ໜ່ວຍພັກພະແນກການເງີນແຂວງອຸດົມໄຊໄດ້ຮັບໃບຍັ້ງຍືນ
ເປັນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານຄັ້ງທີ່III
*(ຂປລ)ໜ່ວຍພັກພະແນກການເງີນແຂວງອຸດົມໄຊໄດ້ຮັບໃບຍັ້ງຍືນເປັນໜ່ວຍພັກແຂງ-ຮູ້ນຳພາຮອບ ດ້ານຄັ້ງທີ່IIIປະຈຳປີ2012. ພິທີມອບຮັບໃບຍັ້ງຢືນເປັນ ໜ່ວຍພັກແຂງຮູ້ນຳພາຮອບດ້ານໄດ້ຈັດຂື້ນ ໃນວັນທ ີ່16 ພຶດສະພາ 2012 ທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວ. ໃນພິທີ ທ່ານ ສົດຈິດ ປັນຍາສັກ ກຳມະການ ພັກແຂວງ ເລຂາໜ່ວຍພັກຫົວໜ້າພະແນກການເງີນແຂວງໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີ ຜ່ານມາສະມາຊິກພັກພະນັກງານລັດຖະກອນໃນຄວາມຮັບຜິດ ຊອບຂອງໜ່ວຍພັກຕົນໄດ້ຮັບການສຶກສາອົບຮົມແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັງ, ກົດລະບຽບຂອງພັກກົດໝາຍຂອງລັດຢ່າງທົ່ວເຖີງ ແລະ ທັນ ເວລາເຮັດໃຫ້ສະມາຊິພັກມີຄວາມເຂົ້າໄຈຕໍ່ ແນວທາງນະໂຍບາຍຂອງພັກມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມສາມັກຄີປອງ ດອງ, ເຊື່ອໝັ້ນ ແລະ ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດແຕ່ລະໄລຍະ, ເຊີ່ງໜ່ວຍພັກພະແນກການເງີນມີສະມາຊິກພັກທັງໝົດ 49 ສະຫາຍຍິງ 14 ສະຫາຍທີ່ໄດ້ເຄື່ອນໄຫວຊີ້ນຳ-ນຳພາຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ມີການ ວາງແຜນ, ຕິດຕາມ, ກວດກາ ແລະ ຊຸກຍູ້ສະມາຊິກ ພັກ, ພະນັງານລັດຖະກອນຈັດຕັ້ງປະຕິບັດແຜນການທີ່ວາງອອກໃຫ້ໄດ້ຮັບຜົນດີ, ພາຍໃນໜ່ວຍພັກ ໄດ້ມີການລວມຊີວິດ ແລະ ເສຍເງີນສະຕິປະຈຳແຕ່ລະເດືອນເປັນປົກກະຕິ, ດຳເນີນຊີວິດແລະຕີລາຄາຈັດແບ່ງປະເພດສະມາຊິກພັກສາມາດ ຈັດແບ່ງໄດ້ປະ ເພດແຂງ 44 ສະຫາຍກາງ 5 ສະ ຫາຍ, ຂະຫຍາຍມະຫາຊົນເຂົ້າພັກໄດ້ 11 ສະຫາຍຍິງ5ສະຫາຍ, ກໍ່ສ້າງພະນັກງານທິດສະດີຊັ້ນ ສູງ 2 ສະຫາຍ, ກາງ 1 ສະຫາຍ, ລະບົບ 45 ວັນ 9 ສະຫາຍ ແລະ ສົ່ງໄປຍົກລະດັບວິຊາສະເພາະປະ ລິນຍາໂທ 5 ສະຫາຍ ແລະ ປະລິນຍາຕີ 8 ສະຫາຍ. ດັ່ງນັ້ນຄະນະປະຈຳພັກ ແຂວງອຸດົມໄຊຈື່ງໄດ້ ອອກມະຕິຕົກລົງເລກທີ່ 355 ວ່າດວ້ຍການມອບໃບຍັ້ງຢືນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານໃຫ້ ແກ່ພະແນກການເງີນແຂວງອຸດົມໄຊຄັ້ງທີ່ III ປະຈຳປີ 2012 ໃຫ້ກຽດກ່າວມອບໂດຍ ທ່ານ ຄຳພຽງ ຢາຈົງວາ ຄະນະປະຈຳພັກແຂວງປະທານກວດກາພັກລັດແຂວງອຸດົມໄຊ ເຂົ້າຮ່ວມມີອົງ ການຈັດຕັ້ງພັກທີ່ກຽວຂອ້ງ, ແຂກເຊີນຈາກພະແນກການຕະຫຼອດຮອດສະມາຊິກພັກສົມບູນສຳ ຮອງພາຍໃນພະແນກເຂົ້າຮ່ວມທັງໝົດເກື້ອບ 50 ສະຫາຍ.
ກັບສາລະບານ