳງູ” ເມືອງວຽງໄຊ ແຂວງຫົວພັນ ຊຶ່ງພິທີດັ່ງກ່າວ ໄດ້ຈັດຂຶ້ນທີ່ສຳນັກງານຄະນະ ຈັດຕັ້ງສູນກາງພັກ ໂດຍມີສະຫາຍ ດຣ. ກອງແກ້ວ ໄຊສົງຄາມ, ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງບໍລິ ຄຳໄຊ ເປັນຜູ້ກ່າວມອບ ແລະ ສະຫາຍ ດຣ. ອ່ອນແກ້ວ ພົມມະກອນ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຕາງໜ້າ ໃຫ້ຄະນະຈັດຕັ້ງສູນກາງພັກ ເປັນຜູ້ກ່າວຮັບ ໂດຍມີພະນັກງານ ທັງສອງຝ່າຍ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງໃນການມອບເງິນຄັ້ງນີ້ ແມ່ນແນໃສ່ປະກອບສ່ວນປົກປັກຮັກສາ ແລະ ບູລະນະຖ້ຳມູນເຊື້ອ ຊິ່ງເປັນ ສຳນັກງານ ບ່ອນເຮັດວຽກຂອງ ຄະນະຈັດຕັ້ງສູນກາງພັກ ໃນສະໄໝຕໍ່ສູ້ກູ້ຊາດເມື່ອກ່ອນ ຢູ່ເມືອງວຽງໄຊ ແຂວງຫົວ ພັນ ທີ່ເປັນຮ່ອງຮອຍປະຫວັດສາດ ຕິດພັນກັບປະຫວັດການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານ ຈັດຕັ້ງພັກ-ພະນັກງານ ຂອງພັກປະຊາຊົນປະຕິວັດລາວ.
ໃນໂອກາດນສະຫາຍ ດຣ. ອ່ອນແກ້ວ ພົມມະກອນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບ ໃຈ ຕໍ່ຄະ ນະພັກ, ອຳນາດການປົກຄອງ ແຂວງບໍລິຄຳໄຊ ທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ຊຶ່ງເປັນການປະກອບ ສ່ວນອັນໃຫຍ່ຫຼວງ ເຂົ້າໃນການບູລະນະສະຖານທີ່ ທີ່ເປັນຕົ້ນກຳເນີດ ມູນເຊື້ອຂອງຄະນະຈັດຕັ້ງສູນກາງພັກ ໃຫ້ຄົງຢູ່ຕະຫຼອດໄປ./.
ກັບສາລະບານ