ນັກທຸລະກິດ​ແຂວງສະຫວັນນະເຂດ ​ມອບ​ເງິນ 10 ລ້ານກີບ ເພ່ືອ​​ປູກ​ປ່າ​ ແລະ ​ກ້າ​ເບັ້ຍ

(ຂປລ): ໃນທ້າຍເດືອນຜ່ານມານີ້, ທ່ານ ບຸນ​ທອນ ພັນ​ຄຳ​ໂຕ້, ນັກທຸລະກິດ​​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ມອບເງິນ ​ຈຳນວນ 10 ລ້ານ​ກີບ,ໃຫ້​ຂະ​ແໜງ​ປ່າ​ໄມ້​ແຂວງ ຮັບໂດຍທ່ານ ສົມ​ສະກຸນ ສຸວັນນະ​ສິງ ຫົວໜ້າ​ຂະ​ແໜງ​ປ່າ​ໄມ້​ແຂວງ, ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ປູກ​ປ່າ​ ແລະ​ ກ້າ​ເບັ້ຍ​ໄມ້​ ໃນ​ສົກ​ປີ 2011-2012 ນີ້.

ທ່ານ ບຸນ​ທອນ ພັນ​ຄຳ​ໂຕ້​ ກ່າວ​ວ່າ: ການ​ມອບ​ເງິນ​ປະກອບສ່ວນ​ເຂົ້າ​ໃນ​ການ​ປູກ​ປ່າ​ ແລະ ​ກ້າ​ເບັ້ຍ​ຄັ້ງ​ນີ້​ ແມ່ນ​ສ່ວນ​ໜຶ່ງ​ທີ່​ສຳຄັນ​ ຍ້ອນວ່າ ​ ໃນໄລຍະຊຸມປີ ຜ່ານມາ, ເນື້ອທ່ີປ່າ ໃນຫລາຍ​ທ້ອງ​ຖິ່ນ​ຖືກ​​ບຸກລຸກ ​ເຮັດ​ໃຫ້​ປ່າ​ຈຳນວນ​ບໍ່​ໜ້ອຍ​ເຊື່​ອມ​ໂຊມ​ລົງ​ເທື່ອ​ລະ​ເລັກ​ເທືອ​ລະ​ໜ້ອຍ ອັນ​ສົ່ງ​ຜົນ​ສະທ້ອນ​ທາງ​ລົບຕໍ່​ລະບົບ ​ນິ​ເວດ​ວິທະຍາ. ​ແລະ ​ສິ່ງ​ແວດ​ລ້ອມ ແລະ ທຳມະຊາດ, ຊຶ່ງ​ຫາກ​ມີ​ຫານ​ທຳລາຍ​ຕໍ່​ໆ​ໄປ ອາດ​ມີ​ຜົນ​ເຖິງ​ຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນ ລວມ​ໄປ​ເຖິງ​ການ ​ພັດທະນາ​ເສດຖະກິດ​-ສົງ​ຄົມ. ຊຶ່ງ​ໃນ​ໄລຍະ​ທີ່​ຜ່ານ​ມາ ການ​ນຳ​ຂອງ​ແຂວງ ກໍ່​ຄື​ຂະ​ແໜງ​ການ​ກ່ຽວຂ້ອງ​ໄດ້​ມີ​ຄວາມ​ພະຍາຍາມ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ປ່າ​ໄມ້​ເຂົ້າ ​ສູ່​ລະບົບ ​ໂດຍ​ໄດ້​ວາງ​ຍຸດ​ທະ​ສາດ​ ອອກ​ກົດໝາຍ, ດຳລັດ,ຄຳ​ສັ່ງ ຄຳ​ແນະນຳ​ແລະ​ ນິກຳ​ອື່ນໆ ທີ່​ກ່ຽວຂ້ອງ​ກັບ​ການ​ຄຸ້ມ​ຄອງ ​ແລະ​ ພັດທະນາ​ປ່າ​ໄມ້, ​ໃນ​ຂະນະ ​ດຽວ​ກັນ​ ກໍ່​ໄດ້​ເພີ່ມ​ທະວີ​ໂຄສະນາ​ປູກ​ຈິດ​ສຳນຶກ​ ໃຫ້​ທຸກ​ຊັ້ນ​ຄົນ​ໃນ​ສັງຄົມ​ມີ​ຄວາມ​ເຂົ້າ​ໃຈ​ແລະ​ສ້າງ​ເງື່ອນ​ໄຂ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ໃນ​ການ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ ​ປ່າ​ໄມ້ ເພ່ືອເຮັດ​ໃຫ້ການ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້​ ພາຍ​ໃນ​ແຂວງເພີ່ມ​ຂຶ້ນ ແລະ ​ສ້າງ​ຄວາມ​ສົມ​ດູ​ນກັບ​ທຳ​ມະ​ຊາດ.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446