ໜ່ວຍພັກ ພະແນກອຸດສາຫະກຳ - ການຄ້າແຂວງວຽງຈັນ ດຳເນີນຊີວິດການເມືອງ

(ຂປລ): ໃນວັນທີ 31 ມັງກອນ ເຖິງ ວັນທີ 2 ກຸມພາ 2012 ນີ້, ໜ່ວຍພັກພະແນກ ອຸດສາຫະກຳ-ການຄ້າແຂວງວຽງຈັນ ໄດ້ດຳເນີນຊີວິດກການເມືອງ ເພື່ອແນໃສ່ເຮັດໃຫ້ຄະນະພັກ, ສະມາ ຊິກພັກໄດ້ເຊື່ອມຊຶມ ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ຕໍ່ບັນດາເນື້ອໃນເອກະສານ ແລະ ວິທີການຈັດຕັ້ງປະຕິບັດບັນ ດາມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການມອບບັດ ແລະ ອອກບັດໃຫ້ສະມາຊິກສົມບູນ.

ທ່ານ ພູວຽງ ສີປະເສີດ ເລຂາໜ່ວຍພັກ, ຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງ ໄດ້ກ່າວວ່າ: ການດຳເນີນຊີວິດການເມືອງຄັ້ງນີ້ ຍັງເປັນການຕີລາຄາຄືນ ກ່ຽວກັບການຊີ້ນຳໆພາ ວຽກງານ ໃນໄລຍະຜ່ານມາ ຂອງບັນດາສະຫາຍໃນຄະນະໜ່ວຍພັກ ແລະ ສະມາຊິກພັກ ໃນດ້ານຕັ້ງໜ້າ, ດ້ານຄົງ ຄ້າງ ເພື່ອຈະໄດ້ ພ້ອມກັນແກ້ໄຂໃນຕໍ່ໜ້າ.

ພ້ອມນີ້ ບັນດາຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການເຜີຍແຜ່ມະຕິ ກ່ຽວກັບການຈັດຕັ້ງຜັນຂະ ຫຍາຍມະຕິຕົກລົງຂອງກົມການເມືອງສູນກາງພັກ ແລະ ບົດແນະນຳເພີ່ມ ເຕີມ ກ່ຽວກັບການຈັດຕັ້ງ ຜັນຂະຫຍາຍ ວຽກງານອອກບັດ-ມອບບັນໃຫ້ສະມາຊິກພັກສົມບູນຕື່ມອີກ.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446